Friday, September 20, 2024
Homeຂ່າວໜ້າໜຶ່ງອາຊຽນ-ສະວິດ ເປັນຄູ່ຮ່ວມມືດ້ານເສດຖະກິດທີ່ມີການເຊື່ອມໂຍງການຄ້າ-ການລົງທຶນທີ່ເຂັ້ມແຂງ

ອາຊຽນ-ສະວິດ ເປັນຄູ່ຮ່ວມມືດ້ານເສດຖະກິດທີ່ມີການເຊື່ອມໂຍງການຄ້າ-ການລົງທຶນທີ່ເຂັ້ມແຂງ

ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະວິດ ຄັ້ງທີ 3 ຈັດຂຶ້ນໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເຮເລັນ ບັດລິເກີ ອາຕີດາ (Helene Budliger Artieda) ລັດຖະມົນຕີກະຊວງເສດຖະກິດການສຶກສາ ແລະ ການຄົ້ນຄວ້າ ຂອງປະເທດສະວິດ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ບັນດາຄະນະຜູ້ແທນທີ່ຈາກປະເທດອາຊຽນ ເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ໄດ້ມີຄຳເຫັນວ່າ: ອາຊຽນ ແລະ ສະວິດ ເປັນຄູ່ຮ່ວມມືທາງດ້ານເສດຖະກິດ ທີ່ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາ ຊຽນ ແລະ ສະວິດ ມີມູນຄ່າ 28,5 ຕື້ໂດລາສະຫະລັດ, ກວມເອົາ 0,8% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ສ່ວນມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນຈາກ ສະວິດ ຢູ່ບັນດາປະເທດສະມາຊິກອາຊຽນ ມີປະມານ 5,2 ຕື້ໂດລາສະຫະລັດ, ກວມເອົາ 2,3% ຂອງມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນ. ພ້ອມທັງສະແດງຄວາມຫວັງວ່າ ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ ຂອງພວກເຮົາ ຈະຍິ່ງແໜ້ນແຟ້ນຂຶ້ນຕື່ມ ພາຍຫລັງທີ່ພວກເຮົາ ເພີ່ມທະວີການຈັດຕັ້ງປະຕິບັດບັນດາແຜນການຮ່ວມມືທາງດ້ານເສດຖະກິດ ລະຫວ່າງສອງພາກພື້ນຂອງພວກເຮົາ. ໃນປີ 2021 ພາຍໃຕ້ການເປັນປະທານຂອງບຣູໄນ ພວກເຮົາໄດ້ມີການປຶກສາຫາລື ໃນຫລາຍບັນຫາທີ່ຕິດພັນກັບການຮ່ວມມື ລະຫວ່າງ ອາຊຽນ ແລະ ສະວິດ. ໃນນັ້ນ, ພວກເຮົາ ໄດ້ຮັບຊາບຄວາມຄືບໜ້າຂອງການເຈລະຈາ ຖະແຫລງການຮ່ວມ ກ່ຽວກັບການຮ່ວມມື ລະຫວ່າງ ອາຊຽນ ແລະ ສະມາຄົມການຄ້າເສລີເອີຣົບ, ໂອກາດໃນການຮ່ວມມືດ້ານເສດຖະກິດ ໃນຂົງເຂດການພັດທະນາເສດຖະກິດແບບມີສ່ວນຮ່ວມ ແລະ ຍືນຍົງ, ການຫັນເປັນດີຈິຕອນ, ການຊຸກຍູ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການຄ້າທາງເອເລັກໂຕຣນິກ, ການພັດທະນາຊັບພະຍາກອນມະນຸດ ແລະ ການຝຶກອົບຮົມສີມືແຮງງານ; ພວກເຮົາຍັງໄດ້ແລກປ່ຽນທັດສະນະກັບ ພາກທຸລະກິດຈາກສອງພາກພື້ນ ກ່ຽວກັບການສົ່ງເສີມການຄ້າ, ການລົງທຶນ ແລະ ການຮ່ວມມືທາງເສດຖະກິດ.

ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວອີກວ່າ: ເພື່ອສືບຕໍ່ການຮ່ວມມືດັ່ງກ່າວ, ກອງປະຊຸມພວກເຮົາໃນມື້ນີ້ ໄດ້ຮັບຟັງການລາຍງານກ່ຽວກັບການສະຫລຸບການເຈລະຈາຖະແຫລງການຮ່ວມ ກ່ຽວກັບການຮ່ວມມື ລະ ຫວ່າງ ອາຊຽນ ແລະ ສະມາຄົມເສລີການຄ້າເອີຣົບ, ພ້ອມທັງຮັບຊາບສະພາບການຮ່ວມມືທາງເສດຖະກິດ ລະ ຫວ່າງສອງພາກພື້ນຂອງພວກເຮົາ. ພ້ອມນີ້, ຍັງໄດ້ແລກປ່ຽນທັດສະນະກ່ຽວກັບ ສະພາບເສດຖະກິດໃນພາກພື້ນ ແລະ ສາກົນ ເພື່ອຊອກຫາວິທີການແກ້ໄຂບັນດາສິ່ງທ້າທາຍ ເຊັ່ນ: ຜົນກະທົບໄລຍະຍາວຂອງພະຍາດໂຄວິດ-19, ການປ່ຽນແປງສະພາບອາກາດ ແລະ ຂໍ້ຂັດແຍ້ງດ້ານການເມືອງ ແລະ ເສດຖະກິດທີ່ກະທົບຕໍ່ການຄ້າ. ພ້ອມນັ້ນ, ພວກເຮົາ ຈະໄດ້ພິຈາລະນາຮັບຮອງເອົາຖະແຫລງການຮ່ວມ ຂອງກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະວິດ ຄັ້ງທີ 3 ຕື່ມອີກ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments