Thursday, September 19, 2024
Homeຂ່າວຕ່າງປະເທດປະທານປະເທດຫວຽດນາມ ຕ້ອນຮັບປະທານາທິບໍດີ ອິນໂດເນເຊຍ ຄົນໃໝ່

ປະທານປະເທດຫວຽດນາມ ຕ້ອນຮັບປະທານາທິບໍດີ ອິນໂດເນເຊຍ ຄົນໃໝ່

…….

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງບໍ່ດົນມານີ້, ຢູ່ທຳນຽບປະທານປະເທດ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ ພຣາໂບໂວ ສູບຽນໂຕ (Prabowo Subianto) ປະທານາທິບໍດີ ອິນໂດເນເຊຍ ຄົນໃໝ່ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ໃນການຕ້ອນຮັບ, ທ່ານ ໂຕເລິມ ໄດ້ຕີລາຄາສູງບັນດາຜົນສຳເລັດ ຊຶ່ງອິນໂດເນເຊຍ ບັນລຸໄດ້ໃນໄລຍະຜ່ານມາກ່ຽວກັບການພັດທະນາເສດຖະກິດ – ສັງຄົມ, ກາຍເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ໜຶ່ງໃນບັນດາຕະຫຼາດດີຈີຕອນພັດທະນາໄວທີ່ສຸດໃນໂລກ, ມີຂໍ້ລິເລີ່ມຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ ແລະ ການຮ່ວມມືຂອງພາກພື້ນ ແລະ ໂລກ.

ທ່ານ ພຣາໂບໂວ ສູບຽນໂຕ ກໍໄດ້ແບ່ງເບົາສະແດງຄວາມເຫັນໃຈຕໍ່ບັນດາຜົນເສຍຫາຍທີ່ໃຫຍ່ຫຼວງຂອງຫວຽດນາມ ຈາກພາຍຸຢາກິ (Yagi). ທ່ານ ພຣາໂບໂວ ສູບຽນໂຕ ຢັ້ງຢືນວ່າ: ອິນໂດເນເຊຍ ຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືກັບຫວຽດນາມ ຊຶ່ງແມ່ນຄູ່ຮ່ວມມືຍຸດທະສາດອັນໜຶ່ງດຽວ ຂອງອິນໂດເນເຊຍ ໃນອາຊຽນ, ທ່ານປາຖະໜາຢາກຜັນຂະຫຍາຍບັນດາມາດຕະການຢ່າງແຂງແຮງກວ່າເກົ່າ ເພື່ອນຳການພົວພັນລະຫວ່າງສອງປະເທດນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງກວ່າເກົ່າອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments