Thursday, September 19, 2024
Homeຂ່າວການເມືອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ສຳເລັດການເຂົ້າຮ່ວມກອງປະຊຸມປືກສາຫາຫລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 11 ຢູ່ ສປ ຈີນ

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ສຳເລັດການເຂົ້າຮ່ວມກອງປະຊຸມປືກສາຫາຫລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 11 ຢູ່ ສປ ຈີນ

ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນຳໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ. ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມປືກສາຫາຫລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 11 ພາຍໃຕ້ຫົວຂໍ້ ການຮ່ວມມືຄວາມໝັ້ນຄົງ ແລະ ສະຖຽນລະພາບ-ຄວາມຈະເລີນຮຸ່ງເຮືອງໃນພາກພື້ນອາຊີ. ທີ່ສາທາລະນະລັດ ປະຊາຊົນ ຈີນ ເປັນເຈົ້າພາບ ໃນລະຫວ່າງວັນທີ 13-14 ກັນຍາ 2024 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍເຈົ້າໜ້າທີ່ຄວາມໝັ້ນຄົງ ແລະ ອົງການຈັດຕັ້ງສາກົນຫຼາຍກວ່າ 100 ປະເທດເຂົ້າຮ່ວມ. ກອງປະຊຸມປືກສາຫາຫລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 11 ຢູ່ ສປ ຈີນໃນຄັ້ງນີ້. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ປະກອບຄຳເຫັນແລກປ່ຽນທັດສະນະໃນຫົວຂໍ້່: ການເສີມສ້າງສັນຕິພາບ ແລະ ການແບ່ງປັນອະນາຄົດຮ່ວມກັນ. ຊື່ງບາງເນື້ອໃນສໍາຄັນທ່ານກ່າວວ່າ: ໃນຊຸມປີຜ່ານມາພາກພື້ນອາຊີປາຊີຟີກ ໂດຍລວມແລ້ວແມ່ນຍັງເປັນພາກພື້ນທີ່ມີຄວາມສັນຕິພາບ ສະຖຽນລະພາບ ການຮ່ວມມືເພື່ອການພັດທະນາ ກໍຄືການຂະຫຍາຍຕົວທາງດ້ານເສດຖະກິດ. ແຕ່ຄຽງຄູ່ກັນນັ້ນພາກພື້ນອາຊີປາຊີຟີກ ຍັງປະເຊີນກັບບັນດາສິ່ງທ້າທາຍພາຍໃນ ແລະ ພາຍນອກຂົງເຂດ. ເປັນຕົ້ນແມ່ນ ການສ້າງຕັ້ງກຸ່ມພັນທະມິດທາງການທະຫານ, ຄວາມໝັ້ນຄົງທາງໄຊເບີ, ໄພເງີນເຟີ້, ໄພພິບັດທາງທຳມະຊາດ. ທີ່ມີຜົນຈາກການປ່ຽນແປງທາງດິນຟ້າອາກາດທີ່ເກີດຂື້ນເປັນປະຈຳ ແລະ ມີລັກສະນະຮຸນແຮງຂຶ້ນ ຊຶ່ງມັນໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ແລະ ການພັດທະນາເສດຖະກິດຂອງບັນດາປະເທດ. ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ ມັນຮຽກຮ້ອງໃຫ້ມີການຮ່ວມມືແບບຫຼາຍປະເທດ ຊອກຫາວິທີເພື່ອຊ່ວຍກັນສະກັດກັ້ນ ພ້ອມກັນຮັບມືແກ້ໄຂກັບບັນດາສິ່ງທ້າທາຍຕ່າງໆຢ່າງມີປະສິດທິພາບ ໂດຍການສ້າງຂີດຄວາມສາມາດ ແລະ ການເຮັດວຽກຮ່ວມກັນ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ກ່າວຕື່ມວ່າ: ສາທາລະນະລັດ ປະຊາຊົນຈີນ ເປັນປະເທດມະຫາອຳນາດໜຶ່ງທີ່ມີຄວາມເຂັ້ມແຂງທາງດ້ານເສດຖະກິດ, ທາງດ້ານການທະຫານ, ມີຂີດຄວາມສາມາດ ແລະ ຄວາມພ້ອມຫຼາຍດ້ານໃນການຊຸກຍູ້ ແລະ ສົ່ງເສີມການຮ່ວມມືເພື່ອການພັດທະນາກັບບັນດາປະເທດໃນພາກພື້ນກໍ່ຄືໃນໂລກ ຊຶ່ງຜ່ານມາ ສປ ຈີນ ມີບົດບາດສຳຄັນໃນການພັດທະນາ ແລະ ໃຫ້ການຊ່ວຍເຫຼືອບັນດາປະເທດຕ່າງໆ. ໃນນັ້ນກໍໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ເປັນຕົ້ນແມ່ນໃຫ້ແກ່ກອງທັບປະຊາຊົນລາວ ການຊ່ວຍເຫຼືອດັ່ງກ່າວໄດ້ເປັນພື້ນຖານອັນສຳຄັນໃຫ້ແກ່ການປັບປຸງກໍ່ສ້າງກອງທັບປະຊາຊົນລາວໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ຫວັງວ່າສາທາລະນະລັດ ປະຊາຊົນຈີນ ຈະສືບຕໍ່ເປັນກຳລັງແຮງຂັບເຄື່ອນໃນການສົ່ງເສີມການຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ. ເພື່ອພ້ອມກັນຮັບມືກັບກັບບັນດາສິ່ງທ້າທາຍ, ໄພຂົ່ມຂູ່ຕ່າງໆ. ພ້ອມກັນແກ້ໄຂບັນຫາເພື່ອນໍາເອົາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມໝັ້ນຄົງສົມບູນພູນສຸກມາສູ່ປະຊາຊາດໃນພາກພື້ນ ແລະ ໃນໂລກ.

ກອງປະຊຸມຄັ້ງນີ້ ມີຄວາມໝາຍ ແລະ ສຳຄັນທີ່ສຸດ ຊື່ງເຫັນວ່າຫຼາຍປະເທດສະໜັບສະໜູນ ສປ ຈີນ ສົ່ງເສີມໃນການສ້າງໂລກແຫ່ງຄວາມສະຫງົບສຸກທີ່ຍືນຍົງ ແລະ ຄວາມໝັັ້ນຄົງໃນພາກພື້ນ ແລະ ທົ່ວໂລກ. ສະແດງໃຫ້ເຫັນເຖິງນ້ຳໃຈຂອງຄວາມສະເໝີພາບ, ການເປີດກວ້າງ, ການລວມຕົວເຂົ້າຫາກັນ ແລະ ການຮຽນຮູ້ຊຶ່ງກັນ ແລະ ກັນ; ສົ່ງເສີມຄວາມເຫັນດີນໍາກັນຢ່າງກວ້າງຂວາງ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ. ມີການປະກອບສ່ວນໃໝ່ ແລະ ໃຫຍ່ກວ່າເກົ່າໃນການຮ່ວມມືກັບສີ່ງທ້າທາຍຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ. ເປັນການສົ່ງເສີມການສ້າງສັນຕິພາບ ແລະ ອະນາຄົດຮ່ວມກັນສໍາລັບມະນຸດຊາດ.

ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ພົບປະສອງຝ່າຍກັບສະຫາຍ ພົນເອກ ຕົງຈຸນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ. ພ້ອມດຽວກັນນີ້ ສອງກອງທັບລາວ-ຈີນ ໄດ້ແຈ້ງສະພາບການໃຫ້ກັນຊາບກ່ຽວກັບບັນຫາທາງດ້ານການເມືອງ, ເສດຖະກິດ-ສັງຄົມຂອງສອງປະເທດໂດຍສະເພາະແມ່ນດ້ານວຽກງານປ້ອງກັນຊາດທີ່ຕ່າງຝ່າຍມີຄວາມສົນໃຈ ແລະ ໄດ້ທົບທວນຄືນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຈີນ, ຈີນ-ລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ, ປຶກສາຫາລືການສະກັດກັ້ນການກໍ່ການຮ້າຍ, ອາດສະຍາກໍາຂ້າມຊາດ ແລະ ອື່ນໆ, ແນ່ໃສ່ເພີ່ມທະວີການຮ່ວມມືດ້ານ ການທະຫານ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຈີນ ໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໂອກາດນີ້ ສອງຝ່າຍຍັງໄດ້ລົງນາມຮ່ວມກັນ ເຊັນອານຸສັນຍາຊ່ວຍເຫຼືອກໍ່ສ້າງກອງພັນ 19 ແລະ ລົງນາມ ບັນທຶກຄວາມເຂົ້າໃຈຄົ້ນຄວ້າປະຫວັດສາດສອງກອງທັບລາວ-ຈີນ.

ພ້ອມນັ້ນ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ. ກໍ່ໄດ້ເຂົ້າຮ່ວມກອງປະຊຸມພົບປະ 5 ປະເທດຄື: ຫວຽດນາມ, ກຳປູເຈຍ, ມົງໂກນ, ສ ຣັດເຊຍ ແລະ ເຢຍລະມັນ ຕື່ມອີກ.

(ພາບ-ຂ່າວ:ຮ້ອຍເອກ ທອງມາ ໄຊຍະເພັງສາ).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments