Thursday, September 19, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ມອບເຄື່ອງຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ຢູ່ລຽບແຄມນ້ຳຂອງ

ນາຍົກລັດຖະມົນຕີ ມອບເຄື່ອງຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ຢູ່ລຽບແຄມນ້ຳຂອງ

ໃນວັນທີ 15 ກັນຍາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມ, ຊຸກຍູ້, ໃຫ້ກຳລັງໃຈ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ບັນດາບ້ານ ກໍຄື ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ລຽບແຄມແມ່ນ້ຳຂອງ ເປັນຕົ້ນ ຢູ່ບ້ານສິມມະໂນ, ບ້ານທ່າພະ, ບ້ານສົມໂຮງ ແລະ ບ້ານແກ້ງຍາງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ການລົງເຄື່ອນໄຫວໃນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຢື້ຢາມຖາມຂ່າວ ແລະ ສະແດງຄວາມຊົມເຊີຍ ຕໍ່ປະຊາຊົນພາຍໃນບ້ານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ຮ່ວມແຮງ, ຮ່ວມໃຈກັນຕ້ານໄພນ້ຳຖ້ວມ ໃນຄັ້ງນີ້, ພ້ອມທັງເນັ້ນ ໃຫ້ສືບຕໍ່ ເຝົ້າລະວັງມວນນ້ຳ ທີ່ອາດຈະເພີ່ມຂຶ້ນຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments