Thursday, September 19, 2024
Homeຂ່າວໜ້າໜຶ່ງທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ນຳພາທິມງານ ສູນກາງ ລົງຕິດຕາມຊຸກຍູ້ ແກ້ໄຂ ວຽກງານສາທາລະນະສຸກ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຢູ່ແຂວງຫຼວງນ້ຳທາ ໃນວັນທີ 11-12 ກັນຍາ 2024.

ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ນຳພາທິມງານ ສູນກາງ ລົງຕິດຕາມຊຸກຍູ້ ແກ້ໄຂ ວຽກງານສາທາລະນະສຸກ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຢູ່ແຂວງຫຼວງນ້ຳທາ ໃນວັນທີ 11-12 ກັນຍາ 2024.

ນຳທີມລົງຕິດຕາມໂດຍ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມທິມງານ ຈາກກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມອາຫານ ແລະ ຢາ, ສູນຈັດຫານໍ້າສະອາດ ແລະ ສິ່ງແວດລ້ອມ, ສູນສະໜອງຢາ ແລະ ອຸປະກອນການແພດ, ສູນຮັກສາສຸຂະພາບແມ່ ແລະ ເດັກ.

ເພື່ອສຸມໃສ່ໃນການແກ້ໄຂ້ວຽກງານສຸກເສີນ ທາງດ້ານສາທາລະນະສຸກ ແລະ ເອົາໃຈໃສ່ໃນການແກ້ໄຂ ຜົນເສຍຫາຍຂອງສະຖານທີ່ບໍລິການສາທາລະນະສຸກ ໂດຍສະເພາະ ໂຮງໝໍແຂວງ,ໂຮງໝໍເມືອງ ແລະ ສຸກສາລາ ຈຳນວນໜໜໜຶ່ງໃຫ້ສາມາດກັບມາໃຫ້ບໍລິການປິ່ນປົວຮັກສາສຸຂະພາບໂດຍໄວ, ພ້ອມທັງຊີ້ນຳຢ່າງໃກ້ຊິດໃນການຮິບຮ້ອນຜະລິດນ້ຳໃຊ້ ເພື່ອສະຫນອງໃຫ້ແກ່ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບດັ່ງກ່າວໃຫ້ມີນນໍ້າໃຊ້ປະຈຳວັນໃຫ້ພຽງພໍ. ນອກນັ້ນເພີ່ນຍັງເນັ້ນໃຫ້ຂະແໜງການສາທາລະນະສຸກແຂວງ ເພີ່ມທະວີໃນການໂຄສະນາໃນການຮັກສາສຸຂະອະນາໄມ ໃນໄລຍະນໍ້າຖ້ວນ ແລະ ໄລຍະຟື້ນຟູສະພາບ ເພື່ອຫລຸດຜ່ອນການເຈັບເປັນຈາກບັນດາພະຍາດທີ່ອາດຈະເກີດຫຼັງນ້ຳຖ້ວມ.

ໃນການລົງຕິດຕາມຊຸກຍູ້ ຍັງໄດ້ເອົາເຄື່ອງອຸປະກອນການແພດ, ຢາທີ່ຈຳເປັນ, ເຄື່ອງໃຊ້ຈຳເປັນ ປະຈຳວັນ ແລະ ອາຫານແຫ້ງ ເພື່ອມາມອບໃຫ້ພະແນກສາທາລະນະສຸກແຂວງຫຼວງນໍ້າທາ ອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments