Thursday, September 19, 2024
Homeຂ່າວການເມືອງລັດຖະມົນຕີ ຫົວໜ້າ ຫສນຍ ຕິດຕາມການແກ້ໄຂສະພາບນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ

ລັດຖະມົນຕີ ຫົວໜ້າ ຫສນຍ ຕິດຕາມການແກ້ໄຂສະພາບນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ

———-

ເພື່ອປະຕິບັດຕາມທິດຊີ້ນໍາຂອງທ່ານນາຍົກລັດຖະມົນຕີ, ໃນວັນທີ 11-12 ກັນຍາ 2024 ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມເບິ່ງສະພາບຜົນກະທົບຈາກໄພພິບັດນໍ້າຖ້ວມຕົວຈິງ ຢູ່ເທດສະບານແຂວງຫຼວງນໍ້າທາ ເພື່ອເກັບກໍາຂໍ້ມູນລາຍງານລັດຖະບານ ມີທິດຊີ້ນຳໃນການແກ້ໄຂຜົນກະທົບດັ່ງກ່າວ ໃຫ້ມີຄວາມວ່ອງໄວທັນການ, ທັງຮັບປະກັນປະສິດທິພາບ ແລະ ປະສິດທິຜົນ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ຫົວໜ້າ ຫສນຍ ໄດ້ໄປຕິດຕາມກວດກາເບິ່ງພື້ນທີ່ນໍ້າຖ້ວມຕົວຈິງ ຢູ່ເຂດບ້ານຫຼວງ, ບ້ານໂພນໄຊ, ບ້ານຫົວຂົວ, ບ້ານດອນ, ບ້ານວຽງເໜືອ, ບ້ານວຽງໃຕ້ ແລະ ບ້ານອື່ນໆ; ຕິດຕາມເບິ່ງສະພາບການສະໜອງ ແລະ ຈໍາໜ່າຍສິນຄ້າ ຢູ່ໃນຕະຫຼາດກະສິກຳແຂວງ. ຈາກນັ້ນ ກໍໄດ້ໄປຢ້ຽມຢາມປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຢູ່ສູນພັກຊົ່ວຄາວ ຈຸດສະໂມສອນດອກປີກໄກ່ແຂວງ ທີ່ມີຜູ້ເຂົ້າມາພັກ 1.000 ກວ່າຄົນແລ້ວ, ພ້ອມດຽວກັນນີ້ ຍັງໄດ້ຖາມຂ່າວຜູ້ປະສົບໄພ ແລະ ຄະນະຮັບຜິດຊອບສູນດັ່ງກ່າວ ເຫັນວ່າ ຜູ້ປະສົບໄພສ່ວນຫຼາຍ ຍັງຂາດເຂີນ ແລະ ຕ້ອງການຄວາມຊ່ວຍເຫຼືອບາງດ້ານ ເປັນຕົ້ນ ສາດປູນອນ, ຜ້າຫົ່ມ, ມຸ້ງກັນຍຸງ, ອາຫານການກິນ, ເຄື່ອງໃຊ້ໃນຊີວິດປະຈຳວັນ. ສ່ວນຄວາມຕ້ອງການ ຂອງປະຊາຊົນ ທີ່ນໍ້າບົກແຫ້ງແລ້ວ ແມ່ນຍັງຕ້ອງການນໍ້າດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງບ່ອນນອນ, ນໍ້າສະອາດ ແລະ ອຸປະກອນ ສຳລັບການລ້າງ-ອະນາໄມບ້ານເຮືອນທີ່ເປິະເປື້ອນຈາກຂີ້ຕົມ. ສໍາລັບການກະກຽມສະຖານທີ່ ສູນພັກເຊົາ, ຊ່ວຍເຫຼືອຊົ່ວຄາວ ຢູ່ພາຍໃນເທດສະບານແຂວງ ມີ 5 ຈຸດ ຄື: ໂຮງຮຽນມັດທະຍົມສົມບູນເທດສະບານແຂວງ, ສະໂມສອນດອກປີກໄກ່ແຂວງ, ວັດສາມັກຄີໄຊ, ກອງບັນຊາການທະຫານເມືອງຫຼວງນໍ້າທາ ແລະ ຄີວລົດຕ່າງແຂວງ.

ໃນໂອກາດດຽວກັນ, ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ຍັງໄດ້ພົບປະກັບທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ໂດຍໄດ້ນຳເອົາຄວາມເປັນຫ່ວງເປັນໃຍ, ຄຳຢ້ຽມຢາມຖາມຂ່າວ ຂອງທ່ານນາຍົກລັດຖະມົນຕີ ແລະ ພະນັກງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມາຍັງຄະນະພັກ-ຄະນະນຳ ແລະ ປະຊາຊົນຊາວແຂວງຫຼວງນໍ້າທາ; ພ້ອມກັນນີ້, ຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ຍັງໄດ້ມອບເງິນຊ່ວຍເຫຼືອ ເພື່ອປະກອບສ່ວນ ເພື່ອບັນເທົາທຸກຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ໃນຄັ້ງນີ້ ມີຈຳນວນ 100 ລ້ານກີບ ໂດຍແມ່ນທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະນຳຂອງແຂວງ ໄດ້ຕາງໜ້າໃຫ້ອົງການປົກຄອງແຂວງ ແລະ ປະຊາຊົນຊາວແຂວງຫຼວງນໍ້າທາ ກ່າວຮັບ. ນອກນີ້, ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ຍັງໄດ້ຕິດຕາມທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ໄປຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພນໍ້າຖ້ວມ ຢູ່ບັນດາສູນພັກຊົ່ວຄາວ ຕື່ມອີກ.

(ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments