Thursday, September 19, 2024
Homeຂ່າວການເມືອງຕິດຕາມກວດກາ ການໂຄສະນາເຜີຍແຜ່ລັດຖະທໍາມະນູນ ແລະ ກົດໝາຍ

ຕິດຕາມກວດກາ ການໂຄສະນາເຜີຍແຜ່ລັດຖະທໍາມະນູນ ແລະ ກົດໝາຍ

ກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດ ການໂຄສະນາເຜີຍແຜ່ລັດຖະທໍາມະ ນູນ ແລະ ກົດໝາຍ ຈັດຂຶ້ນໃນວັນທີ 12 ກັນຍາ 2024 ຢູ່ແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ມີບັນດາຮອງປະທານສະພາປະຊາຊົນແຂວງ, ກໍາມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ພະນັກງານຫລັກແຫລ່ງຂອງແຂວງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ຈະເລີນ ເຍຍປາວເຮີ ໄດ້ໃຫ້ຮູ້ວ່າ: ການໂຄສະນາ ເຜີຍແຜ່ລັດຖະທຳມະ ນູນ ແລະ ກົດໝາຍ ແມ່ນວຽກງານສຳຄັນອັນໜຶ່ງ ໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຊຶ່ງນັບແຕ່ໄດ້ສະຖາປະນາ ສປປ ລາວ ເປັນຕົ້ນມາ ລັດເຮົາໄດ້ປະກາດໃຊ້ລັດຖະທຳມະນູນ ແລະ ຜັນຂະຫຍາຍອອກມາເປັນກົດໝາຍ ຈຳນວນຫລາຍກວ່າ 169 ສະບັບ ແລະ ນິຕິກຳໃຕ້ກົດໝາຍເປັນຈຳນວນຫລວງ ຫລາຍ, ແຕ່ເຫັນວ່າ ວຽກງານການໂຄສະນາເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາກະ ຊວງ-ອົງການ ແລະ ທ້ອງຖິ່ນ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງແຂງແຮງ, ກວ້າງຂວາງ, ທົ່ວເຖິງທຸກເປົ້າໝາຍ ແລະ ເລິກເຊິ່ງ, ປະກົດການຫຍໍ້ທໍ້ລະເມີດກົດໝາຍ ມີລັກສະນະແຜ່ຫລາຍໃນສັງຄົມ ແລະ ອີກປະການໜຶ່ງ ລັດເຮົາຍັງບໍ່ທັນໄດ້ສະຫລຸບຕີລາຄາທົ່ວປະເທດຕໍ່ວຽກງານດັ່ງກ່າວ. ສະນັ້ນ ຄະນະປະຈຳສະພາແຫ່ງຊາດ ຈຶ່ງໄດ້ອອກຄຳແນະນຳ ສະບັບເລກທີ 01/ຄປຈ, ລົງວັນທີ 3 ມັງກອນ 2024 ວ່າດ້ວຍການສະຫລຸບຕີລາຄາ ການໂຄສະນາເຜີຍແຜ່ກົດໝາຍ ເພື່ອໃຫ້ບັນດາກະຊວງ, ອົງ ການ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ຕໍ່ວຽກງານການໂຄສະນາ ເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າ ມີຄວາມຮັບຮູ້ເຂົ້າໃຈ ແລະ ສາມາດເຂົ້າເຖິງກົດໝາຍຫລາຍຂຶ້ນ.

ການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອຕິດຕາມກວດກາຕໍ່ວຽກງານດັ່ງກ່າວ ດ້ວຍການຮັບຟັງການລາຍງານຂອງຂະແໜງການ ແລະ ອົງການກ່ຽວຂ້ອງ ພ້ອມທັງປຶກສາຫາລືແລກປ່ຽນຄວາມເຫັນກ່ຽວກັບວຽກງານການໂຄສະນາ ເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍ ທີ່ໄດ້ປະກາດໃຊ້ໄປແລ້ວນັ້ນ ເພື່ອໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານດີ, ດ້ານຄົງຄ້າງ, ສາເຫດຕົ້ນຕໍທີ່ພາໃຫ້ມີດ້ານດີ, ດ້ານອ່ອນ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ແນໃສ່ສ້າງຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດ ເຮັດໃຫ້ທົ່ວສັງຄົມມີສະຕິເຄົາລົບປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃຫ້ສູງຂຶ້ນ.

ຂ່າວ-ພາບ: ຄໍາໝັ້ນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments