Thursday, September 19, 2024
Homeຂ່າວໜ້າໜຶ່ງອົດສະຕຣາລີ ມອບເຄື່ອງຊ່ວຍເຫລືອໃຫ້ ສປປ ລາວ ຕອບໂຕ້ໄພພິບັດສຸກເສີນ

ອົດສະຕຣາລີ ມອບເຄື່ອງຊ່ວຍເຫລືອໃຫ້ ສປປ ລາວ ຕອບໂຕ້ໄພພິບັດສຸກເສີນ

ຂປລ. ວັນທີ 12 ກັນຍາ 2024 ນີ້, ທ່ານ ນາງ ເມແກັນ ຈອນສ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ໄດ້ຕາງໜ້າໃຫ້ລັດຖະບານອົດສະຕຣາລີ ມອບເຄື່ອງຊ່ວຍເຫລືອເຫລືອຕອບໂຕ້ໄພພິບັດ ຈຳນວນ 8 ໂຕນ ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ເຄື່ອງຊ່ວຍເຫລືອດັ່ງກ່າວ, ໄດ້ຖືກຂົນສົ່ງໂດຍເຮືອບິນກອງທັບອາກາດ ຂອງອົດສະຕຣາລີ ເຊິ່ງເປັນສ່ວນໜຶ່ງຂອງກິດຈະກຳ ຮ່ວມມື ດ້ານວຽກງານການປ້ອງກັນຊາດ ນຳພາໂດຍກອງທັບປ້ອງກັນຊາດຂອງ ອົດສະຕຣາລີ.

ເຄື່ອງທີ່ນຳມາມອບຄັ້ງນີ້, ປະກອບມີ: ອຸປະກອນສຸຂະອະນາໄມ 224 ຊຸດ, ເຄື່ອງຄົວ 80 ຊຸດ, ຜ້າຫົ່ມ 400 ຜືນ, ມຸ້ງ 240 ດາງ, ສາດຢາງ 400 ຜືນ, ຜ້າບັດຢາງ 448 ຜືນ, ອຸປະກອນຈົກ-ສຽມ 224 ຊຸດ, ຄາດວ່າຈະສາມາດຊ່ວຍເຫລືອປະຊາຊົນໄດ້ຫລາຍກວ່າ 200 ຄອບຄົວ ເຊິ່ງເຄື່ອງຊ່ວຍເຫລືອດັ່ງກ່າວ, ແມ່ນມີຄວາມຈຳເປັນສຳລັບປະຊາຊົນ ທີ່ກໍາລັງຜະເຊີນກັບ ຜົນກະທົບຈາກໄພພິບັດ.

ທ່ານ ນາງ ເມແກັນ ຈອນສ ໄດ້ໃຫ້ຮູ້ວ່າ: ເຄື່ອງຊ່ວຍເຫລືອຕອບໂຕ້ໄພພິບັດຄັ້ງນີ້, ຈະເປັນການປະກອບສ່ວນຊ່ວຍ ລັດຖະບານລາວ ນໍາໄປຊ່ວຍເຫລືອ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ຫລື ເຫດການສຸກເສີນອື່ນໆ, ທັງຈະອໍານວຍຄວາມສະດວກ ໃຫ້ສາມາດຕອບໂຕ້ໄພພິບັດສຸກເສີນໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ. ລັດຖະບານອົດສະຕຣາລີ ເວລາໃດກໍຢືດໝັ້ນສາຍພົວພັນຮ່ວມມທີ່ດີ ຂອງສອງປະເທດ ແລະ ຍິນດີທີ່ໄດ້ໃຫ້ການຊ່ວຍເຫລືອ ລັດຖະບານລາວ ໃນການກຽມຄວາມພ້ອມ ເພື່ອຕອບໂຕ້ໄພພິບັດສຸກເສີນທາງທຳມະຊາດ.

ໂອກາດນີ້, ທ່ານ ລີປາວ ຢ່າງ ໄດ້ຕາງໜ້າກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຄື ຄະນະກໍາມະການຄຸມຄອງໄພພິບັດ ຂັ້ນສູນກາງ ຕີລາຄາສູງຕໍ່ກັບການຊ່ວຍເຫລືອ ຈາກລັດຖະບານອົດສະຕຣາລີ ໃນຄັ້ງນີ້, ທີ່ເຫັນໄດ້ຄວາມສຳຄັນໃນການຕອບໂຕ້ໄພພິບັດ, ພ້ອມທັງຢືນຢັນວ່າ ຈະໄດ້ກະກຽມຈັດສົ່ງໄປໃຫ້ປະຊາຊົນ ຜູ້ທີ່ປະສົບໄພພິບັດ ຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ທີ່ຍັງຜະ ເຊີນກັບຄວາມຫຍຸ້ງຍາກ ໃນປັດຈຸບັນ ໂດຍໄວ.

ຂ່າວ: ກິດຕາ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments