Thursday, September 19, 2024
Homeຂ່າວໜ້າໜຶ່ງລາວ-ຫວຽດນາມ ຮັດແໜ້ນສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ຮັດແໜ້ນສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ

…………

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນຕອນເຊົ້າຂອງວັນທີ 10 ກັນຍາ ນີ້, ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ, ສົມກຽດ ແລະ ມີລັກສະນະພິເສດ ທີ່ ສໍານັກງານປະທານປະເທດ ສສ ຫວຽດນາມ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະທານ ແຫ່ງ ສປປ ລາວ ແລະ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ. ຫຼັງຈາກນັ້ນ, ຜູ້ນໍາຂອງສອງປະເທດ ລາວ-ຫວຽດນາມ ໄດ້ພົບປະສອງຝ່າຍຢ່າງເປັນທາງການ ທີ່ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີທີ່ໄດ້ພົບປະກັບ ສະຫາຍ ໂຕ ລິມ ອີກຄັ້ງ ຊຶ່ງເປັນການພົບປະກັນຢ່າງເປັນທາງການເທື່ອທີ 2 ໃນຮອບ 2 ເດືອນ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ໂຕເລິມ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນກອງປະຊຸມສະໄໝສາມັນຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII ໃນວັນທີ 3 ສິງຫາ 2024 ທີ່ຜ່ານມາ ເປັນການສະແດງໃຫ້ເຫັນເຖິງການຕີລາຄາສູງ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ສະຫາຍ ຊຶ່ງເປັນໜ້າທີ່ອັນໜັກໜ່ວງທີ່ສຸດ ແຕ່ເຕັມໄປດ້ວຍກຽດອັນສະຫງ່າ ຫາສິ່ງອື່ນປຽບບໍ່ໄດ້.

ໃນທ່າມກາງບັນຍາກາດອັນໂສກເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຄືນຂອງ ສະຫາຍ ຫງວຽນຝູຈ້ອງ ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ. ສະຫາຍ ທອງລຸນ ສີສຸສິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກ ໂດຍມີ ສະຫາຍ ໂຕເລິມ ເປັນເລຂາທິການໃຫຍ່ ບັນດາສະຫາຍຈະຫັນເອົາຄວາມທຸກໂສກເສຍດາຍນີ້ ໃຫ້ກາຍເປັນເຫງົ້າແຫ່ງຄວາມສາມັກຄີທົ່ວປວງຊົນທັງຊາດ ເພື່ອສືບຕໍ່ກ້າວຂຶ້ນຢ່າງໜັກແໜ້ນ ແລະ ສ້າງສາປະເທດຫວຽດນາມ ກາຍເປັນປະເທດອຸດສາຫະກໍາ ຕາມທິດທັນສະໄໝ ແລະ ບັນລຸເປົ້າໝາຍປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ພ້ອມດຽວກັນນີ້, ກໍໄດ້ສະແດງຄວາມເຫັນອົກເຫັນໃຈ ຕໍ່ຜົນກະທົບຂອງພາຍຸເລກ 3 (ຢາກິ) ທີ່ພັດເຂົ້າສູ່ພາກກາງ ແລະ ພາກເໜືອຂອງຫວຽດນາມ ໃນລະຫວ່າງວັນທີ 6-7 ກັນຍາ 2024 ຜ່ານມາ ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງເຖິງຊີວິດ ແລະ ຊັບສິນຂອງປະຊາຊົນຫວຽດນາມອ້າຍນ້ອງ.

ໃນການພົບປະ, ສອງຝ່າຍໄດ້ແຈ້ງສະພາບການໂດຍຫຍໍ້ ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃຫ້ກັນຊາບ ພ້ອມທັງໄດ້ຮ່ວມກັນປຶກສາຫາລືຕີລາຄາສະພາບການຮ່ວມມືສອງຝ່າຍ ໃນໄລະຍະຜ່ານມາ ກໍຄືທິດທາງແຜນການໃນຕໍ່ໜ້າ ລວມທັງໄດ້ແລກປ່ຽນຄໍາຄິດເຫັນບາງສະພາບການພົ້ນເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄິພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກ ໂດຍໄດ້ມີການພົບປະ ແລະ ແລກປ່ຽນຢ້ຽມຢາມຊຶ່ງກັນ ແລະ ກັນຂອງການນໍາຂັ້ນສູງຢ່າງເປັນປົກກະຕິ. ການຮ່ວມມືທາງດ້ານການເມືອງ ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈ, ໜັກແໜ້ນ, ໝັ້ນທ່ຽງ ແລະ ນັບມື້ມີຄວາມໃກ້ຊິດສະໜິດສະໜົມກັນ. ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີການຮ່ວມມືດ້ວຍຫຼາຍຮູບການ ແລະ ວິທີການທີ່ແໜ້ນແຟ້ນ, ມີຄວາມໃກ້ຊິດ ເພື່ອຮັບມືກັບສະພາບການໃໝ່ ທີ່ນັບມື້ນັບຜັນແປຢ່າງສະຫຼັບສັບຊ້ອນ ແລະ ຮັກສາໄດ້ຊາຍແດນ ລາວ-ຫວຽດນາມ ໃຫ້ກາຍເປັນຊາຍແດນ ແຫ່ງ ສັນຕິພາບ ແລະ ການພັດທະນາແບບຍືນຍົງ. ການຮ່ວມມືດ້ານເສດຖະ ກິດ-ການຄ້າ ສືບຕໍ່ໄດ້ຮັບການເອົາໃຈໃສ່ຈາກພັກ, ລັດ ກໍຄືບັນດາກະຊວງ, ຂະແໜງການຂອງສອງປະເທດ ໃນການປະຕິບັດເປົ້າໝາຍສູ້ຊົນທີ່ສອງຝ່າຍໄດ້ວາງອອກ ໃນການເພີ່ມມູນຄ່າການຄ້າສອງສົ້ນ, ຊຶ່ງໃນ 7 ເດືອນຕົ້ນປີ 2024 ນີ້ ບັນລຸໄດ້ 1,1 ຕື້ໂດລາ ເພີ່ມຂຶ້ນ 17% ຖ້າທຽບໃສ່ໄລຍະດຽວກັນໃນປີ 2023. ສໍາລັບການຮ່ວມມືດ້ານເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ການສຶກສາ ແມ່ນນັບມື້ນັບໄດ້ເພີ່ມທະວີ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ຊຶ່ງໃນປີ 2024 ນີ້ ລັດຖະບານຫວຽດນາມ ໄດ້ໃຫ້ທຶນການສຶກສາ ແກ່ພະນັກງານ ແລະ ນັກຮຽນ ໄປຮຽນຢູ່ ສສ ຫວຽດນາມ ໄລຍະສັ້ນ-ໄລຍະຍາວ ຈໍານວນ 1.120 ທຶນ. ພ້ອມກັນນັ້ນ, ການນໍາຂອງທັງສອງປະເທດ ເຫັນດີຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍຄືບັນດາກະຊວງ, ຂະແໜງການຕ່າງໆ ຢູ່ ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະບັນດາໂຄງການຮ່ວມມືຍຸດທະສາດ ໃຫ້ເປັນຮູບປະທໍາ ເປັນຕົ້ນແມ່ນ ໂຄງການທ່າທຽບເຮືອ ຫວຸງອາງ 1, 2, 3, ໂຄງການເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການພັດທະນາເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ (ຫວຸງອາງ), ໂຄງການກໍ່ສ້າງໂຮງງານໄຟຟ້າຄວາມຮ້ອນ ຢູ່ ແຂວງເຊກອງ, ໂຄງການບໍ່ເກືອກາລີ ຢູ່ ແຂວງຄໍາມ່ວນ, ໂຄງການກໍ່ສ້າງ ສວນອຸທິຍານ ປະທານໂຮ່ຈິມິນ ຢູ່ ນະຄອນຫຼວງວຽງຈັນ ແລະ ໂຄງການອື່ນໆ; ສືບຕໍ່ເພີ່ມທະວີການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການທ່ອງທ່ຽວ, ພະລັງງານ, ການກະສິກໍາ, ຊຸກຍູ້ການເຊື່ອມໂຍງທາງດ້ານເສດຖະກິດ ໂດຍເລີ່ມຈາກການເຊື່ອມໂຍງທາງດ້ານຄົມມະນາຄົມໃຫ້ຫຼາຍຂຶ້ນ ລວມທັງການປັບປຸງ ແລະ ຍົກລະດັບດ່ານສາກົນຮ່ວມກັນ; ພ້ອມທັງເອົາໃຈໃສ່ປັບປຸງກົນໄກ ແລະ ສ້າງສະພາບແວດລ້ອມ ອັນເອື້ອອໍານວຍໃຫ້ແກ່ການລົງທຶນຂອງກັນ ແລະ ກັນ ທັງໂຄສະນາດຶງດູດນັກລົງທຶນຂອງກັນ ແລະ ກັນ ໂດຍສະເພາະແມ່ນນັກລົງທຶນເອກະຊົນລາຍໃຫຍ່ທີ່ມີທ່າແຮງ ໃນບັນດາຂະແໜງການທີ່ເປັນບຸລິມະສິດ ເຊັ່ນ: ກະສິກໍາສະອາດ, ປຸງແຕ່ງແຮ່ທາດ, ດ້ານພະລັງງານ, ດ້ານເຕັກໂນໂລຊີ, ທ່ອງທ່ຽວ, ການປຸງແຕ່ງຜະລິດເປັນສິິນຄ້າ.

ພ້ອມດຽວກັນນັ້ນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ອວຍພອນໄຊອັນປະເສີດ ເນື່ອງໃນວັນຊາດ ແຫ່ງ ສສ. ຫວຽດນາມ ຄົບຮອບ 79 ປີ ກໍຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 62 ປີ, ພ້ອມທັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ບໍ່ວ່າຈະຢູ່ໃນໄລຍະແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ໂດຍສະເພາະໃນໄລຍະທີ່ ສປປ ລາວ ກໍາລັງປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດ ຖະກິດຄືປັດຈຸບັນ ສົມກັບຄໍາເວົ້າອໍາມະຕະທີ່ວ່າ “ເຂົ້າເມັດຫັກ ຜັກເສັ້ນດຽວກໍບິແບ່ງກັນກິນ” ກໍຄືການຊ່ວຍເຫຼືອຜ່ານໂຄງການຕ່າງໆ ເຊັ່ນ: ໂຄງການສະໜາມບິິນໜອງຄ້າງ, ໂຄງການສ້າງຖານຂໍ້ມູນໃນການຄຸ້ມຄອງສໍາມະໂນຄົວ ແລະ ບັດປະຈໍາຕົວຂອງພົນລະເມືອງລາວ, ໂຄງການກໍ່ສ້າງສູນບໍາບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ກໍຄືການສະໜັບສະໜູນ ແລະ ຊ່ວຍເຫຼືອການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ.

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງການເດີນທາງຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດນາມ ຂອງ ສະຫາຍ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໃນຄັ້ງນີ້ ຊຶ່ງຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

(ຂ່າວ: ກົມການຂ່າວ ກຕທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments