Thursday, September 19, 2024
Homeຂ່າວການເມືອງພັນລະຍາ ເລຂາທິການໃຫຍ່, ປະທານປະເທດ ຢ້ຽມຢາມພັນລະຍາອະດີດການນໍາຫວຽດນາມ ແລະ ບ້ານເດັກກໍາພ້າ ເບີລາ

ພັນລະຍາ ເລຂາທິການໃຫຍ່, ປະທານປະເທດ ຢ້ຽມຢາມພັນລະຍາອະດີດການນໍາຫວຽດນາມ ແລະ ບ້ານເດັກກໍາພ້າ ເບີລາ

ຂປລ.ໃນໂອກາດຕິດຕາມ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ເດີນທາງຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດນາມ ໃນວັນທີ 10-13 ກັນຍາ 2024 ນີ້, ສະຫາຍ ນາງ ນາລີ ສີສຸລິດ ພັນລະຍາ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ພັນລະຍາ ອະດີດການນໍາ ສສ ຫວຽດນາມ ແລະ ຢ້ຽມ ຢາມບ້ານເດັກກໍາພ້າ ເບີລາ.

ໃນຕອນເຊົ້າວັນທີ 10 ກັນຍາ 2024, ສະຫາຍ ນາງ ນາລີ ສີສຸລິດ ແລະ ຄະນະ ໄດ້ໄປຢ້ຽມ ຢາມ ສະຫາຍ ນາງ ໂງ ທິ ເມິ້ນ ພັນລະຍາ ສະຫາຍ ຫງວຽນ ຝູ໋ ຈ້ອງ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢູ່ທີ່ ນະຄອນຫລວງຮ່າໂນ້ຍ. ໃນໂອກາດນີ້, ສະຫາຍ ນາງ ນາລີ ສີສຸລິດ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ສະໜິດສະໝົມ, ຮັກແພງແບບຄອບຄົວໄປຍັງ ສະຫາຍ ນາງ ໂງ ທິ ເມິ້ນ ພ້ອມດ້ວຍຄອບຄົວ.

ໃນຕອນບ່າຍວັນດຽວກັນ, ສະຫາຍ ນາງ ນາລີ ສີສຸລິດ ກໍໄດ້ເຄື່ອນໄຫວຮ່ວມກັບ ສະຫາຍ ນາງ ໂງ່ ເຟືອງ ລີ ພັນລະຍາ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ເພື່ອຢ້ຽມຢາມບ້ານເດັກກໍາພ້າ ເບີລາ ຢູ່ທີ່ ນະຄອນຫລວງຮ່າໂນ້ຍ. ໃນໂອກາດດັ່ງກ່າວ, ສອງພັນລະຍາການນໍາ ລາວ-ຫວຽດນາມ ໄດ້ເຂົ້າຮ່ວມກິດຈະກໍາໃນງານໄຫວ້ພະຈັນ, ຊົມການສະແດງ, ມອບຂອງຂວັນໃຫ້ແກ່ເດັກນ້ອຍ, ລວມທັງມອບເຄື່ອງຊ່ວຍເຫລືອໃຫ້ແກ່ບ້ານດັ່ງກ່າວ ເພື່ອປະກອບ ສ່ວນໃນການສົ່ງເສີມການຮຽນຮູ້ ແລະ ການຈະເລີນເຕີບໂຕຂອງເດັກກໍາພ້າ ທີ່ອາໄສຢູ່ໝູ່ບ້ານດັ່ງກ່າວ ເພື່ອອະນາຄົດທີ່ສົດໃສຂອງເຂົາເຈົ້າ.

ບ້ານເດັກກໍາພ້າ ເບີລາ ຮ່າໂນ້ຍ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1987, ຕະຫລອດໄລຍະ 30 ກວ່າປີຜ່ານມາ ບ້ານເດັກກໍາພ້າດັ່ງກ່າວ ໄດ້ຮັບລ້ຽງດູເດັກກໍາພາຫລາຍກວ່າ 500 ຄົນ ໂດຍໄດ້ຮັບການລ້ຽງດູແບບຄອບຄົວ ແບບພໍ່ແມ່ອ້າຍເອື້ອຍນ້ອງ, ພ້ອມທັງໄດ້ຮັບການຮັບປະກັນໃຫ້ໄດ້ເຂົ້າໂຮງຮຽນຕາມເກນອາຍຸທີ່ກໍານົດ ແລະ ຍັງສາມາດຮຽນຮູ້ວິຊາຊີບຢູ່ສູນຕ່າງໆ ອີກດ້ວຍ.

ຂ່າວ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments