Thursday, September 19, 2024
Homeຂ່າວພາຍໃນເປີດດ່ານສາກົນປາກຕາພານ ຢ່າງເປັນທາງການ

ເປີດດ່ານສາກົນປາກຕາພານ ຢ່າງເປັນທາງການ

……

ພິທີເປີດດ່ານສາກົນປາກຕາພານ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 6 ກັນຍາຜ່ານມາ, ໂດຍການເຂົ້າຮ່ວມຂອງທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ມີທ່ານ ໂພໄຊ ໄຂຄໍາພີທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ມີແຂກຖືກເຊີນຈາກພາຍໃນ ແລະ ປະເທດໃກ້ຄຽງເຂົ້າຮ່ວມ.

ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານຊາຍແດນ ໄດ້ລາຍງານໃຫ້ຮູ້ວ່າ: ດ່ານສາກົນປາກຕາພານ ເມືອງລະຄອນເພັງ ແຂວງສາລະວັນ ຕັ້ງຢູ່ເຊີ່ງໜ້າກັບດ່ານຖາວອນປາກແຊງ, ອຳເພີນາຕານ ຈັງຫວັດອຸບົນຣາຊະທານີ ເປັນຊາຍແດນທີ່ມີເສັ້ນທາງເຊື່ອມຕໍ່ກັນທາງນ້ຳ. ໃນປີ 1988 ລັດຖະບານ ສປປ ລາວ ໄດ້ເຫັນດີອະນຸມັດໃຫ້ເປີດເປັນດ່ານຊາຍແດນ ເພື່ອອໍານວຍຄວາມສະດວກໃນການໄປມາຫາສູ່ກັນ ແລະ ແລກປ່ຽນສິນຄ້າ ລະຫວ່າງ ເມືອງລະຄອນເພັງ ກັບ ອຳເພີນາຕານ. ໃນເບື້ອງຕົ້ນການແລກປ່ຽນຊື້ຂາຍ ແລະ ໄປມາຫາສູ່ ແມ່ນນໍາໃຊ້ເຮືອຂົນສົ່ງຂະໜາດນ້ອຍເປັນຫຼັກ, ໃຊ້ແຮງງານຄົນແບກ, ຫາບ ເພື່ອລຳລຽງເຄື່ອງຂອງຂຶ້ນຝັ່ງ ລະຫວ່າງເມືອງລະຄອນເພັງ ກັບ ອໍາເພີນາຕານ ຕາມປະເພນີ. ຜ່ານມາໄລຍະໜຶ່ງ ເຫັນວ່າການຂະຫຍາຍຕົວ ໂດຍສະເພາະໃນປີ 2010-2013, ດ່ານແຫ່ງນີ້ໄດ້ຮັບການອະນຸຍາດນໍາເຂົ້ານໍ້າມັນ, ສິນຄ້າກະສິກໍາ, ໃນປີ 2013 ລັດຖະບານລາວ ກໍຄືກະຊວງການຕ່າງປະເທດ ໄດ້ອະນຸມັດໃຫ້ນຳໃຊ້ໜັງສືຜ່ານແດນ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນ, ພາຫະນະການເຂົ້າ-ອອກ ທັງສອງປະເທດ, ເລີີ່ມຕົ້ນປີ 2015 ໄດ້ສຸມທຶນຮອນໃນການຍົກລະດັບພື້ນຖານໂຄງລ່າງ ເປັນຕົ້ນ: ອາຄານດ່ານ, ເສັ້ນທາງເຊື່ອມຕໍ່ຫາເສັ້ນທາງເລກທີ 13 ໃຕ້, ທາງລົງບັກ ເພື່ອເປີດບໍລິການເຮືອບັກຂົນສົ່ງສິນຄ້າຂະໜາດໃຫຍ່, ສິ່ງອໍານວຍຄວາມສະດວກຕ່າງໆ ໃນການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ໄດ້ມີການເຕີບໃຫຍ່, ຂະຫຍາຍຕົວຂຶ້ນເລື້ອຍໆ.

ໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງສາລະວັນ ກໍໄດ້ຍົກໃຫ້ເຫັນວ່າ: ການຍົກລະດັບຈາກດ່ານທ້ອງຖິ່ນປາກຕາພານ ເປັນດ່ານສາກົນ ເປັນເຫດການທີ່ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ເພາະວ່າຈຸດດັ່ງກ່າວແມ່ນທີ່ຕັ້ງຍຸດທະສາດທາງດ້ານການບໍລິການທາງຜ່ານ ແລະ ການຄ້າໃນລະດັບອານຸພາກພື້ນ, ເປັນປະຕູເຊື່ອມໂຍງເສດຖະກິດ ລະຫວ່າງ 4 ແຂວງພາກໃຕ້, 1 ແຂວງພາກກາງຂອງລາວ ແລະ ຈະຊ່ວຍກະຕຸກຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ເປັນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ປະຊາຊົນລາວ, ໄທ ແລະ ປະເທດທີ 3 ສາມາດເດີນທາງໄປມາ ຫາສູ່ ແລະ ເຂົ້າ-ອອກຜ່ານດ່ານແຫ່ງນີ້ ໄປຫາປະເທດຫວຽດນາມ ໄດ້ຢ່າງສະດວກສະບາຍ. ນອກຈາກນີ້, ອີງໃສ່ທີ່ຕັ້ງ ແລະ ຈຸດພິເສດຂອງດ່ານແຫ່ງນີ້ ຍັງເປັນເງື່ອນໄຂທີ່ສຳຄັນ ເພື່ອຮອງຮັບການກໍ່ສ້າງຂົວມິດຕະພາບ ແຫ່ງທີ 6 ທີ່ມີແຜນຈະສ້າງໃນຕໍ່ໜ້ານີ້. ຈາກນັ້ນ, ທ່ານເຈົ້າແຂວງສາລະວັນ ກໍໄດ້ໃຫ້ກຽດກ່າວເປີດການນໍາໃຊ້ດ່ານສາກົນປາກຕາພານ ຢ່າງເປັນທາງການ.

(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments