Thursday, September 19, 2024
Homeຂ່າວການເມືອງກອງປະຊຸມຄະນະວິຊາການປະສົມຊາຍແດນ ລາວ-ຫວຽດນາມ ຄັ້ງທີ IV

ກອງປະຊຸມຄະນະວິຊາການປະສົມຊາຍແດນ ລາວ-ຫວຽດນາມ ຄັ້ງທີ IV

……….

ກອງປະຊຸມ ຄັ້ງທີ IV ລະຫວ່າງ ຄະນະກໍາມະການປະສົມຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-7 ກັນຍາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ, ຄະນະວິຊາການຝ່າຍລາວ ນຳໂດຍ ທ່ານ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ຫົວໜ້າຄະນະວິຊາການຊາຍແດນຮ່ວມ ລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ນຳໂດຍ ທ່ານ ນາງ ຫງວຽນ ຖິ ເຮືອງ ຮອງຫົວໜ້າຄະນະກໍາມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ສສ ຫວຽດນາມ ຫົວໜ້າຄະນະວິຊາການຊາຍແດນປະສົມ ຫວຽດນາມ-ລາວ ແລະ ຍັງມີຜູູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດຜັນຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກກອງປະຊຸມ ຄະນະກໍາມະການປະສົມຊາຍແດນ ລາວ-ຫວຽດນາມ ຄັ້ງທີ III, ການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມສາມັນປະຈຳປີ ຄັ້ງທີ XXXIII ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມໃນ 6 ເດືອນຕົ້ນປີ ແລະ ການປະຕິບັດສັນຍາ ວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນໃນ ວັນທີ 16 ມີນາ 2016.

ການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະ 8 ເດືອນຜ່ານມາເຫັນວ່າ ບັນດາເຈົ້າ ໜ້າທີ່ຊາຍແດນນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ; ໄດ້ເປັນເຈົ້າການຫ້າວຫັນປະກອບສ່ວນສໍາຄັນເຂົ້າໃນວຽກງານຄຸ້ມຄອງຊາຍແດນ, ຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນ ລະຫວ່າງ ສອງປະເທດ ຊຶ່ງໄດ້ເປັນການປະກອບສ່ວນ ອັນສຳຄັນໃຫຍ່ຫຼວງໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານ, ບົນພື້ນຖານຈິດໃຈສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ. ທັງໝົດນີ້, ກໍເພື່ອແນໃສ່ເຮັດໃຫ້ບໍລິເວນຊາຍແດນຂອງ ລາວ-ຫວຽດນາມ ເປັນຊາຍແດນ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ພ້ອມກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການປັບປຸງແກ້ໄຂລະບຽບການຊາຍແດນສອງປະເທດໃຫ້ສອດຄ່ອງກັບສະພາບການໃນໄລຍະໃໝ່ ແລະ ໄດ້ເປັນເອກະພາບກັນໃນການວາງທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ເພື່ອປະຕິບັດວຽກງານຊາຍແດນໃຫ້ມີປະສິດທິຜົນ, ເປັນຕົ້ນແມ່ນໄດ້ມອບໃຫ້ເຈົ້າໜ້າທີ່ຊາຍແດນຂອງສູນກາງ ແລະ ທ້ອງຖິ່ນທັງສອງປະເທດສືບຕໍ່ເອົາໃຈໃສ່ໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ກວດກາລາດຕະເວນຮ່ວມກັນສອງຟາກຊາຍແດນເປັນປະຈຳ, ຍົກສູງວຽກງານການຄຸ້ມຄອງຊາຍແດນ, ຫຼັກໝາຍຊາຍແດນ ແລະ ດ່ານຊາຍແດນ; ເພີ່ມທະວີເອົາໃຈໃສ່ວຽກງານການໂຄສະນາເຜີຍແຜ່ນະໂຍບາຍ ແລະ ລະບຽບການຊາຍແດນຂອງສອງປະເທດໃຫ້ແກ່ປະຊາຊົນ ທີ່ດຳລົງຊີວິດຢູ່ບໍລິເວນສອງຟາກຊາຍແດນ ລາວ-ຫວຽດນາມ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ຈະແຈ້ງຕໍ່ລະບຽບຊາຍແດນ ແລະ ມີສ່ວນຮ່ວມເປັນເຈົ້າການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ດ່ານຊາຍແດນ; ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ສຸມໃສ່ການພັດທະນາພື້ນຖານໂຄງລ່າງທາງດ້ານເສດຖະກິດ, ການຄ້າຊາຍແດນ ການສົ່ງອອກ-ນໍາເຂົ້າສິນຄ້າຜ່ານແດນ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນຢູ່ລຽບຕາມຊາຍແດນ ມີການພັດທະນາ, ຄ້າຂາຍ, ໄປມາຫາສູ່ ແລະ ທໍາມາຫາກິນພ້ອມກັນພັດທະນາຮ່ວມກັນ.

ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນທ່າມກາງບັນຍາກາດອັນສະຫງ່າລາສີ ແຫ່ງ ສາຍພົວພັນອັນສະໜິດສະໜົມໄມຕີຈິດ ມິດຕະພາບ ທີ່ມີມູນເຊື້ອມາແຕ່ດົນນານໃຫ້ນັບມື້ຍິ່ງໄດ້ຮັບການເພີ່ມພູນຄູນສ້າງ, ແຕກດອກອອກຜົນ ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

ຂ່າວ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments