Tuesday, September 17, 2024
Homeຂ່າວການເມືອງລາວ ມອບ-ໂອນ ປະທານກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 22 ໃຫ້ ກອງທັບມາເລເຊຍ

ລາວ ມອບ-ໂອນ ປະທານກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 22 ໃຫ້ ກອງທັບມາເລເຊຍ

ຂປລ. ສປປ ລາວ ກໍຄື ກອງທັບປະຊາຊົນລາວ ໄດ້ສຳເລັດການເປັນປະທານກອງປະຊຸມ ຜູ້ບັນຊາການ ທະຫານ ສູງສຸດອາຊຽນ (ACDFM) ຄັ້ງທີ 21 ໃນວັນທີ 5 ກັນຍາ 2024 ນີ້, ຢູ່ນະຄອນຫລວງວຽງຈັນ ໂດຍມີຜູ້ບັນຊາການທະຫານສູງສຸດ ຈາກ 10 ປະເທດອາຊຽນ, ພ້ອມດ້ວຍຄະນະຜູ້ແທນ ແລະ ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດການ ເຂົ້າຮ່ວມ ພາຍຫລັງ ສຳເລັດກອງປະຊຸມ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ໃນນາມປະທານກອງປະຊຸມ ໄດ້ກ່າວມອບ-ໂອນ ການເປັນປະທານ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 22 ໃຫ້ແກ່ກອງທັບມາເລເຊຍ ເປັນເຈົ້າພາບຈັດ ນັບແຕ່ ວັນທີ 1 ມັງກອນ 2025 ເປັນຕົ້ນໄປ.

ຜົນສໍາເລັດຂອງກອງປະຊຸມ ດັ່ງກ່າວ, ສະແດງເຖິງຄວາມໝາຍໝັ້ນ ແລະ ການປະກອບສ່ວນ ຢ່າງຕັ້ງໜ້າ ຂອງກອງທັບບັນດາປະເທດ ສະມາຊິກອາຊຽນ ເຂົ້າໃນກອງປະຊຸມຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງນໍ້າໃຈໄມຕີຈິດ, ຄວາມສາມັກຄີ ກໍຄື ການປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ.

ເຖິງວ່າ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ໄດ້ສຳເລັດລົງແລ້ວກໍຕາມ, ແຕ່ການເປັນປະທານ ຂອງ ສປປ ລາວ ຍັງຈະສືບຕໍ່ດໍາເນີນໄປຈົນໝົດປີ 2024.

ຂ່າວ: ທະນູທອງ

ຂໍ້ມູນ-ພາບ: ໜັງສືພິມກອງທັບ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments