Tuesday, September 17, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ວ່າທີປະທານາທິບໍດີ ແຫ່ງ ສ. ອິນໂດເນເຊຍ ຄົນໃໝ່

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ວ່າທີປະທານາທິບໍດີ ແຫ່ງ ສ. ອິນໂດເນເຊຍ ຄົນໃໝ່

ໃນວັນທີ 6 ກັນຍາ 2024, ທີ່ ສໍານັກງານນາຍົກລັດຖະມົນຕີ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ພຣາໂບໂວ ສຸບຽນໂຕ, ວ່າທີປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົນໃໝ່, ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 5-6 ກັນຍາ 2024.

ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ພະນະທ່ານ ພຣາໂບໂວ ສຸບຽນໂຕ ທີ່ນໍາພາຄະນະມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ກໍໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ ພຣາໂບໂວ ສຸບຽນໂຕ ທີ່ໄດ້ຮັບ​ໄຊຊະນະ​ໃນ​ການເລືອກຕັ້ງປະທານາທິບໍດີ ແຫ່ງ ສ.ອິນ​​ໂດເນ​ເຊຍ ໃນເດືອນກຸມພາ 2024 ຜ່ານມາ ແລະ ຈະຮັບຕໍາແໜ່ງເປັນປະທານາທິບໍດີ ອິນໂດເນເຊຍ ຄົນທີ 8 ຢ່າງເປັນທາງການ ໃນວັນທີ 20 ຕຸລາ 2024 ນີ້, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວໄປຍັງ ພະນະທ່ານ ປະທານາທິບໍດີ ໂຈໂກ ວິໂດໂດ.

ພ້ອມກັນນີ້, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ຕະຫລອດໄລຍະ 6 ທົດສະວັດ ທີ່ຜ່ານມາ, ຊຶ່ງເຫັນວ່າ ການພົວພັນຮ່ວມມື ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ, ຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ໄປຄຽງຄູ່ກັນນັ້ນສອງຝ່າຍກໍມີການສະໜັບສະໜູນ ເເລະ ຊ່ວຍເຫຼືອເຊິ່ງກັນ ເເລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນນໍາກັນ ເພື່ອຊຸກຍູ້ການຮ່ວມມືໃນຂະແໜງການທີ່ມີທ່າແຮງບົ່ມຊ້ອນຂອງສອງຝ່າຍ ເປັນຕົ້ນແມ່ນ ດ້ານກະສິກຳ, ການທ່ອງທ່ຽວ, ອຸດສາຫະກຳບໍ່ແຮ່, ການບໍລິການ ແລະ ອື່ນໆ, ຊຶ່ງ ພະນະທ່ານ ສອນໄຊ ສີພັນດອນ ກໍໄດ້ຖືໂອກາດນີ້ ເຊື້ອເຊີນນັກລົງທຶນຈາກອິນໂດເນເຊຍ ເຂົ້າມາລົງທຶນຢູ່ ສປປ ລາວ ໃນຂະແໜ່ງຕ່າງໆ ໃຫ້ຫຼາຍຂຶ້ນຕື່ມອີກ. ນອກນັ້ນ, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ມີຄວາມສົນໃຈຮ່ວມກັນ.

ນອກຈາກນີ້, ພະນະທ່ານ ສອນໄຊ ສີພັນດອນ ຍັງໄດ້ແຈ້ງໃຫ້ຊາບເຖິງຜົນສໍາເລັດຂອງການເປັນປະທານອາຊຽນ ຂອງ ສປປ ລາວ ໃນໄລຍະ 8 ເດືອນຜ່ານມາ ແລະ ຄວາມພ້ອມໃນການສືບຕໍ່ເປັນເຈົ້າພາບ ແລະ ປະທານອາຊຽນ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ, ໂດຍສະເພາະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 8-11 ຕຸລາ 2024 ນີ້, ຊຶ່ງການເປັນປະທານອາຊຽນ ຂອງ ສປປ ລາວ ຄັ້ງນີ້ ແມ່ນໄດ້ກຳນົດເອົາຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ກໍານົດ 9 ບູລິມະສິດ ເພື່ອຜັນຂະຫຍາຍຄໍາຂວັນດັ່ງກ່າວ ທີ່ສອດຄ່ອງກັບນະໂຍບາຍ ແລະ ເປົ້າໝາຍຂອງ ສປປ ລາວ ໃນການຫັນປະເທດຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນສູນກາງຂອງການເຊື່ອມໂຍງ-ເຊື່ອມຈອດ ຂອງພາກພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍລວມຂອງອາຊຽນ ໃນການສ້າງອາຊຽນໃຫ້ເປັນພາກພື້ນທີ່ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ມີຄວາມເຂັ້ມແຂງ ເພື່ອສາມາດຮັບມືກັບສິ່ງທ້າທາຍຕ່າງໆ ໄດ້ຢ່າງມີປະສິດທິພາບ ແລະ ທັນການ.

ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈ ໄປຍັງລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ທີ່ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການພັດທະນາຊັບພະຍາກອນມະນຸດ, ພິເສດກໍ່ແມ່ນການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອໃນການເປັນປະທານອາຊຽນຂອງ ສປປ ລາວ ຜ່ານມາ, ລວມທັງການເປັນປະທານອາຊຽນ ໃນປີ 2024.

ໃນໂອກາດດຽວກັນນີ້, ພະນະທ່ານ ພຣາໂບໂວ ສຸບຽນໂຕ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄໍາເວົ້າອັນຈົບງາມຂອງ ພະນະທ່ານ ສອນໄຊ ສີພັນດອນ, ທັງຍັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອແນະນໍາຕົວກ່ອນການເຂົ້າຮ່ວມພິທີສາບານຕົນເປັນ ປະທານາທິບໍດີ ແຫ່ງ ສ.ອິນໂດເນເຊຍ ຢ່າງເປັນທາງການ ໃນວັນທີ 20 ຕຸລາ 2024 ທີ່ຈະມາເຖິງນີ້. ພ້ອມນີ້, ພະນະທ່ານ ພຣາໂບໂວ ສຸບຽນໂຕ ໄດ້ສະແດງຄວາມຍິນດີຈະສືບຕໍ່ໃຫ້ການຮ່ວມມືກັບ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສ.ອິນໂດເນເຊຍ ແລະ ສປປ ລາວ ໃຫ້ແໜ້ນແຟ້ນ ແລະ ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ໂດຍສະເພາະໄດ້ຢືນຢັນຄືນຈະສືບຕໍ່ໃຫ້ການສະໜັບສະໜູນໃນການພັດທະນາຊັບພະຍາກອນມະນຸດ ແລະ ການເປັນປະທານອາຊຽນ ຂອງ ສປປ ລາວ, ລວມເຖິງຈະຊຸກຍູ້ເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ.

ບົດຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

ຮູບພາບ: ກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments