Tuesday, September 17, 2024
Homeສາລະໜ້າຮູ້ການຮັກສາສຸຂະພາບແຕ່ລະໄວ

ການຮັກສາສຸຂະພາບແຕ່ລະໄວ

ການຮັກສາສຸຂະພາບໃນແຕ່ລະໄລຍະ ເປັນສີ່ງສຳຄັນຫຼາຍ ຍ້ອນວ່າແຕ່ລະໄວຈະມີສຸຂະພາບບໍ່ເທົ່າກັນ ເມື່ອເປັນແບບນີ້ການຮັກສາສຸຂະພາບແຕ່ລະໄລຍະໃຫ້ຖືກຕ້ອງຈະເຮັດໃຫ້ຮ່າງກາຍແຂງແຮງຢູ່ສະເໝີ.

ໄລຍະ 1 ອາຍຸ 0-6 ປີ: ເລີ່ມກັນຕັ້ງແຕ່ໃນທ້ອງກໍ່ຄວນມີການກວດຢູ່ສະເໝີ ເພື່ອໃຫ້ໄດ້ຮັບການເບີ່ງແຍງຮັກສາຢ່າງປອດໄພ ຈາກຜູ້ປົກຄອງຢ່າງເໝາະສົມ ຕ້ອງໄປສີດວັກຊິນໃຫ້ຄົບຖ້ວນພ້ອມກັບພະຍາຍາມສ້າງພັດທະນາການທາງດ້ານທັກສະການຮຽນຮູ້, ພຶດຕິກຳຢູ່ສະເໝີ.

ໄລຍະ 2 ອາຍຸ 7-18 ປີ: ສີ່ງທີ່ເນັ້ນທີ່ສຸດໃນການເລີ່ມເຂົ້າສູ່ເດັກນ້ອຍ ຈົນຮອດໄວລຸ້ນຄືການສ້າງສະພາວະທາງດ້ານຮ່າງກາຍ, ຈິດໃຈ ແລະ ອາລົມໃຫ້ເຂົ້າໃຈສີ່ງທີ່ເກີດຂື້ນຢູ່ສະເໝີ ສ້າງພູມຄຸ້ມກັນທາງດ້ານຄວາມຄິດທີ່ດີ ຮູ້ຈັກການເລືອກທາງເດີນຊີວິດທີ່ຖືກຕ້ອງ ຫ່າງໄກຈາກອະບາຍຍະມຸກທັງຫຼາຍ ເພື່ອການເປັນຜູ້ໃຫຍ່ທີ່ມີຄຸນນະພາບ.

ໄລຍະ 3 ອາຍຸ 19-60 ປີ: ເປັນໄລຍະເວລາເຮັດວຽກຢ່າງເຕັມຕົວ ແຕ່ຮັກສາສຸຂະພາບໜ້ອຍລົງ ສ່ຽງຕໍ່ການເກີດພະຍາດຕ່າງໆ ການເບີ່ງແຍງຮັກສາຕົນເອງໃນໄວນີ້ເປັນສີ່ງສຳຄັນ ຕ້ອງຫັນມາໃສ່ໃຈສຸຂະພາບຕົນເອງໃຫ້ຫຼາຍຂື້ນ ເພື່ອທີ່ວ່າເມື່ອເຂົ້າສູ່ໄວຊະລາ ຈະໄດ້ມີສຸຂະພາບທີ່ດີ.

ໄລຍະ 4 ອາຍຸ 60 ປີຂື້ນໄປ: ເປັນໄວສູງອາຍຸທີ່ມີພະຍາດໄຂ້ເຈັບຕ່າງໆ ຄວນໄດ້ຮັບການກວດສຸຂະພາບຈາກແພດຢ່າງສະໝໍ່າສະເໝີ ກິນຢາຕາມກໍານົດ ອອກກຳລັງກາຍເທົ່າທີ່ເຮັດໄດ້ ກິນອາຫານທີ່ມີປະໂຫຍດຈະຊ່ວຍໃຫ້ສຸຂະພາບດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments