Tuesday, September 17, 2024
Homeຂ່າວຕ່າງປະເທດVietJet ໄດ້ຊະນະລາງວັນການທ່ອງທ່ຽວໂລກອີກຄັ້ງ.

VietJet ໄດ້ຊະນະລາງວັນການທ່ອງທ່ຽວໂລກອີກຄັ້ງ.

• ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ 2024

• ສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ 2024

(ນະຄອນຫຼວງວຽງຈັນ, ວັນທີ 05 ກັນຍາ 2024) – VietJet ເປັນຜູ້ຊະນະ 2 ລາງວັນ ໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງໄດ້ຮັບ 2 ລາງວັນຄື: “ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ” ແລະ “ສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ” ພິທີ​ສະເຫຼີມສະຫຼອງປະຈຳ​ປີ​ນີ້​ ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ​ແລະ ​ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ ​ການບິນ, ການ​ເດີນທາງ ​ແລະ​ ການທ່ອງທ່ຽວ.

ນີ້​ແມ່ນ​ຂ່າວ​ດີ !! ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ໃນ​ປະ​ເທດ​ລາວ ເພາະສາຍ​ການ​ບິນ​ດັ່ງ​ກ່າວໄດ້​ໃຫ້​ການ​ບໍ​ລິ​ການ ສາຍການບິນ​ໂດຍ​ກົງ​ລະ​ຫວ່າງ​ນະ​ຄອນຫຼວງ​ວຽງ​ຈັນ ຫາ ນະ​ຄອນ​ໂຮ່​ຈີ​ມິນ. ເຊິ່ງເປັນການ​ບໍລິການ​​ໃຫ້ແກ່​ນັກ​ທ່ອງ​ທ່ຽວ​ທີ່ໄປທ່ຽວ​​ຫວຽດນາມ​ໄດ້​ຢ່າງ​ສະດວກ​ສະບາຍ ​ໃນ​ຖ້ຽວ​ບິນ​ທີ່ສັ້ນ ​ແລະ ​ຍັງເປັນຈຸດເຊື່ອມ​ຕໍ່​ຂອງບັນດາ​ຈຸດໝາຍ​ປາຍທາງ ແລະ ແຫຼ່ງທ່ອງທ່ຽວ​ອື່ນໆ​ຂອງ​ອາຊີ – ປາຊີ​ຟິກອີກດ້ວຍ.

ລາງວັນການທ່ອງທ່ຽວໂລກ (WTA) ໄດ້ຖືກການຍອມຮັບໃນທົ່ວໂລກ, ການມອບລາງວັນ ແລະ ການສະເຫຼີມສະຫຼອງຄວາມເປັນເລີດ ໃນທົ່ວທຸກຂະແໜງການຂອງອຸດສາຫະກໍາການທ່ອງທ່ຽວ ແລະ ການໂຮງແຮມມາຫຼາຍກວ່າສາມທົດສະວັດ. ລາງວັນປະຈໍາປີແມ່ນຖືກຕັດສິນໂດຍການລົງຄະແນນສຽງ ຈາກຜູ້ບໍລິຫານທີ່ມີຄຸນນະສົມບັດໃນສາຂາເຫຼົ່ານີ້ ລວມທັງຜູ້ບໍລິໂພກການທ່ອງທ່ຽວທົ່ວໂລກ ເພື່ອໃຫ້ເປັນທີ່ຮັບຮູ້ຂອງທຸລະກິດທີ່ມີຜະລິດຕະພັນທີ່ໂດດເດັ່ນທີ່ສຸດ.

VietJet ເປັນຜູ້ນຳໃນການສະໜອງປະສົບການທີ່ສ້າງສັນ ແລະ ລ້ຳຄ່າໃຫ້ແກ່ຜູ້ໂດຍສານ ພ້ອມກັບສະເໜີຖ້ຽວບິນທີ່ເປັນຕາຕື່ນໃຈເຊັ່ນ: ປະກັນໄພ Sky Care ທີ່ໃຫ້ການຄຸ້ມຄອງທີ່ກວ້າງຂວາງເພື່ອຄວາມປອດໄພໃນການເດີນທາງ. ເພີ່ມເຕີມກໍ່ຄືການສະສົມຄະແນນ ຂອງ VietJet Sky Joy ຊ່ວຍໃຫ້ສະມາຊິກທັງພາຍໃນ ແລະ ຕ່າງປະເທດໄດ້ຮັບ Sky Points ຜ່ານກິດຈະກໍາຕ່າງໆ ເມື່ອບິນກັບ VietJet ຄະແນນເຫຼົ່ານີ້ສາມາດແລກຊື້ປີ້ຍົນ ຫຼື ຜະລິດຕະພັນ ແລະ ການບໍລິການທີ່ຫຼາກຫຼາຍຈາກຫຼາຍແບຣນດັງກວ່າ 250 ແບຣນ.

ເມື່ອບໍ່ດົນມານີ້, ສາຍການບິນໄດ້ນໍາສະເໜີການບໍລິການໃໝ່ ເຊັ່ນ: ການແຈ້ງເຕືອນຂໍ້ມູນການບິນຜ່ານ Zalo ແລະ WhatsApp, ເປັນການອັບເດດຂໍ້ມູນໃຫ້ທັນເວລາ ແລະ ສະດວກສໍາລັບຜູ້ໂດຍສານ VietJet ຍັງນຳໃຊ້ເທັກໂນໂລຊີ AI ແລະ chatbot ເພື່ອເພີ່ມປະສົບການຂອງລູກຄ້າຕະຫຼອດການເດີນທາງ, ຕັ້ງແຕ່ການຈອງປີ້ ແລະ ການເຊັກອິນໄປຈົນເຖິງການມາຮອດ. ສາຍ​ການ​ບິນ​ໄດ້ມີການ​ສະ​ເຫຼີມ​ສະ​ຫຼອງ​​ຜູ້​ໂດຍ​ສານຄົບ 200 ລ້ານຄົນ​ໂດຍ​ໂປຣໂມຊັນສົ່ງເສີມການຂາຍ​ ເພື່ອ​ຂອບ​ໃຈ​ລູກ​ຄ້າ​ໃນ​ເຄືອ​ຂ່າຍ​ການ​ບິນ​ທີ່​ກວ້າງ​ຂວາງ​ຂອງ​ຕົນ ການ​ເຊື່ອມ​ຕໍ່​ຈຸດໝາຍປາຍທາງ​ທີ່​ໜ້າ​ຕື່ນ​ເຕັ້ນ​ຫຼາກຫຼາຍໃນ​ຫວຽດ​ນາມ ​ແລະ​ ສາ​ກົນ ລວມ​ທັງ​ອົດ​ສະ​ຕາ​ລີ, ອິນ​ເດຍ, ຈີນ, ຍີ່​ປຸ່ນ, ເກົາ​ຫຼີ​ໃຕ້, ອິນ​ໂດ​ເນ​ເຊຍ, ໄທ ແລະ ອື່ນໆອີກດ້ວຍ

VietJet ຍັງໄດ້ຮັບລາງວັນສາກົນທີ່ມີຊື່ສຽງຫຼາຍຢ່າງຈາກ Skytrax, World Business Outlook ແລະ Airline Ratings ໃນທ້າຍປີນີ້, ສາຍການບິນໄດ້ກໍານົດຈະເພີ່ມເຮືອບິນໃໝ່ 10 ລໍາ, ການລົງທຶນໃນເຮືອບິນທີ່ທັນສະໄໝ ແລະ ຂະຫຍາຍເຄືອຂ່າຍການບິນ ເພື່ອຍົກລະດັບປະສົບການການເດີນທາງ ໃຫ້ແກ່ຜູ້ໂດຍສານ ໃນຂະນະທີ່ປະຕິບັດຕາມຍຸດທະສາດການພັດທະນາແບບຍືນຍົງ ໃນອຸດສະຫະກໍາການບິນ ເພື່ອຫຼຸດຜ່ອນການປ່ອຍອາຍມົນລະພິດ.

ກ່ຽວກັບ VietJet

ສາຍ​ການ​ບິນ​ VietJet ບໍ່​ພຽງ​ແຕ່​ໄດ້​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ການ​ບິນ​ຢູ່​ຫວຽດ​ນາມ​ເທົ່າ​ນັ້ນ ແຕ່​ຍັງ​ເປັນສາຍ​ການ​ບິນ​ທີ່ບຸກ​ເບີກ​ໃນ​ທົ່ວ​ພາກ​ພື້ນ ແລະ ​ທົ່ວ​ໂລກ ໂດຍເນັ້ນໃສ່ຄວາມສາມາດໃນການບໍລິຫານຈັດການຕົ້ນທຶນ ການດໍາເນີນງານຢ່າງມີປະສິດທິພາບ ການນໍາໃຊ້ເທັກໂນໂລຊີໃໝ່ຫຼ້າສຸດ ມາປະຍຸກໃຊ້ໃນທຸກກິດຈະກໍາ ແລະ ເປັນຜູ້ນຳທີ່ທັນກະແສສັງຄົມ VietJet ສະເໜີໂອກາດການບິນ ດ້ວຍຄ່າໂດຍສານທີ່ປະຢັດ ແລະ ຄ່ອງຕົວ ພ້ອມທັງການບໍລິການທີ່ຫຼາກຫຼາຍເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ.

VietJet ແມ່ນສະມາຊິກຂອງສະມາຄົມການຂົນສົ່ງທາງອາກາດສາກົນ ພ້ອມໃບຢັ້ງຢືນການກວດສອບຄວາມປອດໄພ ດ້ານການດໍາເນີນງານຂອງສະມາຄົມການຂົນສົ່ງທາງອາກາດສາກົນ ​ໃນ​ຖານະ​ເປັນ​ບໍລິສັດ​ການບິນ​ເອກະ​ຊົນ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ ສາຍ​ການ​ບິນ​ດັ່ງກ່າວ​ໄດ້​ຮັບ​ການ​ຈັດ​ອັນ​ດັບ​ຄວາມ​ປອດ​ໄພ​ສູງ​ສຸດລະດັບ 7 ດາວຈາກ​ເວັບ​ໄຊ​ຈັດອັນກັບ​ຄວາມ​ປອດ​ໄພ​ ແລະ​ ຜະລິດ​ຕະພັນ​ອັນ​ດຽວ​ຂອງ​ໂລກ​ໃນ​ເວັບ​ໄຊ airlineratings.com ​ແລະ ​ຖືກ​ຈັດ​ໃຫ້​ເປັນ​ໜຶ່ງ​ໃນ 50 ສາຍ​ການ​ບິນ​ທີ່​ດີ​ທີ່​ສຸດ​ໃນ​ໂລກ ​ໃນດ້ານ​ການ​ເງິນ ​ແລະ ການ​ດຳ​ເນີນ​ງານ​ ໂດຍ​ວາລະສານ Air finance Journal ຫຼາຍປີຕິດຕໍ່ກັນ ສາຍການບິນດັ່ງກ່າວ ຍັງໄດ້ຮັບຊື່ເປັນຜູ້ໃຫ້ບໍລິການທີ່ມີລາຄາຖືກທີ່ດີທີ່ສຸດ ໂດຍອົງການຈັດຕັ້ງທີ່ມີຊື່ສຽງເຊັ່ນ: Skytrax, CAPA, Airline Ratings ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments