Tuesday, September 17, 2024
Homeແຈ້ງການສໍາຄັນແຈ້ງເຕືອນໄພ ພາຍຸໄຕ້ຝຸຸ່ນ ຢາກິ (YAGI) ປະຈໍາວັນທີ 05 ກັນຍາ 2024, ເວລາ 12:00 ໂມງ

ແຈ້ງເຕືອນໄພ ພາຍຸໄຕ້ຝຸຸ່ນ ຢາກິ (YAGI) ປະຈໍາວັນທີ 05 ກັນຍາ 2024, ເວລາ 12:00 ໂມງ

ໃນເວລາ 07:00 ໂມງ ຂອງວັນທີ 05 ກັນຍາ 2024, ພາຍຸໝູນເຂດຮ້ອນ ຢາກິ (YAGI) ຫົວທີ 11 ປະຈໍາປີ 2024, ໄດ້ເພີ່ມກໍາລັງແຮງຂຶ້ນຕາມລໍາດັບ ກາຍເປັນ ພາຍຸໄຕ້ຝຸຸ່ນ ຢາກິ (Super Typhoon YAGI) ຍັງເຄື່ອນທີ່ຢູ່ທາງ ຕອນເໜືອຂອງທະເລຈີນໃຕ້, ເຊິ່ງມີຈຸດສູນກາງໃນເສັ້ນຂະໜານທີ 19.1 ອົງສາເໜືອ ແລະ ເສັ້ນແວງທີ 115.7 ອົງສາຕາເວັນອອກ, ພາຍຸຫົວນີ້ ຈະເຄື່ອນທີ່ຜານເກາະໄຮໜານ ໃນໄລຍະ 1 – 2 ວັນຕໍາໜ້ານີ້. ຈາກນັ້ນ ຈະອ່ອນກໍາລັງລົງກາຍເປັນພາຍຸດີເປຼຣຊັນ ຈະເຄື່ອນທີ່ຜ່ານພາກເໜືອ ຂອງ ສສ ຫວຽດນາມ ແລະ ສປປ ລາວ ຕາມລໍາດັບ. ຊຶ່ງຈະເຮັດໃຫ້ມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄຸ່ອຍຢູ່ທົ່ວໄປ ແລະ ຕົກລະດັບ ປານກາງ ຫາ ໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນເຊັນ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍແກ້ວ, ຫລວງນໍ້າທາ, ຫລວງພະບາງ, ໄຊຍະບູລີ, ນະຄອນຫລວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ໃນໄລຍະວັນທີ 06 ຫາ 08 ກັນຍາ 2024 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົາ, ອົງການປົກຄອງ ທ້ອງຖິຸ່ນ ແລະ ອົງການຈັດຕັ້ງທຸກພາກສຸ່ວນໃນແຕ່ລະພາກ ລວມທັງ ນະຄອນຫລວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments