Tuesday, September 17, 2024
Homeຂ່າວການເມືອງວັນທີ 5 ກັນຍາ ລັດຖະມົນຕີກະຊວງການເງິນ ເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ

ວັນທີ 5 ກັນຍາ ລັດຖະມົນຕີກະຊວງການເງິນ ເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ

#Medialaos#sekong

ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ການກະກຽມສ້າງແຜນງົບປະມານແຫ່ງລັດ ປະຈໍາປີ 2025 ຢູ່ #ແຂວງເຊກອງ ໂດຍໄດ້ເຂົ້າພົບທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ ໃນວັນທີ 5 ກັນຍາ 2024 ທີ່ຫ້ອງວ່າການແຂວງເຊກອງ.

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ແຈ້ງຈຸດປະສົງມາເຄື່ອນໄຫວວຽກງານຢູ່ແຂວງເຊກອງ ໃນຄັ້ງນີ້ ເພື່ອເປັນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024, ການກະກຽມສ້າງແຜນງົບປະມານແຫ່ງລັດ ປະຈໍາປີ 2025, ການຫັນການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ ເປັນທັນສະໄໝ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ແກ້ໄຂການຮົ່ວໄຫຼຂອງລາຍຮັບງົບປະມານ, ຍົກສູງບົດບາດຄວາມເປັນເຈົ້າການ ລວມສູນການຄຸ້ມຄອງງົບປະມານແຫ່ງລັດ, ສ້າງຄວາມເຂັ້ມແຂງໃຫ້ຂະແໜງການເງິນ, ສ້າງສະຖຽນລະພາບທາງດ້ານການເງິນ-ເງິນຕາ ແລະ ເພື່ອຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈິງ.

ໂອກາດດຽວກັນ, ທ່ານ ເຫຼັກໄຫຼ ສີວິໄລ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານລັດຖະມົນຕີກະຊວງການເງິນ ພ້ອມຄະນະ ທີ່ລົງມາຕິດຕາມ ແລະ ຊຸກຍູ້ວຽກງານຢູ່ແຂວງເຊກອງ. ໃນໄລຍະຜ່ານມາ, ການນໍາແຂວງ ກໍໄດ້ເອົາໃຈໃສ່ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ແຕ່ອີງໃສ່ທີ່ຕັ້ງພູມສັນຖານ, ເຮັດໃຫ້ການປະຕິບັດວຽກງານດັ່ງກ່າວ ມີທັງຂໍ້ສະດວກ ແລະ ສິ່ງທ້າທາຍ ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານມີຄວາມຫຍຸ້ງ ໂດຍສະເພາະ ການເກັບລາຍຮັບພາສີທີ່ດິນ ແລະ ອາກອນລາຍໄດ້ ຈາກການໂອນສິດນໍາໃຊ້ທີ່ດິນ.

ຂ່າວ-ພາບ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments