Tuesday, September 17, 2024
Homeຂ່າວພາຍໃນຫຼວງນໍ້າທາ ຈັດກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ

ຫຼວງນໍ້າທາ ຈັດກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ

ເມື່ອບໍ່ດົນມານີ້, ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ ແລະ ປຶກສາຫາລືຮັບຮອງຊື່ໂຄງການສ້າງບັນຊີຮຽກການລົງທຶນໃນທົ່ວແຂວງ ໂດຍການເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ, ມີປະທານຄະນະກໍາມະການເສດຖະກິດ, ຄະນະເລຂາທິການສະພາປະຊາຊົນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ – ຂັ້ນເມືອງເຂົ້າຮ່ວມ.

ທ່ານ ວົງມະນີ ເພື່ອປະຊາ ຫົວໜ້າພະແນກແຜນການ ແລະ ການລົງທືນແຂວງ ໄດ້ສະຫຼຸບຜົນການຈັດຕັັ້ງປະຕິບັດວຽກງານສົົ່ງເສີມການລົງທຶນໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຢູ່ແຂວງຫຼວງນໍ້າທາ, ສະພາບການລົງທຶນເອກະຊົນໄລຍະຜ່ານມາ, ການຈັດຕັັ້ງປະຕິບັດວຽກງານສົົ່ງເສີມ ແລະ ຄຸ້ມຄອງການລົງທຶນໂດຍປະຕິບັດຕາມດໍາລັດວ່າດ້ວຍການຈັດຕັັ້ງ ແລະ ການເຄື່ອນໄຫວ ຂອງຄະນະກໍາມະການສົົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັັ້ນສູນກາງ ແລະ ຂັັ້ນແຂວງ, ມາຮອດປັດຈຸບັນໂຄງການທີ່ໄດ້ອະນຸຍາດມີທັງໝົດຈໍານວນ 123 ໂຄງການ ເປັນໂຄງການກິດຈະການສໍາປະທານ ມູນຄ່າການລົງທຶນທັງໝົດ 554 ລ້ານກວ່າໂດລາສະຫະລັດ; ໃນນັ້ນ ມີໂຄງການລົງທືນພາຍໃນ 51 ໂຄງການ ມູນຄ່າການລົງທຶນມີ 220 ລ້ານກວ່າໂດລາສະຫະລັດ ແລະ ໂຄງການລົງທຶນ ຕ່າງປະເທດມີ 72 ໂຄງການ ມູນຄ່າການລົງທຶນ 333 ລ້ານກວ່າໂດລາ, ສະເໜີເຂົ້າມາໃໝ່ຈໍານວນ 19 ໂຄງການ, ອະນຸຍາດໄດ້ 2 ໂຄງການ, ຕໍ່ອາຍຸສັນຍາໄດ້ 1 ໂຄງການ, ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ມີ 5 ໂຄງການ, ຂັັ້ນກະຊວງ ມີ 1 ໂຄງການ ແລະ ຂັັ້ນແຂວງໄດ້ 4 ໂຄງການ ສາມາດເກັບລາຍຮັບຈາກຄ່າເຊົ່າ – ສໍາປະທານຈາກໂຄງການລົງທຶນທັງໝົດໄດ້ 13 ຕື້ກວ່າກີບ, ໂດຍມອບຜ່ານຊັບສິນຂອງແຂວງ, ໄດ້ຊຸກຍູ້ໃຫ້ບໍລິສັດລົງທຶນຈໍານວນ 22 ບໍລິສັດ.

ສ່ວນແຜນການໃນຕໍ່ໜ້າ ຈະສຶບຕໍ່ຄົ້ນຄວ້າເອກະສານການລົງທຶນທີ່ເຂົ້າມາໃໝ່ໃຫ້ໄດ້ 50 ໂຄງການ, ຈັດພິທີເຊັນສັນຍາອານຸມັດໂຄງການສະເໜີໃໝ່ໃຫ້ໄດ້ 3 ໂຄງການ. ໃນນັ້ນ, ການລົງທຶນພາຍໃນໃຫ້ໄດ້ 1 ໂຄງການ, ການລົງທຶນຕ່າງປະເທດໃຫ້ໄດ້ 2 ໂຄງການ, ຕໍ່ອາຍຸສັນຍາໂຄງການໃຫ້ໄດ້ 4 ໂຄງການ, ຜ່ານດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ແລະ ຂັ້ນແຂວງ. ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນໃສ່ຄຳຖາມເຈາະຈີ້ມ ແລະ ການຈັດຕັ້ງປະຕິບັດວຽກງານສົ່ງເສີມການລົງທຶນ, ປຶກສາຫາລື, ຮັບຮອງຊື່ໂຄງການສ້າງບັນຊີຮຽກການລົງທຶນໃນທົ່ວແຂວງຜ່ານຊື່ໂຄງການບັນຊີຮຽການລົງທຶນຂອງ 5 ເມືອງ ແລະ ບັນດາການລົງທຶນພະແນກການຂັ້ນແຂວງ ແລະ ປຶກສາຫາລືກ່ຽວກັບຫົວຂໍ້ໂຄງການຂອງແຕ່ລະເມືອງຕີ່ມອີກ.

(ຂ່າວ: ມຸນຕີ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments