Home ຂ່າວການເມືອງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຄື່ອນໄຫວຢ້ຽມຢາມ ຍີ່ປຸ່ນ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຄື່ອນໄຫວຢ້ຽມຢາມ ຍີ່ປຸ່ນ

0

….

ໂດຍຕອບສະໜອງຕາມການເຊື້ອເຊີນຂອງກະຊວງການຕ່າງປະເທດ​ຍີ່ປຸ່ນ, ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມມິດຕະພາບ ແລະ ເຮັດວຽກ ຢູ່ ປະເທດຍີ່ປຸນ ໃນວັນທີ 26-29 ສິງຫາ ຜ່ານມາ ເພື່ອເສີມຂະຫຍາຍສາຍພົວພັນການທູດດ້ານພັກ ແລະ ການທູດປະຊາຊົນລະຫວ່າງ ສປປ ລາວ ກັບ ຍີ່ປຸ່ນ.

ໃນການຢ້ຽມຢາມຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ພົບປະ ແລະ ເຮັດວຽກກັບການນຳຂັ້ນສູງຂອງຍີ່ປຸ່ນຫຼາຍພາກສ່ວນ ເປັນຕົ້ນແມ່ນ ທ່ານນາງ ຄາມີຄາວາ ໂຍໂກ້ (Kamikawa Yoko) ລັດຖະມົນຕີກະຊວງຕ່າງປະເທດຍີ່ປຸ່ນ, ທ່ານ ຟູນາໂກຊີ ທາເກຮີໂຣ (FunakoshiTakehiro) ຮອງລັດຖະມົນຕີອາວຸໂສກະຊວງຕ່າງປະເທດຍີ່ປຸ່ນ, ທ່ານ ຊືເງະ ໂຍຊີຟູມີ (Tsuge Yoshifumi) ຮອງລັດຖະມົນຕີກະຊວງຕ່າງປະເທດຍີ່ປຸ່ນ, ທ່ານ ໂຄບາຢາຊິ ເຄັນອິຈິ (Kobayashi Kenichi)ອະດີດເອກອັກຄະຣາຖະທູດຍີ່ປຸ່ນປະຈໍາ ສປປ ລາວ, ການນໍາຂັ້ນສູງຈາກພັກເສລີປະຊາທິປະໄຕ (LDP), ພັກໂຄເມະໂຕ (Komeito), ສະມາຄົມມິດຕະພາບໄຊຕະມະ-ລາວ, ສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ລັດຖະສະພາ. ນອກນັ້ນ, ຍັງໄດ້ພົບປະບາງພາກສ່ວນທຸລະກິດຍີ່ປຸນທີ່ມາລົງທຶນຢູ່ລາວ ເຊັ່ນ: Ana Food Co.,Ltd,Ussio Lab Co., Ltd.

ໃນການພົບປະ, ທັງສອງຝ່າຍໄດ້ຕີລາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອຍາວນານລະຫວ່າງ ລາວ ແລະ ຍີ່ປຸ່ນຕະຫຼອດໄລຍະເວລາເກືອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ ເກືອບ 10 ປີພາຍໃຕ້ການເປັນຄູ່ຮ່ວມມືຍຸດທະສາດ ຊຶ່ງໄດ້ປະກອບສ່ວນຢ່າງສໍາຄັນເຂົ້າໃນການສ້າງສາພັດທະນາຂອງສອງປະເທດ; ທັງສອງຝ່າຍໄດ້ແລກປ່ຽນສະພາບການພັດທະນາເສດຖະກິດ-ສັງຄົມ ໃຫ້ກັນຊາບ; ເຫັນດີເປັນເອກະພາບກັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນການທູດດ້ານພັກ ແລະ ການທູດປະຊາຊົນ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງລັດຖະບານ, ສົ່ງເສີມຄວາມເຂົ້າໃຈລະຫວ່າງປະຊາຊົນສອງຊາດ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານສະອາດ, ການທ່ອງ ທ່ຽວ, ພ້ອມທັງຊອກຫາທ່າແຮງບົ່ມຊ້ອນຕ່າງໆໃຫ້ຫຼາຍຂຶ້ນຕື່ມ ໃນການຮ່ວມມືທີ່ສອງຝ່າຍມີຄວາມສົນໃຈ ແລະ ທ່າແຮງ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຍີ່ປຸ່ນ. ໃນການພົບປະຄັ້ງນີ້, ຝ່າຍລາວໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຍີ່ປຸ່ນຕໍ່ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໂດຍຜ່ານບັນດາໂຄງການຮ່ວມມື ແລະ ຊ່ວຍເຫຼືອຕ່າງໆ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການພັດທະນາຊັບພະຍາກອນມະນຸດ, ການເກັບກູ້ລະເບີດບໍ່ທັນແຕກ (UXO), ການກໍ່ສ້າງພື້ນຖານໂຄງລ່າງ, ກະສິກໍາ-ປ່າໄມ້, ການຫຼຸດຜ່ອນຄວາມທຸກຍາກ, ດ້ານມະນຸດສະທໍາ, ການສົ່ງຊ່ຽວຊານແລະ ອາສາສະໝັກຍີ່ປຸ່ນມາຊ່ວຍເຫຼືອລາວ ແລະ ອື່ນໆ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ ແລະ ຂອບໃຈຕໍ່ຝ່າຍຍີ່ປຸນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຕ່າງໆ ໃນການເປັນປະທານອາຊຽນໃນປີນີ້, ຝ່າຍຍີ່ປຸ່ນ ກໍໄດ້ໃຫ້ຄຳໝາຍໝັ້ນຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນໃຫ້ຮັບຜົນສໍາເລັດຢ່າງຈົບງາມ.

ໃນໂອກາດຢ້ຽມຢາມຄັ້ງນີ້, ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຍີ່ປຸ່ນ, ຄະນະຜູ້ແທນລາວຍັງໄດ້ພົບປະໂອ້ລົມກັບພີ່ນ້ອງຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ປະເທດຍີ່ປຸ່ນດ້ວຍບັນຍາກາດອັນສະໜິດສະໜົມ ແລະ ຮັກແພງໂດຍຖືວ່າ ພີ່ນ້ອງຄົນເຊື້ອຊາດລາວແມ່ນວົງຄະນາຍາດແຫ່ງຊາດທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ພ້ອມທັງຮຽກຮ້ອງໃຫ້ພີ່ນ້ອງເຊື້ອຊາດລາວເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ປົກປັກຮັກສາຄຸນຄ່າຂອງວັດທະນະທໍາລາວ, ພັດທະນາຕົນເອງໃຫ້ເຂັ້ມແຂງ, ສ້າງເປັນຄອບຄົວທີ່ມີຄວາມຜາສຸກ ແລະ ພ້ອມກັນປະກອບສ່ວນເຂົ້າໃນສາຍພົວພັນລະຫວ່າງ ຍິ່ປຸ່ນ ກັບ ສປປ ລາວ ໃຫ້ຈະເລີນຮຸ່ງເຮືອງ. ນອກນັ້ນ, ຄະນະຍັງໄດ້ທັດສະນະສຶກສາ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ວັດທະນະທໍາຈໍານວນໜຶ່ງ ທີ່ນະຄອນຫຼວງໂຕກຽວ.

ການຢ້ຽມຢາມຍີ່ປຸ່ນຂອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໃນຄັ້ງນີ້ໄດ້ປະສົບຜົນສໍາເລັດຕາມຄາດໝາຍ​ຖືເປັນບາດກ້າວທີ່ສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມຂອງສອງຊາດ ແລະ ກະກຽມໃຫ້ແກ່ສະ ເຫຼີມສະຫຼອງ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, 10 ປີ ແຫ່ງການຍົກລະດັບ ການພົວພັນເປັນຄູ່ຮ່ວມຍຸດທະສາດໃນປີ 2025.

ຂ່າວ: ຄະນະພົວພັນຕ່າງປະເທດສູນກາງພັກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version