Home ຂ່າວໜ້າໜຶ່ງ ກອງປະຊຸມປຶກສາຫາລືແນວຄວາມຄິດອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ: ເພື່ອກ້າວໄປສູ່ເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ 2030

ກອງປະຊຸມປຶກສາຫາລືແນວຄວາມຄິດອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ: ເພື່ອກ້າວໄປສູ່ເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ 2030

0

……

ໃນວັນທີ 30 ສິງຫາ ນີ້, ທີ່ ນະຄອນຫຼວງວຽງຈັນ ສປປ ລາວ ໃນນາມປະທານອາຊຽນໃນປີ 2024 ແລະ ໄທ ໃນນາມປະເທດປະສານງານຂອງອາຊຽນ ກ່ຽວກັບ ການຮ່ວມມືການພັດທະນາແບບຍືນຍົງ ໄດ້ຮ່ວມກັນເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືແນວຄວາມຄິດອາຊຽນ ວ່າດ້ວຍ ອິນໂດ-ປາຊິຟິກ: ເພື່ອກ້າວໄປສູ່ເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ 2030. ກອງປະຊຸມປຶກສາຫາລືຄັ້ງນີ້ ມີຄະນະຜູ້ແທນຈາກປະເທດທີ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ (EAS), ປະເທດຄູ່ຮ່ວມຂະແໜງການອາຊຽນ, ກອງເລຂາອາຊຽນ, ອົງການຈັດຕັ້ງສາກົນ ແລະ ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ເຂົ້າຮ່ວມ ປະມານ 150 ກວ່າທ່ານ.

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວເປິດກອງປະຊຸມປຶກສາຫາລືຄັ້ງນີ້ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມໃນການຈັດກອງປະຊຸມປຶກສາຫາລື ຊື່ງເປັນໂອກາດອັນດີໃຫ້ແກ່ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນບົດຮຽນ, ປະສົບການ ແລະ ຄຳຄິດຄຳເຫັນຕ່າງໆ ລວມທັງ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ 2030 ໃນໄລຍະຜ່ານມາ ເພື່ອຖອດຖອນບົດຮຽນ ແລະ ຫາວິທີທາງສຶບຕໍ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃຫ້ບັນລຸຕາມຄາດໝາຍ ເພື່ອປະກອບສ່ວນສ້າງຄວາມເຂັ້ມແຂງ ແລະ ຄວາມສົມບູນພູນສຸກຂອງພາກພື້ນ. ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ກ່າວວ່າ ກອງປະຊຸມປຶກສາຫາລືຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍຄໍາຂວັນການເປັນປະທານອາຊຽນຂອງ ສປປ ລາວ 2024 “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ກໍຄືການຈັດຕັ້ງປະຕິບັດບູລິມະສິດການເປັນປະທານອາຊຽນ ແນໃສ່ເຮັດໃຫ້ອາຊຽນ ມີການເຊື່ອມໂຍງ-ເຊື່ອມຈອດກັນຫຼາຍຂຶ້ນ ແລະ ມີຄວາມເຂັ້ມແຂງ ກໍຄືການປະກອບສ່ວນໃນຄວາມພະຍາຍາມຂອງບັນດາປະເທດສະມາຊິກອາຊຽນ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ 2030 ຂອງຕົນ.

ພ້ອມນີ້, ທ່ານ ນາງ ເອກສິຣິ ປິນຕາຣຸຈິ, ເຈົ້າໜ້າທີ່ອາວຸໂສອາຊຽນຂອງໄທ ກໍໄດ້ຮ່ວມກ່າວເປີດກອງປະຊຸມປຶກສາຫາລື ແລະ ທ່ານ ກາວ ກິມ ຮຸນ, ເລຂາທິການໃຫຍ່ອາຊຽນ ກໍໄດ້ສົ່ງບົດຄຳເຫັນຊົມເຊີຍຂໍ້ລິເລີ່ມການຈັດກອງປະຊຸມປຶກສາຫາລືດັ່ງກ່າວນີ້.

ກອງປະຊຸມປຶກສາຫາລືຄັ້ງນີ້ ໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນ ໃນ 3 ຫົວຂໍ້ສຳຄັນ ຄື: 1). ການເຊື່ອມໂຍງ-ເຊື່ອມຈອດ ເພື່ອກ້າວໄປສູ່ອາຊຽນສີຂຽວ 2045, 2). ຄວາມເຂັ້ມແຂງຕໍ່ສະພາບດິນຟ້າອາກາດ ແລະ 3). ການຜະລິດ ແລະ ການບໍລິໂພກສີຂຽວ. ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການພັດທະນາແບບຍືນຍົງໃນໄລຍະຜ່ານມາໃນຂົງເຂດການພັດທະນາສີຂຽວ; ການຈັດຕັ້ງປະຕິບັດການຟື້ນຟູສະພາບດິນຟ້າອາກາດ ແລະ ການຊອກຫາແນວທາງໃນຕໍ່ໜ້າ ເພື່ອເພິ່ມທະວີການຮ່ວມມືຂອງອາຊຽນ ແລະ ວິທີການທີ່ຈຳເປັນໃນການປັບຕົວເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດໃນພາກພື້ນ ແລະ ຍຸດທະສາດ ແລະ ແຜນປະຕິບັດງານທີ່ດີໃນການສົ່ງເສີມການຜະລິດ ແລະ ການບໍລິໂພກສີຂຽວ ເພື່ອເປັນບົດຮຽນໃຫ້ແກ່ຜູ້ເຂົ້າຮ່ວມສຶບຕໍ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ສປຊ 2030 ໃຫ້ບັນລຸຕາມແຜນການ.

ຂ່າວ: ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version