Tuesday, September 17, 2024
Homeຂ່າວໜ້າໜຶ່ງຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນສິງຫາ 2024

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນສິງຫາ 2024

ໃນວັນທີ 27 ສິງຫາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນສິງຫາ 2024 ວ່າ: ກອງປະຊຸມ ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນສິງຫາ 2024 ໄດ້ເປີດຂຶ້ນໃນວັນທີ 26 ແລະ ປິດ​ລົງ​ໃນວັນທີ 27 ສິງຫາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ແລະ ແຂກຖືກເຊີນ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2024.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນໃສ່ບັນດາຫົວຂໍ້ສຳຄັນ ຄື:

ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນສິງຫາ ແລະ ທິດທາງແຜນ ການປະຈຳເດືອນກັນຍາ 2024 ຂອງລັດຖະບານ; ການສະເໜີຂໍອະນຸມັດ ເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ແກ່ຜູ້ອອກແຮງງານໃນພາກທຸລະກິດ; ຜົນການຄົ້ນຄວ້າໂຄງສ້າງລາຄາໄຟຟ້າໃໝ່ ໄລຍະປີ 2024-2028.

ຮ່າງດຳລັດ ວ່າດ້ວຍການຫັນຊັບສິນຂອງລັດເປັນທຶນ.

ຮ່າງດຳລັດ ວ່າດ້ວຍການເຄື່ອນຍ້າຍ ແລະ ການນຳເຂົ້າ, ສົ່ງອອກ, ສົ່ງຜ່ານສັດ, ສັດນໍ້າ, ຜະລິດຕະພັນສັດ ແລະ ສັດນໍ້າ.

ຮ່າງກົດໝາຍ ວ່າດ້ວຍທີ່ຢູ່ອາໄສ.

ຮ່າງກົດໝາຍ ວ່າດ້ວຍທະນາຄານແຫ່ງ ສປປ ລາວ (ສະບັບປັບປຸງ).

ຮ່າງກົດໝາຍ ວ່າດ້ວຍການກວດສອບອິດສະຫຼະ (ສະບັບປັບປຸງ).

ຮ່າງກົດໝາຍ ວ່າດ້ວຍການສຶກສາ (ສະບັບປັບປຸງ).

ຜ່ານການຄົ້ນຄວ້າປຶກສາຫາລື, ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາບັນດາເນື້ອໃນ ກໍຄືຫົວຂໍ້ທີ່ໄດ້ນຳມາພິຈາລະນາ ແລະ ມອບໃຫ້ກະຊວງ-ອົງການກ່ຽວຂ້ອງ ນຳໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ:

ຕໍ່ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນສິງຫາ ແລະ ທິດທາງແຜນ ການປະຈຳເດືອນກັນຍາ 2024 ຂອງລັດຖະບານ: ໃຫ້ບັນດາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ປະຕິບັດແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2024 ໃຫ້ປະກົດຜົນເປັນຈິງ ຊຶ່ງບັນດາວຽກຈຸດສຸມດັ່ງກ່າວ ນອກຈາກສະເໜີຜ່ານກອງປະຊຸມແລ້ວ ຍັງໄດ້ຊີ້ນຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ກຳນົດເຂົ້າໃນມະຕິກອງປະຊຸມປະຊຸມລັດຖະບານຄັ້ງນີ້ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ. ສຳລັບການສະເໜີຂໍອະນຸມັດ ເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ແກ່ຜູ້ອອກແຮງງານໃນພາກທຸລະກິດ: ກອງປະຊຸມເຫັນດີດ້ານຫຼັກການ ແລະ ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບພາກສ່ວນກ່ຽວຂ້ອງກ່ຽວ ກ່ຽວກັບການປະຕິບັດຕົວຈິງ ເພື່ອເຮັດໃຫ້ນະໂຍບາຍດັ່ງກ່າວ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທີຜົນ. ສ່ວນຜົນການຄົ້ນຄວ້າໂຄງສ້າງລາຄາໄຟຟ້າໃໝ່ ໄລຍະປີ 2024-2028: ກອງປະຊຸມໄດ້ຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ນຳໄປຄົ້ນຄວ້າຈັດສຳມະນາລະດົມຄວາມຄິດເຫັນຕື່ມ ໂດຍສະເພາະ ວິທີການກຳນົດໂຄງສ້າງລາຄາໄຟຟ້າ ໃຫ້ມີຫຼາຍລະດັບ, ປັບດ້ວຍຈັງຫວະທີ່ເໝາະສົມ ກັບສະພາບເສດຖະກິດ ແລະ ສັງຄົມ ໃນແຕ່ລະໄລຍະ, ພ້ອມທັງສອດຄ່ອງກັບນະໂຍບາຍສົ່ງເສີມການລົງທຶນ ແລະ ອື່ນໆ.

ຕໍ່ຮ່າງດຳລັດ ວ່າດ້ວຍການຫັນຊັບສິນຂອງລັດເປັນທຶນ: ການໃຫ້ນິຍາມບາງຄໍາສັບ ຕ້ອງຈະແຈ້ງ ແລະ ຮັດກຸມຕື່ມ ໂດຍສະເພາະ ວັດຖຸສິ່ງຂອງຕ່າງໆ ທີ່ເປັນຊັບສິນຂອງລັດ; ການຈັດລຽງເນື້ອໃນ ຕ້ອງໃຫ້ສອດຄ່ອງກັບບັນດາໝວດ ແລະ ສອດຄ່ອງກັບຫຼັກການສ້າງນິຕິກຳ; ກໍານົດສິດ, ໜ້າທີ່ ຂອງຂະແໜງການເງິນ ແລະ ພາກສ່ວນຕ່າງໆ ໃຫ້ຄົບຖ້ວນສົມບູນ; ກຳນົດອາຍຸການເຊົ່າ ຫຼື ສຳປະທານ ໃຫ້ລະອຽດຈະແຈ້ງ, ຊັດເຈນ ເພື່ອຫຼີກລ່ຽງຊ່ອງຫວ່າງຕ່າງໆ; ການແບ່ງຄວາມຮັບຜິດຊອບ ພິຈາລະນາຫັນຊັບສິນເປັນທຶນ ໃຫ້ແທດເໝາະກັບລະດັບມູນຄ່າຊັບສິນ ແລະ ຈຸດທີ່ຕັ້ງຂອງຊັບສິນຕື່ມ; ເພີ່ມເຕີມບາງເນື້ອໃນກ່ຽວກັບຂໍ້ຫ້າມ ໃຫ້ເໝາະສົມ. ພ້ອມກັນນີ້ ໃຫ້ກວດກາບັນດາເນື້ອໃນໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກຳ ທີ່ກ່ຽວຂ້ອງ ເປັນຕົ້ນ ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ; ພາຍຫຼັງ ປະກາດໃຊ້ແລ້ວ ສາມາດຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິຜົນ ແລະ ເກີດຜົນປະໂຫຍດສູງສຸດໃຫ້ແກ່ລັດ.

ຕໍ່ຮ່າງດຳລັດ ວ່າດ້ວຍການເຄື່ອນຍ້າຍ ແລະ ການນຳເຂົ້າ, ສົ່ງອອກ, ສົ່ງຜ່ານສັດ, ສັດນໍ້າ, ຜະລິດ ຕະພັນສັດ ແລະ ສັດນໍ້າ:​ ກໍານົດເນື້ອໃນໃຫ້ຈະແຈ້ງລະອຽດຕື່ມ ໂດຍສະເພາະ ກ່ຽວກັບການນໍາເຂົ້າ, ການສົ່ງອອກ, ການສົ່ງຜ່ານ, ຜູ້ສາມາດຂົນສົ່ງເຄື່ອນຍ້າຍ ແລະ ຂົນສົ່ງສັດປະເພດຕ່າງໆ ລວມທັງນິຍາມຄຳສັບ; ກໍານົດລະອຽດ ກ່ຽວກັບເນື້ອໃນຂອງການຂົນສົ່ງຜ່ານ, ການຂົນສົ່ງລະຫວ່າງເມືອງຕໍ່ເມືອງ, ແຂວງຕໍ່ແຂວງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຖືກຕ້ອງສອດຄ່ອງ ແລະ ຫຼຸດຜ່ອນຂອດຂັ້ນ; ລວມທັງ ເນື້ອໃນການຂົນສົ່ງສັດ ປະເພດສັດຫວງຫ້າມ ຕ້ອງໃຫ້ສອດຄ່ອງກັບສົນທີິສັນຍາສາກົນ ໄຊເຕັສ (CITES).

ຕໍ່ຮ່າງກົດໝາຍ ວ່າດ້ວຍທີ່ຢູ່ອາໄສ: ກໍານົດໃຫ້ແຈ້ງ ແລະ ຄົບຖ້ວນຕື່ມ ປະເພດທີ່ຢູ່ອາໄສ ລວມທັງ ການນິຍາມຄຳສັບ, ການນໍາໃຊ້ບັນດາຄໍາສັບ ໃຫ້ຖືກຕ້ອງສອດຄ່ອງ, ລະອຽດຊັດເຈນ ແລະ ເຂົ້າໃຈງ່າຍ; ການກຳນົດການແບ່ງຂັ້ນຄຸ້ມຄອງປະເພດທີ່ຢູ່ອາໄສ ຕ້ອງໃຫ້ຈະແຈ້ງ; ພ້ອມດຽວກັນນັ້ນ, ບັນດາເນື້ອໃນ ກໍ່ໃຫ້ສອດຄ່ອງກັບບັນດານິຕິກໍາ ທີ່ໄດ້ປະກາດໃຊ້ກ່ອນແລ້ວ; ສໍາລັບກອງທຶນທີ່ຢູ່ອາໄສ ໃຫ້ພິຈາລະນາສ້າງເປັນນິຕິກຳໜຶ່ງຕ່າງຫາກ.

ຕໍ່ຮ່າງກົດໝາຍ ວ່າດ້ວຍທະນາຄານແຫ່ງ ສປປ ລາວ: ໃຫ້ນິຍາມບັນດາຄຳສັບ ທີ່ກ່ຽວຂ້ອງໃຫ້ຄົບຖ້ວນ; ກໍານົດສິດໃນການອອກ ແລະ ຄຸ້ມຄອງເງິນດິຈິຕອນ; ໃຫ້ແຍກຈະແຈ້ງ ພາລະບົດບາດ, ສິດໜ້າທີ່ ແລະ ການເຄື່ອນໄຫວວຽກງານວິຊາສະເພາະຂອງທະນາຄານແຫ່ງ ສປປ ລາວ; ໃຫ້ຄົ້ນຄວ້າກຳນົດເນື້ອໃນກ່ຽວກັບ ຄະນະຮັບຜິດຊອບຄຸ້ມຄອງວຽກງານ ທະນາຄານຄຳ, ຊັບສິນດິຈິຕອນ ເຂົ້າຕື່ມ; ການແຕ່ງຕັ້ງຄະນະກໍາມະການທີ່ກ່ຽວຂ້ອງ ຕ້ອງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ໃນປະຈຸບັນ ລວມທັງ ການກໍານົດສິດ ແລະ ໜ້າທີ່ ການເຄື່ອນໄຫວຂອງຄະນະດັ່ງກ່າວ; ກຳນົດຄວາມຮັບຜິດຊອບ ໃນການຄຸ້ມຄອງ ແລະ ຊໍາລະສະສາງ ຊັບສິນຂອງທະນາຄານ ທີ່ໄດ້ມາຈາກງົບປະມານຂອງຕົນ ໃຫ້ສອດຄ່ອງກັບກົດໝາຍກ່ຽວຂ້ອງ; ກຳນົດແຈ້ງ ກ່ຽວກັບພາກສ່ວນຮັບຜິດຊອບຄຸ້ມຄອງທຸລະກິດຄຳປະເພດຕ່າງໆ.

ຕໍ່ຮ່າງກົດໝາຍ ວ່າດ້ວຍການກວດສອບອິດສະຫຼະ: ໃຫ້ກຳນົດພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງພາກສ່ວນທີ່ເຮັດໜ້າທີ່ກວດສອບອິດສະລະ ໃຫ້ສອດຄ່ອງກັບວຽກງານຕົວຈິງ ເພື່ອຫຼີກລ່ຽງການກຳນົດໜ້າທີ່ຊໍ້າຊ້ອນກັບອົງການກວດກາລັດຖະບານ ແລະ ອົງການກວດສອບທີ່ມີແລ້ວ, ທັງຈຳກັດຊ່ອງຫວ່າງ ທີ່ບໍ່ທັນກຳນົດໄວ້ ໃນນິຕິກຳ; ພ້ອມກັນນີ້ ເນື້ອໃນໃຫ້ສອດຄ່ອງກັບຮ່າງກົດໝາຍກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ແລ້ວ;

ຕໍ່ຮ່າງກົດໝາຍ ວ່າດ້ວຍການສຶກສາ: ໃຫ້ປັບປຸງບາງເນື້ອໃນ, ບາງມາດຕາ ໃຫ້ຊັດເຈນ ຄົບຖ້ວນຂຶ້ນຕື່ມ; ຄົ້ນຄວ້າກໍານົດກ່ຽວກັບຜູ້ຊົງຄຸນວຸດທິ ຢູ່ໃນສະພາທີ່ປຶກສາການສຶກສາ; ປັບປຸງເນື້ອໃນຂໍ້ຫ້າມສຳລັບຄູ ໃຫ້ສອດຄ່ອງກວ່າເກົ່າ.

ສຳລັບວຽກຈຸດສຸມຂອງລັດຖະບານ ແຕ່ນີ້ຮອດທ້າຍເດືອນກັນຍາ ແມ່ນສືບຕໍ່ສຸມໃສ່ປະຕິບັດແຜນວຽກຈຸດສຸມ 06 ເດືອນທ້າຍປີ 2024 ທີ່ໄດ້ກຳນົດໄວ້ ໃນມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024 ຕາມມະຕິ ສະບັບເລກທີ 08/ລບ, ລົງວັນທີ 24 ກໍລະກົດ 2024 ກໍຄືຄຳເຫັນທີ່ເລຂາທິການໃຫຍ່, ປະທານປະເທດ ໄດ້ຊີ້ນໍາ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ- ການເງິນ, ມາດຕະການແກ້ໄຂໃໝ່ ເພື່ອແກ້ໄຂ 6 ບັນຫາເຄັ່ງຮ້ອນ, ບຸກບືນປະຕິບັດໃຫ້ບັນລຸ 9 ຄາດໝາຍສູ້ຊົນ ໂດຍເອົາໃຈໃສ່ 5 ວິທີເຮັດວຽກແບບບຸກທະລຸ, ໃນນັ້ນ ວຽກຕົວຈິງ ຮີບດ່ວນຈໍານວນໜຶ່ງ ທີ່ຕ້ອງໄດ້ສຸມໃສ່ ມີຄື:

ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະການປ້ອງກັນ, ຮັກສາຄວາມສະຫງົບ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະກະກຽມກອງປະຊຸມສຸດຍອດອາຊຽນ. ພ້ອມນີ້ ໃຫ້ເອົາໃຈໃສ່ຊີ້ນໍາການຮັກຄວາມຄວາມເປັນລະບຽບຮຽບຮ້ອຍການຈາລະຈອນຕາມຖະໜົນ ໃນໄລຍະອາທິດທຳອິດຂອງການເປີດສົກຮຽນໃໝ່; ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະບັນຫາຢາເສບຕິດ, ກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫຼື ຄອນເຊັນເຕີ.

ສືບຕໍ່ປະຕິບັດຕາມແຜນວຽກຈຸດສຸມ ຂອງຄະນະສະເພາະກິດ 19/ກມສພ ໂດຍສະເພາະ ແກ້ໄຂບັນຫາເງິນເຟີ້, ຄຸ້ມຄອງອັດຕາແລກປ່ຽນ ແລະ ລາຄາສິນຄ້າ, ໃນນີ້ ສຸມໃສ່ສະກັດກັ້ນການຄ້ານອກລະບົບ, ການຄ້າຊາຍແດນທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ; ຊຸກຍູ້ຜູ້ນຳເຂົ້າ-ສົ່ງອອກ ໃຫ້ຈົດທະບຽນ ແລະ ຊໍາລະສະສາງຜ່ານລະບົບທະນາຄານ; ຊຸກຍູ້ການນຳໃຊ້ເງິນກີບ ໃນທົ່ວສັງຄົມ ແລະ ເດັດຂາດບໍ່ໃຫ້ຮັບເງິນຕາ; ດຶງເອົາເງິນຢູ່ນອກລະບົບ ເຂົ້າສູ່ລະບົບເພື່ອເພີ່ມຄັງສໍາຮອງ; ສຸມໃສ່ແກ້ໄຂບັນຫາໜີ້ສິນ ດ້ວຍການເຈລະຈາປັບໂຄງສ້າງໜີ້ ແລະ ຂະຫຍາຍໄລຍະເວລາຊຳລະໜີ້, ແກ້ໄຂເດັດຂາດໂຄງການກູ້ຢືມບໍ່ເກີດດອກອອກຜົນ; ເລັ່ງທວງໜີ້ ຈາກບັນດາບໍລິສັດ ຢ່າງເຂັ້ມງວດ ແລະ ເດັດຂາດ.

ສຸມໃສ່ຈັດຕັ້ງປະຕິບັດ ການຄຸ້ມຄອງຄຳ ແລະ ທຸລະກິດຄຳ, ໃນນີ້: ເກັບກໍາສັງລວມບັນດາຮ້ານຊື້-ຂາຍຄຳ ແລະ ຮີບຮ້ອນສ້າງນິຕິກຳ ເພື່ອຄຸ້ມຄອງແຕ່ສູນກາງຮອດທ້ອງຖິ່ນ; ໃຫ້ທະນາຄານ ແຫ່ງ ສປປ ລາວ ສົມທົບກັບຂະແໜງການກ່ຽວຂ້ອງ ຄົ້ນຄວ້າລະບຽບການ ກຳນົດສິດ, ພາລະບົດບາດ ແລະ ໜ້າທີ່ ລວມທັງ ກົນໄກການປະສານງານ ໃນການຄຸ້ມຄອງທຸລະກິດຄຳ ໃຫ້ຈະແຈ້ງ; ກວດກາບັນດາບໍລິສັດ ທີ່ໄດ້ອະນຸຍາດໃຫ້ຂຸດຄົ້ນຄຳສົ່ງອອກ ແລະ ຈຳໜ່າຍພາຍໃນ.

ແກ້ໄຂບັນຫາພາຫະນະລົດນຳເຂົ້າບໍ່ຖືກຕ້ອງ ແລະ ພາຫະນະຕົກຄ້າງ ຢູ່ເຂດພິເສດສາມຫຼ່ຽມຄຳ, ໃນນີ້: ກວດກາ ແລະ ປະເມີນຄືນການຈັດຕັ້ງປະຕິບັດການແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ຕາມຄຳສັ່ງເລກທີ 20/ນຍ ໂດຍສະເພາະ ກຳນົດເວລາການແຈ້ງເສຍພາສີ-ອາກອນ; ກວດກາ ແລະ ເກັບກຳຂໍ້ມູນຕື່ມພາຫະນະລົດລັດ (ປ້າຍຟ້າ) ທີ່ມີການສວຍໃຊ້ບໍ່ຖືກລະບຽບ ພ້ອມທັງສັງລວມຂຶ້ນບັນຊີລະອຽດ.

ສືບຕໍ່ຕິດຕາມ ການຈັດຕັ້ງປະຕິບັດບັນດາໂຄງການຂະໜາດໃຫຍ່ ເປັນຕົ້ນໂຄງການທາງດ່ວນ, ໂຄງການໄຟຟ້າເພື່ອສົ່ງຂາຍໄປກຳປູເຈຍ, ໂຄງການທາງລົດໄຟ…

ສືບຕໍ່ສຸມໃສ່ແກ້ໄຂກ່ຽວກັບບັນດາຊັບສິນທີ່ລັດຍຶດໄດ້ຈາກຄະດີຕ່າງໆ ໂດຍສະເພາະພາຫະນະ, ທີ່ດີນ, ເຮືອນ ແລະ ອື່ນໆ.

ສືບຕໍ່ສຸມໃສ່ສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ພ້ອມທັງຮີບຮ້ອນຈັດສັນການລົງທຶນຂອງລັດ ປະຈຳປີ 2025 ໃຫ້ສໍາເລັດ ເພື່ອລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ໃນເດືອນກັນຍາ 2024.

ສຸມໃສ່ແກ້ໄຂຜົນກະທົບໄພທຳມະຊາດ ຈາກຝົນຕົກໜັກ, ເອົາໃຈໃສ່ການຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ເປັນຕົ້ນການຊ່ວຍເຫຼືອສຸກເສີນເບື້ອງຕົ້ນ, ການປະເມີນຜົນກະທົບ ແລະ ສ້າງແຜນຟື້ນຟູ ໂດຍສະເພາະ ເລັ່ງຟື້ນຟູເຂດພື້ນທີ່ທໍາການຜະລິດຂອງປະຊາຊົນ. ພ້ອມນີ້ ກໍສືບຕໍ່ຕິິດຕາມເຝົ້າລະວັງສະພາບດິນຟ້າອາກາດ ເພື່ອກຽມແຜນຮອງຮັບໄພພິບັດທີ່ອາດຈະເກີດຂຶ້ນໃຫ້ທັນການ; ເອົາໃຈໃສ່ຕິດຕາມລະດັບນ້ຳໃນອ່າງເກັບນ້ຳ ຂອງເຂື່ອນໄຟຟ້າຕ່າງໆ ແລະ ມີການບໍລິຫານຈັດການນ້ຳໃຫ້ດີ.

ສືບຕໍ່ກະກຽມຄວາມພ້ອມໃນການໄຂສົກຮຽນໃໝ່ໃຫ້ດີ; ສືບຕໍ່ແກ້ໄຂບັນຫາການຂາດແຄນຄູ, ການປະລະການຮຽນ ແລະ ອື່ນໆ ທີ່ຕິດພັນກັບສະຖາບັນການສຶກສາ ໃຫ້ດີຂຶ້້ນ.

ສືບຕໍ່ຕິດຕາມເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໄຂ້ເລືອດ ອອກ, ພະຍາດໄຂ້ເລືອດດຳ ແລະ ພະຍາດຕາມລະດູການອື່ນໆ ທີ່ຈະກະທົບຕໍ່ສຸຂະພາບ, ຊີວິດການເປັນຢູ່ຂອງປະຊາຊົນ

ແຕ່ລະກະຊວງ, ອົງການ ຮີບຮ້ອນສົ່ງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ພ້ອມທັງ ນະໂຍບາຍໃນການສ້າງກົດໝາຍ ແລະ ບົດປະເມີນຜົນກະທົບຂອງນະໂຍບາຍໃນການສ້າງກົດໝາຍ ໃຫ້ກະຊວງຍຸຕິທຳ.

ສືບຕໍ່ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຕ່າງປະເທດຂອງການນຳພັກ-ລັດ ໂດຍສະເພາະ ການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ຂອງເລຂາທິການໃຫຍ່, ປະທານປະເທດ ແລະ ການເຂົ້າຮ່ວມກອງປະຊຸມສອງກົມການເມືອງ ລາວ-ຫວຽດນາມ ໃນເດືອນກັນຍາ;​ ສືບຕໍ່ສຸມໃສ່ກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ.

ຂໍ້​ມູນ : ຫ​ສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments