Tuesday, September 17, 2024
Homeຂ່າວໜ້າໜຶ່ງກອງປະຊຸມ ລມຕ ອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18

ກອງປະຊຸມ ລມຕ ອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18

ກອງປະຊຸມລັດຖະມົນຕີ (ລມຕ) ອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 28 ສິງຫາ ນີ້ ທີ່ໂຮງແຮມລາດຊະວົງ ວັນດາ ວິສຕ້າ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ກາວ ກິມ ຮຸມ ເລຂາທິການໃຫຍ່ອາຊຽນ, ມີບັນດາລັດຖະມົນຕີປະເທດສະມາຊິກອາຊຽນ, ປະເທດຕີມໍແລັດສະເຕ, ປະເທດຄູ່ຮ່ວມເຈລະຈາ ທີ່ຮັບຜິດຊອບວຽກງານການຕ້ານອາຊະຍາກໍາຂ້າມຊາດ, ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຂຶ້ນກ່າວເປີດກອງປະຊຸມ ລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18 ຢ່າງເປັນທາງການ, ທ່ານໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈຢ່າງສູງ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 18 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນປີ 2024 ນີ້. ພ້ອມນີ້, ທ່ານກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງບັນດາທ່ານຫົວໜ້າຄະນະຜູ້ແທນ, ແຂກທີ່ມີກຽດ ແລະ ຜູ້ແທນກອງປະຊຸມທັງໝົດ ແລະ ສະແດງຄວາມຂອບໃຈທີ່ໄດ້ໃຫ້ການສະໜັບສະ ໜູນ, ຊ່ວຍເຫຼືອ ສປປ ລາວ ໃນການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 18, ເຮັດໃຫ້ກອງປະຊຸມຄັ້ງນີ້ ສາມາດຈັດກອງປະຊຸມນີ້ໄດ້ຕາມແຜນການທີ່ກໍານົດໄວ້.

ທ່ານຮອງນາຍົກ ຍັງໄດ້ກ່າວຕື່ມອີກວ່າ: ສປປ ລາວ ຮັບຮູ້ ແລະ ເຂົ້າໃຈດີວ່າ ບໍ່ມີປະເທດໃດຢາກໃຫ້ມີອາຊະຍາກຳເກີດຂຶ້ນໃນດິນແດນຂອງຕົນ ແຕ່ຍ້ອນສະພາບທີ່ຕັ້ງພູມສາດ ແລະ ເງື່ອນໄຂການເຂົ້າ-ອອກປະເທດທີ່ເອື້ອອໍານວຍ ເຮັດໃຫ້ພວກຄົນບໍ່ດີທີ່ກໍ່ອາຊະຍາກຳສາມາດຫຼົບຫຼີກ ແລະ ເຄື່ອນໄຫວກະທຳຜິດຢູ່ໃນດິນແດນຂອງຕົນ, ບັນຫາອາຊະຍາກຳຂ້າມຊາດເປັນບັນຫາລວມຂອງວົງຄະນາຍາດສາກົນ, ມີຄວາມສະຫຼັບສັບຊ້ອນສາມາດເກີດຂຶ້ນໄດ້ຢູ່ທຸກພາກພື້ນ ແລະ ບໍ່ມີປະເທດໃດຈະສາມາດແກ້ໄຂບັນຫາດັ່ງກ່າວໄດ້ດ້ວຍຕົນເອງ. ສະນັ້ນ, ຍາມໃດ ສປປ ລາວ ກໍເຫັນວ່າຄວາມພະຍາຍາມຮ່ວມກັນ, ຄວາມເຊື່ອໝັ້ນ, ຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືທີ່ຈິງໃຈ ລະຫວ່າງ ບັນດາປະເທດ ໃນພາກພື້ນ ແລະ ສາກົນ ເປັນສິ່ງທີ່ສໍາຄັນ ແລະ ຈໍາເປັນທີ່ສຸດ ສໍາລັບການແກ້ໄຂບັນຫາອາຊະຍາກຳຂ້າມຊາດ. ດ້ວຍເຫດຜົນດັ່ງກ່າວ ທ່ານເຊື່ອໝັ້ນວ່າ ກົນໄກກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ແລະ ບັນດາກົນໄກທີ່ຂຶ້ນກັບ ເປັນກົນໄກທີ່ສອດຄ່ອງ ເໝາະສົມສໍາລັບການແກ້ໄຂບັນຫາອາຊະຍາກຳ ຂ້າມຊາດ ໃນພາກພື້ນອາຊຽນ.

ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ແມ່ນກົນໄກ ປຶກສາຫາລືລະດັບສູງທີ່ມີບົດບາດສໍາຄັນໃນການສົ່ງເສີມການຮ່ວມມື ເພື່ອສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1997 ເປັນຕົ້ນມາ ກົນໄກກອງປະຊຸມໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ; ບັນດາປະເທດສະມາຊິກ ແລະ ຄູ່ຮ່ວມເຈລະຈາ ໄດ້ສ້າງ ແລະ ປັບປຸງກົນໄກກອງປະຊຸມລະດັບລັດຖະມົນຕີ ແລະ ບັນດາກົນໄກທີ່ຂຶ້ນກັບ ເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງໃນແຕ່ໄລຍະ, ສ້າງ ແລະ ປັບປຸງບັນດາເອກະສານທີ່ເປັນບ່ອນອີງໃຫ້ແກ່ການຮ່ວມມື ເປັນຕົ້ນແມ່ນສົນທິສັນຍາ, ແຜນປະຕິບັດງານ, ແຜນງານ, ແຜນວຽກ ເພື່ອຕ້ານອາຊະຍາກຳຂ້າມຊາດໃນພາກພື້ນ ແລະ ມີການຈັດກອງປະຊຸມປຶກສາຫາລື ທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມື ໃນແຕ່ລະປີ, ຊອກວິທີແກ້ໄຂບັນຫາອາຊະຍາກຳຂ້າມຊາດຮ່ວມກັນ, ແລກປ່ຽນບົດຮຽນໃນການແກ້ໄຂບັນຫາອາຊະຍາກຳຂ້າມຊາດ ໃນລະດັບສາກົນ, ພາກພື້ນ ແລະ ລະດັບຊາດ. ກອງປະຊຸມດັ່ງກ່າວ ໄດ້ມີບົດບາດສໍາຄັນໃນການຊຸກຍູ້ບັນດາກົນໄກທີ່ຂຶ້ນກັບ ໂດຍສະເພາະແມ່ນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ແລະ ກອງປະຊຸມຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ຫົວໜ້າພະແນກກົງສູນຂອງກະຊວງການຕ່າງປະເທດອາຊຽນ ຈັດຕັ້ງປະຕິບັດການຮ່ວມມືພາຍໃຕ້ກົນໄກຂອງຕົນຢ່າງເປັນປົກກະຕິຕໍ່ເນື່ອງ ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຍົກລະດັບຊີວິດການເປັນຢູ່ໃນພາກພື້ນໃຫ້ນັບມື້ດີຂຶ້ນ.

ໃນປັດຈຸບັນ, ພາກພື້ນຂອງພວກເຮົາ ຍັງປະເຊີນກັບໄພຂົ່ມຂູ່ຈາກອາຊະຍາກຳຂ້າມຊາດຫຼາຍປະເພດ ເປັນຕົ້ນການຄ້າຂາຍຢາເສບຕິດ ໂດຍສະເພາະແມ່ນຢາເສບຕິດປະເພດສັງເຄາະຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງເຫັນໄດ້ຈາກປະລິມານຢາເສບຕິດທີ່ຢຶດໄດ້ໃນພາກພື້ນ ໃນແຕ່ລະປີແມ່ນມີຈໍານວນເພີ່ມຂຶ້ນ, ນອກນັ້ນ, ການກໍ່ການຮ້າຍ, ການລັກລອບຄ້າອາວຸດເສິກ, ການລັກລອບນໍາຄົນເຂົ້າ-ອອກເມືອງ, ການຟອກເງິນ ແລະ ອື່ນໆ ຍັງເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງ, ຄວາມສະຫງົບປອດໄພ ໃນພາກພື້ນ, ມີຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດຂອງປະຊາຊົນ. ກົນໄກກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຈະສືບຕໍ່ເປັນໃຈກາງໃນການກຳນົດນະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອຕ້ານອາຊະຍາກຳຂ້າມຊາດໃນພາກພື້ນ. ພ້ອມນັ້ນ, ກອງປະຊຸມລັດຖະມົນຕີ ອາຊຽນວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 18 ນີ້ ຈະເປັນກອງປະຊຸມທີ່ມີໝາກມີຜົນ, ປຶກສາຫາລື ແລະ ຮັບຮອງເອົາຫຼາຍບັນຫາທີ່ສໍາຄັນສໍາລັບການຕ້ານອາຊະຍາກຳຂ້າມຊາດ ເພື່ອເຮັດໃຫ້ພາກພື້ນຂອງພວກເຮົາມີຄວາມສະຫງົບປອດໄພດີກວ່າເກົ່າ.

(ຂ່າວ-ພາບ: ຍຸພິນທອງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments