Home ຂ່າວຕ່າງປະເທດ ສປຈີນ-ຣັດເຊຍ ຊຸກຍູ້ຮ່ວມມື ດ້ານເສດຖະກິດ-ການຄ້າ ທະວີພາຄີ

ສປຈີນ-ຣັດເຊຍ ຊຸກຍູ້ຮ່ວມມື ດ້ານເສດຖະກິດ-ການຄ້າ ທະວີພາຄີ

0
27

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ຖະແຫລງການຮ່ວມ ພາຍຫລັງກອງປະຊຸມປະຈຳ ລະຫວ່າງ ຄະນະຫົວໜ້າລັດຖະບານຂອງ ສປຈີນ ແລະ ຣັດເຊຍ ຄັ້ງທີ 29 ໂດນມີ ທ່ານ ຫລີ ສຽງ ນາຍົກ ລັດຖະມົນຕີ ສປຈີນ ແລະ ທ່ານ ມິດຄາອິລ ມິຊູສຕິນ ນາຍົກ ລັດຖະມົນຕີ ຣັດຊຍ ເປັນປະທານຮ່ວມ ລະບຸວ່າ: ສປຈີນ ແລະ ຣັດເຊຍ ຈະເຮັດວຽກ ຮ່ວມກັນ ເພື່ອຊຸກຍູ້ ຮ່ວມມື ທາງດ້ານ ເສດຖະກິດ ແລະ ການຄ້າ ທະວີພາຄີ.

ເນື້ອໃນ ເອກະສານ ເບື້ອງຕົ້ນ ລະບຸວ່າ ທັງສອງຝ່າຍ ເອກະພາບ ເຫັນດີ ຈະເຮັດວຽກ ຮ່ວມກັນ ເພື່ອເພີ່ມປະສິດທິພາບ ດ້ານໂຄງສ້າງ ການຄ້າ, ເພື່ອສ້າງຈຸດ ການເຕີບໂຕໃໝ່ ສຳລັບ ເສດຖະກິດ ແລະ ປະລິມານ ການຄ້າ ທະວີພາຄີ ລະຫວ່າງ ສອງປະເທດ ລວມເຖິງ ການສົ່ງເສີມ ພັດທະນາ ອີຄອມເມີຣ , ພ້ອມທັງ ການສະໜັບສະໜູນ ການຈັດງານ ສະແດງ ສິນຄ້າ ສປຈີນ-ຣັດເຊຍ ຄັ້ງທີ 9 ຢູ່ຣັດເຊຍ ໃນປີ 2025 ແລະ ກອງປະຊຸມ ສປຈີນ-ຣັດເຊຍ ຄ້ງທີ 5 ວ່າດ້ວຍ ການຮ່ວມມື ລະຫວ່າງ ພາກພື້ນພາຍໃຕ້ກອບງານວາງສະແດງສິນຄ້າ.

ຖະແຫລງການດັ່ງກ່າວ ລະບຸວ່າ ຈະເພີ່ມ ຄວາມພະຍາຍາມ ເພື່ອຂະຫຍາຍ ການຮ່ວມມື ທີ່ ເປັນປະໂຫຍດຮ່ວມກັນ ໃນພາກພື້ນ ອາກຕິກ, ເສີມສ້າງ ຄວາມຮ່ວມມື ໃນການພັດທະນາ ການຂົນສົ່ງ, ຄວາມປອດໄພ ຂອງ ລະບົບນໍາທາງ, ເຕັກໂນໂລຊີ ແລະ ການຕໍ່ເຮືອ ສຳຫລວດ ຂົ້ວໂລກ. ນອກຈາກນີ້ ທັງສອງປະເທດ ຈະສົ່ງເສີມໃຫ້ ຜູ້ປະກອບການ ຂອງຕົນ ມີສ່ວນຮ່ວມ ໃນການຮ່ວມມື ກ່ຽວກັບ ເສັ້ນທາງ ຂົນສົ່ງອາກຕິກ ຢ່າງແຂ່ງຂັນ ຕາມຫລັກການ ຂອງ ຕະຫລາດ , ພ້ອມທັງ ໃຫ້ຄວາມສຳຄັນ ກັບ ການຄຸ້ມຄອງ ລະບົບ ນິເວດ ຂອງ ອາກຕິກ ເປັນພິເສດ ແລະ ອື່ນໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here