Tuesday, September 17, 2024
Homeຂ່າວກິລາເປີດສາກຂຶ້ນແລ້ວ ດອກປີກໄກ່ ເບຍລາວ ໂອເພັນ 2024 ມີນັກກິລາ 383 ຄົນ ຮ່ວມຊີງໄຊ

ເປີດສາກຂຶ້ນແລ້ວ ດອກປີກໄກ່ ເບຍລາວ ໂອເພັນ 2024 ມີນັກກິລາ 383 ຄົນ ຮ່ວມຊີງໄຊ

ເປີດສາກຂຶ້ນ ຢ່າງເປັນທາກງານ ການແຂ່ງຂັນກິລາດອກປີກໄກ່ ເບຍລາວ ແຊ໋ມປ້ຽນຊິບ ຄັ້ງທີ 23 ປະຈຳປີ 2024 ຊຶ່ງເປັນລາຍການໃຫຍ່ທີ່ສຸດໃນສປປ ລາວ ຫຼື “23rd Beerlaos badminton Championship 2024” ມີການຊີງໄຊເຖິງ 17 ຫຼຽນຄຳ ມີນັກກິລາ 383 ຄົນ ຈາກ 34 ພາກສ່ວນ ໃນຂອບເຂດທົ່ວປະເທດ. ຂະນະທີ່ ບໍລິສັດ ເບຍລາວ ຈໍາກັດ ສືບຕໍ່ສະໜັບສະໜູນເປັນຜະລິດຕະພັນ ແລະ ເງິນສົດລວມມູນຄ່າ 388.000.000 ກີບ.

ພິທີດັ່ງກ່າວ ຈັດຂຶ້ນ ໃນວັນທີ 22 ສິງຫາ 2024 ທີ່ສະໜາມດອກປີກໄກ່ໃນຮົ່ມ ເສດຖາ ( ເຂດບຶງຂະຫຍອງ ) ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ, ທ່ານ ສົມພູ ພົງສາ ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ແລະ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການ ຝ່າຍການຕະຫຼາດ ແລະ ສິດທິປະໂຫຍດ ບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍຄະນະນຳ, ຄູຝຶກ ແລະ ນັກກີລາຈາກຫຼາຍໆພາກສ່ວນຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ປອ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນດອກປີກໄກ່ແຫ່ງຊາດລາວ ກ່າວລາຍງານວ່າ: ການແຂ່ງຂັນລາຍການນີ້ ເປັນການແຂ່ງຂັນປະຈຳປີ ທີ່ໃຫຍ່ທີ່ສຸດ ພາຍໃນປະເທດ ຊຶ່ງຄັ້ງນີ້ ໄດ້ຈັດຂຶ້ນເປັນ ຄັ້ງທີ 23 ໂດຍໄດ້ຮັບການສະໜັບສະໜູນ ທີ່ດີຈາກບໍລິສັດ ເບຍລາວ ຈຳກັດ ຕັ້ງແຕ່ຄັ້ງທີ 1 ຕະຫຼອດມາຈົນເຖິງປັດຈຸບັນ ແລະ ໃນເທື່ອນີ້ ດຳເນີນແຂ່ງຂັນລະຫວ່າງວັນທີ 22-25 ສິງຫາ 2024 ເພື່ອສ້າງຂະບວນ ໃຫ້ມີຄວາມຟົດຟື້ນ ແນໃສ່ສ້າງໂອກາດໃຫ້ນັກກິລາ ໄດ້ທົດສອບສີມືຂອງຕົນເອງ ແລະ ສາມາດເລືອກໄດ້ ນັກກິລາດີເດັ່ນ ປະກອບເຂົ້າເປັນນັກກິລາທີມຊາດ ໃນຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ກຽມຄວາມພ້ອມ ເຂົ້າຮ່ວມງານມະຫາກຳກິລາຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເວົ້າສະເພາະງານກິລານັກຮຽນ ມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນ ໃນເດືອນທັນວາ 2024 ແລະ ງານກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໃນປີ 2025 ປີນີ້ມີນັກກິລາເຂົ້າຮ່ວມ 383 ຄົນ, ຍິງ 68ຄົນ ຈາກ 34 ພາກສ່ວນ, ໃນນັ້ນມາຈາກ 9 ແຂວງ ຄື: ຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ໄຊຍະບູລີ, ຫຼວງພະບາງ, ອຸດົມໄຊ, ຫຼວງນ້ຳທາ ແລະ ແຂວງວຽງຈັນ ສ່ວນທີ່ເຫຼືອນັ້ນ ແມ່ນມາຈາກບັນດາສະໂມສອນອ້ອມຂ້າງ ນະຄອນຫຼວງວງຈັນ.

ລາຍການດັ່ງກ່າວມີການຊີງໄຊທັງໝົດ 17 ລາຍການ ສຳລັບຮຸ່ນເຍົາວະຊົນມີ 10 ລາຍການ ຄື: ດ່ຽວເຍົາວະຊົນຊາຍ 13 ປີ, ດ່ຽວເຍົາວະຊົນຍິງ 13 ປີ, ດຽ່ວເຍົາວະຊົນຊາຍ 15 ປີ, ດ່ຽວເຍົາວະຊົນຍິງ 15 ປີ, ຄູ່ເຍົາວະຊົນຊາຍ 15 ປີ, ດ່ຽວເຍົາວະຊົນຊາຍ 17 ປີ, ດ່ຽວເຍົາວະຊົນຍິງ 17 ປີ ແລະ ຄູ່ປະສົມ 17 ປີ.

ສ່ວນຮຸ່ນຊາວໜຸ່ມທົ່ວໄປມີ 7 ລາຍການ ປະກອບມີ ດ່ຽວຊາຍທົ່ວໄປ, ດ່ຽວຍິງທົ່ວໄປ, ຄູ່ຊາຍທົ່ວໄປ, ຄູ່ປະສົມທົ່ວໄປ, ຄູ່ສະໝັກຫຼິ້ນຊາຍ ( ສາຍ ຂ ) ແລະ ຄູ່ຊາຍອາຍຸລວມ 70 ປີຂຶ້ນໄປ ( ນັກກີລາແຕ່ລະຄົນຕ້ອງມີອາຍຸ 35 ປີຂຶ້ນໄປ ).

ພາບ-ຂ່າວໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments