Monday, September 16, 2024
Homeຂ່າວກິລາສປປ ລາວ ເປັນເຈົ້າພາບ ຈັດການແຂ່ງຂັນກິລາໝາກເສິກ ເຍົາວະຊົນ-ຊາວໜຸ່ມ ຊີງແຊ໋ມອາຊຽນ 2024

ສປປ ລາວ ເປັນເຈົ້າພາບ ຈັດການແຂ່ງຂັນກິລາໝາກເສິກ ເຍົາວະຊົນ-ຊາວໜຸ່ມ ຊີງແຊ໋ມອາຊຽນ 2024

ການແຂ່ງຂັນກິລາໝາກເສິກ ລະດັບເຍົາວະຊົນ-ຊາວໜຸ່ມ ຮຸ່ນອາຍຸ 20 ປີລົງມາ ແລະ ຮຸ່ນອາຍຸ 50 ປີ ຂຶ້ນໄປ ຊີງແຊ໋ມອາຊຽນ ປະຈຳປີ 2024 ໂດຍສປປ ລາວ ຮັບກຽດເປັນເຈົ້າພາບ ໄດ້ເປີດສາກຂຶ້ນຢ່າງເປັນທາງການແລ້ວ ໃນວັນທີ 22 ສິງຫາ 2024 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ອີກນາຕຸດ ລີອອງ (Ignatius Leong) ປະທານສະຫະພັນກິລາໝາກເສິກອາຊຽນ, ທ່ານ ສັນຍາ ປຣະເສີດ ປະທານຄະນະກຳມະການ ການຕ່າງປະເທດ ສະພາແຫ່ງຊາດລາວ ທັງເປັນທີ່ປຶກສາກິດຕິມະສັກສະຫະພັນກິລາໝກເສິກແຫ່ງຊາດລາວ ແລະ ທ່ານ ອິນທະວາ ວິລະວັນ ຮອງປະທານ-ເລຂາທິການສະຫະພັນກິລາໝກເສິກແຫ່ງຊາດລາວ ທັງເປັນກຳມະການຕັດສິນສາກົນກິລາໝາກເສິກໂລກ ແລະ ຮອງປະທານໝາກເສິກອາຊຽນ ພ້ອມດ້ວຍບັນດາຄະນະນຳກິລາໝາກເສິກ 9 ຊາດ, ຄູຝຶກ ແລະ ນັກກິລາຢ່າງພ້ອມພຽງ.

ໃນພິທີ, ທ່ານ ອິນທະວາ ວິລະວັນ ລາຍງານໃຫ້ຮູ້ວ່າ: ມື້ນີ້ ວັນທີ 22 ສິງຫາ 2024 ເປັນມື້ປະຫວັດສາດອັນໜຶ່ງໃນບາດກ້າວໃໝ່ ຂອງການພັດທະນາກິລາໝາກເສິກລາວ ການແຂ່ງຂັນລາຍການດັ່ງກ່າວ ເປັນການໝູນວຽນກັນໃນບັນດາປະເທດຂົງເຂດອາຊຽນ ນັບມາຮອດປັດຈຸບັນ ຊຶ່ງເປັນຄັ້ງທີ 23 ແລ້ວ ໂດຍຄັ້ງນີ້ເປັນການຮ່ວມມືກັນລະຫວ່າງ ສະຫະພັນກິລາໝາກເສິກອາຊຽນ ຮ່ວມກັບ ສະຫະພັນກິລາໝາກເສິກແຫ່ງຊາດລາວ ມີນັກກິລາເຂົ້າຮ່ວມທັງໝົດເກືອບ 200 ຄົນ ຈາກ 9 ປະເທດເຂົ້າຮ່ວມ ແລະ ຈະມີການຊີງໄຊທັງໝົດ 3 ລາຍການ, ໃນນັ້ນ ມີນັກກິລາຈາກ ສສ ຫວຽດນາມ ສົ່ງເຂົ້າຮ່ວມຫຼາຍກວ່າທຸກຊາດເຖິງ 120 ກວ່າຄົນ ສ່ວນ ສປປ ລາວ ແມ່ນສົ່ງນັກກິລາເຂົ້າຮ່ວມ 17 ຄົນ ແລະ ໃນຈຳນວນ 17 ຄົນ ແມ່ນນັກກິລາເຍົາວະຊົນທີ່ນອນໃນເປົ້າໝາຍກິລາໝາກເສິກທີມຊາດ ລາຍການນີ້ ເປັນການແຂ່ງຂັນແບບສະສົມຄະແນນ ຫຼັງຈາກນີ້ ສປປ ລາວ ພວກເຮົາ ກໍຍັງຈະໄດ້ສືບຕໍ່ຮັບກຽດເປັນເຈົ້າພາບ ຈັດແຂ່ງຂັນກິລາໝາກເສິກລະດັບນານາຊາດ ຫຼື ລາຍການ ລາວ ອິນເຕີເນເຊິນນອນ ຄັ້ງທີ 3 ລະຫວ່າງວັນທີ 1-7 ກັນຍາ 2024 ທີ່ສູນການຄ້າສາກົນ ພາກຊັນ ອີກດ້ວຍ.

ການແຂ່ງຂັນກິລາໝາກເສິກ ຊີງແຊ໋ມອາຊຽນ ຄັ້ງທີ 23 ທີ່ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແມ່ນໄດ້ຮັບການສະໜັບສະໜູນຫຼັກຈາກບໍລິສັດ ປິໂຕເທຣດ (PETRO TRADE) ແລະ ທະນາຄານ ພົງສະຫວັນ ຈຳກັດ.

ພາບ-ຂ່າວໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments