Monday, September 16, 2024
Homeຂ່າວດ່ວນກຳລັງເຫລົ່າຮົບທະຫານ ກຽມພ້ອມຕອບໂຕ້ ໄພພິບັດ

ກຳລັງເຫລົ່າຮົບທະຫານ ກຽມພ້ອມຕອບໂຕ້ ໄພພິບັດ

ກໍາລັງທຸກເຫລົ່າຮົບບັນດາກົມກອງຕ່າງໆ ໃນທົ່ວກອງທັບປະຊາຊົນລາວ ນອກຈາກເຮັດໜ້າທີ່ກຽມ ພ້ອມສູ້ຮົບ ປັບປຸງກໍ່ສ້າງກໍາລັງ ແລະ ສ້າງພະລາທິການກັບທີ່ແລ້ວ ຍັງໄດ້ກຽມພ້ອມຕອບໂຕ້ໄພພິບັດຕ່າງ ເພື່ອຊ່ວຍເຫລືອປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ເຊິ່ງເປັນໜ້າທີ່ອັນມີກຽດທີ່ ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

ຈາກສະພາບດິນຟ້າອາກາດ ນັບມື້ມີການປ່ຽນແປງ, ໄພທຳມະຊາດໄດ້ກັບມາຮຸກຮານ ການດຳລົງຊີວິດທີ່ສະຫງົບສຸກຂອງປະຊາຊົນ, ການຜະລິດຕ້ອງພົບກັບຄວາມຫຍຸ້ງຍາກ, ໄຮ່ນາທີ່ເຄີຍໃຫ້ໝາກໃຫ້ຜົນໃນເມື່ອກ່ອນ ໄດ້ກາຍເປັນທົ່ງນາເປົ່າວ່າງເນື່ອງເກີດໄພນ້ຳຖ້ວມ. ຮ້າຍແຮງໄປກວ່ານັ້ນເກີດມີ ພາຍຸ ຫລື ສະພາບດິນຟ້າອາກາດປ່ຽນແປງຢ່າງຮຸນແຮງ ເຮັດໃຫ້ເກີດນ້ຳຖ້ວມຢ່າງກະທັນຫັນຢູ່ ແຂວງຫລວງພະບາງ, ໄຊຍະບູລີ, ຊຽງຂວາງ, ບໍ່ແກ້ວ, ອຸດົມໄຊ, ຫົວພັນ ແລະ ແຂວງອື່ນໆ ຍ້ອນຝົນຕົກຕໍ່ເນື່ອງກັນຫລາຍວັນເຮັດໃຫ້ບ້ານເຮືອນ, ຊັບສິນທີ່ມີຄ່າ ແລະ ພື້ນທີ່ທຳການຜະລິດ ຂອງພໍ່ແມ່ປະຊາຊົນ ໄດ້ຮັບຄວາມເສຍຫາຍຢ່າງໜັກ ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ພື້ນຖານການດຳລົງຊີວິດ, ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ, ແຂວງ ໄປຈົນເຖິງສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ ເສດຖະກິດ-ສັງຄົມ ແຫ່ງຊາດ.

ສໍາລັບໃນປີນີ້, ໄດ້ກ້າວເຂົ້າສູ່ລະດູຝົນ ໃນໄລຍະເດືອນ ກໍລະກົດ ຫາ ເດືອນສິງຫາ ສະພາບດິນຟ້າອາກາດມີການປ່ຽນແປງຢູ່ເລື່້ອຍໆ ມີຝົນຕົກໜັກຕໍ່ເນື່ອງໂດຍສະເພາະຢູ່ບັນດາແຂວງພາກເໜືອ ມີຝົນຕົກໜັກ ເປັນບໍລິເວນກວ້າງ ເຮັດໃຫ້ນ້ຳຖ້ວມ, ນໍ້າໄຫລຊຸ ເຂົ້າບ້ານເຮືອນ ແລະ ພື້ນທີ່ທໍາການຜະລິດ ຂອງປະຊາຊົນເສຍຫາຍຢ່າງຫລວງຫລາຍ. ຈາກສະພາບການດັ່ງກ່າວ, ພັກ, ລັດຖະບານ ອໍານາດການປົກຄອງແຂວງ, ເມືອງ ກໍຄື ທຸກອົງການຈັດຕັ້ງທຸກຂັ້ນ ມີຄວາມເປັນຫ່ວງເປັນໃຍ ແລະ ໄດ້ຮີບຮ້ອນ ຈັດຕັ້ງໜ່ວຍງານຄະນະຮັບຜິດຊອບລົງໄປຊ່ວຍ ເຫລືອ ແລະ ຕິດຕາມຢ່າງຮີບດ່ວນຕະຫລອດ 24 ຊົ່ວໂມງ. ໃນນັ້ນ, ກຳລັງອ້າຍນ້ອງທະຫານ ແມ່ນກຳລັງຫລັກ ໄດ້ເຂົ້າຊ່ວຍເຫລືອນັບແຕ່ມື້ເກີດເຫດຈົນມາເຖິງປັດຈຸບັນ ສາມາດແກ້ໄຂສະພາບໃນເບື້ອງຕົ້ນໄດ້ ໂດຍຊ່ວຍເຫລືອເອົາພໍ່-ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບນ້ຳຖ້ວມໄຫລຊຸແຮງອອກຈາກພື້ນທີ່ ອັນຕະລາຍໄປຢູ່ເຂດປອດໄພ ແລະ ນໍາເອົາເຄື່ອງຊ່ວຍເຫລືອຈາກພາກສ່ວນຕ່າງໆ ທີ່ຈຳເປັນໄປມອບໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງທົ່ວເຖິງ. ດັ່ງນັ້ນ, ທຸກອົງການຈັດຕັ້ງ, ອຳນາດການປົກຄອງທຸກຂັ້ນ ແລະ ພໍ່ແມ່ປະຊາຊົນໃຫ້ລະມັດລະວັງ ແລະ ຕິດຕາມການແຈ້ງເຕື່ອນສະພາບອາກາດຕະຫລອດເວລາ ເພາະໃນໄລຍະນີ້ເປັນລະດູຝົນ ແລະ ສະພາບດິນຟ້າອາກາດກໍມີການປ່ຽນແປງຢູ່ເລື້ອຍໆ.

ເພື່ອກຽມພ້ອມຕອບຕ້ານ ແລະ ແກ້ໄຂຜົນກະທົບຈາກໄພພິບັດທໍາມະຊາດທີ່ຈະເກີດຂຶ້ນ ແນໃສ່ຊ່ວຍ ເຫລືອກອບກູ້ເອົາຊີວິດ ແລະ ຊັບສິນຂອງປະຊາຊົນໃຫ້ທັນການ ຄະນະພັກ-ຄະນະບັນຊາອົງການ, ກົມກອງກອງບັນຊາການທະຫານແຂວງ, ກອງພັນໃຫຍ່, ໂຮງຮຽນ, ໂຮງໝໍ ແລະ ບັນດາກົມກອງທຽບເທົ່າໃນທົ່ວປະເທດ ໄດ້ເພີ່ມທະວີການກຽມພ້ອມຕອບຕ້ານ ແລະ ແກ້ໄຂຜົນກະທົບຈາກໄພພິບັດທໍາມະຊາດ ທີ່ອາດຈະເກີດຂຶ້ນໃນທຸກກກໍລະນີ ໃນຂອບເຂດພື້ນທີ່ຂອງກົມກອງຮັບຜິດຊອບ ແລະ ກວດກາຊຸກຍູ້ການຈັດຕັ້ງປະຕິບັດຕົວຈິງຂອງບັນດາອົງການ, ກົມກອງທີ່ມີຫົວໜ່ວຍຂຶ້ນກັບຕົນຢ່າງໃກ້ຊິດ ຄະນະພັກ-ຄະນະບັນຊາບັນດາອົງການ, ກົມກອງທຸກຂັ້ນໄດ້ຈັດຕັ້ງເຜີຍແຜ່ກ່ຽວກັບສະພາບດິນຟ້າອາກາດ ປັດຈຸບັນທີ່ມີການປ່ຽນແປງໃນແຕ່ລະວັນຢ່າງໄວວາ ແລະ ມີຄວາມສ່ຽງສູງອາດມີຜົນກະທົບຕໍ່ຊີວິດ ຊັບສິນຂອງລັດ ແລະ ຂອງພໍ່ແມ່ປະຊາຊົນໃນຕໍ່ໜ້າ ຕິດຕາມ ແລະ ກໍາແໜ້ນຂ່າວພະຍາກອນອາກາດ ໃນແຕ່ລະວັນເປັນປົກກະຕິ, ຖ້າມີກໍລະນີເກີດຂຶ້ນຕ້ອງແກ້ໄຂໃຫ້ທັນເວລາ ແລະ ມີປະສິດທິຜົນສູງ, ບັນດາອົງການ, ກົມກອງ, ທ້ອງຖິ່ນທຸກຂັ້ນມີປະຈໍາການ ກໍາລັງປະຈໍາການ ແລະ ພາຫະນະປະຈໍາການຄົບຊຸດຄືກັນກັບການກຽມພ້ອມສູ້ຮົບຕະຫລອດ 24 ຊົ່ວໂມງ ເພື່ອກຽມພ້ອມແກ້ໄຂ ແລະ ກອບກູ້ໄພພິບັດທໍາມະຊາດທີ່ອາດຈະເກີດຂຶ້ນຢູ່ຂອບເຂດກົມກອງຮັບຜິດຊອບ ໄດ້ເອົາໃຈໃສ່ຕິດຕາມກໍາແໜ້ນສະພາບຮອບດ້ານຢ່າງໃກ້ຊິດ ມີມາດຕະການວິທີການແກ້ໄຂຢ່າງລະອຽດ ຖ້າເຫດການເກີດຂຶ້ນຢູ່ຂອບເຂດຮັບຜິດຊອບກົມກອງໃດ, ແມ່ນກອງນັ້ນເປັນເຈົ້າການສົມທົບກັບແຕ່ລະພາກສ່ວນ ເພື່ອຕອບຕ້ານ ແລະ ກອບກູ້ຊ່ວຍເຫລືອໃຫ້ທັນເວລາ ໄດ້ເພີ່ມທະວີຄວາມເປັນເຈົ້າການໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງອົງການພາກລັດ ແລະ ເອກະຊົນ ອໍານາດການປົກຄອງບ້ານ, ເມືອງ, ແຂວງ ໃນຂອບເຂດກົມກອງຮັບຜິດຊອບ ເພື່ອປຸກລະດົມກໍາລັງເຂົ້າຮ່ວມເຮັດໜ້າທີ່ກຽມ ພ້ອມຊ່ວຍເຫລືອ ແລະ ກອບກູ້ ຍົກຍ້າຍເອົາພາກສ່ວນທີ່ຖືກຜົນກະທົບໄປສູ່ເຂດປອດໄພ ແລະ ເອົາໃຈໃສ່ການປ້ອງກັນເວນຍາມໃຫ້ມີຄວາມປອດໄພ. ພ້ອມກັນນັ້ນ, ກໍໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການສະ ກັດກັ້ນ ແລະ ແກ້ໄຂພະຍາດຕ່າງໆທີ່ອາດຈະລະບາດເວລານໍ້າຖ້ວມ ຫລື ນໍ້າຖ້ວມຂັງແກ່ຍາວ ພ້ອມກັນມີວິທີການແກ້ໄຂໃຫ້ທັນເວລາ ແລະ ມີປະສິດທິຜົນສູງ.

ຂ່າວ: ໂຊເລ້ ບຸນເຮືອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments