Tuesday, September 17, 2024
Homeຂ່າວໜ້າໜຶ່ງກອງປະຊຸມລັດຖະມົນຕີ ປະຊາຄົມ ບໍ່ປ່ອຍອາຍພິດອາຊີ ຄັ້ງທີ 2

ກອງປະຊຸມລັດຖະມົນຕີ ປະຊາຄົມ ບໍ່ປ່ອຍອາຍພິດອາຊີ ຄັ້ງທີ 2

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ, ກອງປະຊຸມລັດຖະມົນຕີປະຊາຄົມບໍ່ປ່ອຍອາຍພິດອາຊີ (AZEC) ຄັ້ງທີ 2, ໂດຍມີ ການເຂົ້າຮ່ວມ ລັດຖະມົນຕີ ແລະ ຜູ້ຕາງໜ້າ ທີ່ມາຈາກ ບັນດາ ປະເທດ ສະມາຊິກ AZEC (ລວມມີ: ອິນໂດເນເຊຍ, ໄທ, ມາເລເຊຍ, ສິງກະໂປ, ສສ ຫວຽດນາມ, ຟີລິບປິນ, ກຳປູເຈຍ, ສປປ ລາວ, ບຣູໄນ, ອົດສະຕາລີ ແລະ ຍີ່ປຸ່ນ) ເພື່ອປຶກສາຫາລື ຄວາມມານະພະຍາຍາມ ຂອງບັນດາປະເທດ ໃນການເດີນຕາມເປົ້າໝາຍ ການປ່ອຍອາຍພິດ ລົງເປັນ 0.ໃນກອງປະຊຸມ, ທ່ານ ບາລີ ລາຮາດາລີອາ( Bahlil Lahadalia) ລັດຖະມົນຕີ ກະຊວງພະລັງງານ ແລະ ຊັບພະຍາກອນ ແຮ່ທາດ ອິນໂດເນເຊຍ ໄດ້ສະເໜີ 3 ຂໍ້ລິເລີ່ມ ສຳຄັນ ເພື່ອຊຸກຍູ້ ວິວັດການຫັນປ່ຽນທິດ ມຸ່ງໄປເຖິງ ອະນາຄົດ ທີ່ບໍ່ປ່ອຍ ອາຍພິດ, ລວມມີ: ພັດທະນາ ລະບົບ ພະລັງງານ ສີຂຽວ, ເພີ່ມທະວີ ການເຊື່ອມຕໍ່ ຕາໜ່າງໄຟຟ້າ ພາກພື້ນ; ຊຸກຍູ້ ລະບົບ ພາຫະນະ ຄົມມະນາຄົມໃໝ່ ນຳໃຊ້ເຊື້ອເພີງ ແບບຍືນຍົງ./.(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments