Tuesday, September 17, 2024
Homeທຸລະກິດຜູ້ປະກອບການຖົ່ວລຽນລາວ ຫາລືຊ່ອງທາງເຂົ້າເຖິງຕະຫລາດ ສປ ຈີນ

ຜູ້ປະກອບການຖົ່ວລຽນລາວ ຫາລືຊ່ອງທາງເຂົ້າເຖິງຕະຫລາດ ສປ ຈີນ

ກອງປະຊຸມພົບປະປຶກສາຫາລື ລະຫວ່າງ ສະມາຄົມທຸລະກິດ ກະສິກຳລາວ ໃນວັນທີ 20 ສິງຫາ 2024 ຜ່ານມາ ໂດຍມີປະທານ, ຮອງປະທານ ແລະ ຄະນະບໍລິຫານສະມາຄົມ, ພ້ອມດ້ວຍຕົວແທນຂອງກຸ່ມຜູ້ປະກອບການສວນຖົ່ວລຽນລາວ ແລະ ຄະນະນັກທຸລະກິດ ຜູ້ນຳເຂົ້າສິນຄ້າກະສິກຳ ຈາກ ສປ ຈີນ ເພື່ອຮັບຟັງຂໍ້ມູນຈາກຝ່າຍລາວ ກ່ຽວກັບການປູກຖົ່ວລຽນໃນ ສປປ ລາວ ແລະ ຝ່າຍຈີນ ໄດ້ນຳສະເໜີຄວາມຕ້ອງການຊື້ສິນຄ້າກະສິກຳ “ໝາກຖົ່ວລຽນ” ຂອງ ສປ ຈີນ.

ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳລາວ ໄດ້ນຳສະເໜີບົດບາດ ໜ້າທີ່ຂອງສະມາຄົມທຸລະກິດກະສິກຳລາວ ທີ່ເປັນຕົວແທນຂອງຜູ້ປະກອບການກະສິກຳ ເຊິ່ງປະກອບມີຜູ້ປະກອບການທຸລະກິດກະສິກຳຫລາຍຂະແໜງການ, ທັງຂະແໜງການປູກຝັງ, ລ້ຽງສັດ, ການປະມົງ, ການປຸງແຕ່ງສິນຄ້າກະສິກຳ ແລະ ຜູ້ສະໜອງປັດໄຈກະສິກຳ ເຊິ່ງກຸ່ມຜູ້ປະກອບການສວນຖົ່ວລຽນ ແມ່ນກຸ່ມໜຶ່ງທີ່ຂຶ້ນກັບສະມາຄົມທຸລະກິດກະສິກຳລາວ. ໃນອະດີດປະເທດ ສປປ ລາວ ຖືໄດ້ວ່າຍັງມີຂໍ້ຫຍຸ້ງຍາກຫລາຍດ້ານທີ່ຍັງບໍ່ອຳນວຍຄວາມສະດວກຕໍ່ການຄ້າ ຂາຍກັບສາກົນ ໂດຍສະເພາະແມ່ນບໍ່ມີທາງອອກສູ່ທະເລ ເຮັດໃຫ້ເສຍປຽບຄ່າຂົນສົ່ງ ແລະ ບໍ່ສາມາດແຂ່ງຂັນກັບສິນຄ້າຈາກປະເທດອື່ນໄດ້ ເຮັດໃຫ້ສິນຄ້າກະສິກຳຂອງ ສປປ ລາວ ບໍ່ພົ້ນເດັ່ນເທົ່າທີ່ຄວນ. ແຕ່ມາປັດຈຸບັນນີ້, ລັດ ຖະບານ ສປປ ລາວ ແລະ ລັດຖະບານ ສປ ຈີນ ໄດ້ລົງທຶນໃສ່ການສ້າງໂຄງລ່າງພື້ນຖານທີ່ສຳຄັນນັ້ນຄື ເສັ້ນທາງລົດໄຟ ລາວ-ຈີນ ເຮັດໃຫ້ສິນຄ້າຂອງສປປ ລາວ ມີທາງເຊື່ອມຈອດກັບຕະຫລາດໃຫຍ່ດັ່ງ ສປ ຈີນ, ນອກນີ້ ລັດຖະ ບານ ກໍໄດ້ເອົາໃຈໃສ່ປັບປຸງບັນດານິຕິກຳ, ລະບຽບການທີ່ກ່ຽວຂ້ອງທີ່ມີລັກສະນະຊຸກຍູ້-ສົ່ງເສີມແກ່ພາກການຜະ ລິດ, ການປຸງແຕ່ງ ແລະ ການສົ່ງອອກສິນຄ້າກະສິກຳຢ່າງແຂງແຮງ. ມາຮອດປັດຈຸບັນ, ລັດຖະບານ ສປປ ລາວ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ສຳເລັດການເຈລະຈາການຊື້-ຂາຍສິນຄ້າກະສິກຳກັບ ສປ ຈີນ ໄດ້ຫລາຍກວ່າ 33 ລາຍການແລ້ວ, ນັ້ນແມ່ນບາດກ້າວການເຕີບໃຫຍ່ຂອງວຽກງານການຜະລິດກະສິກຳ ເປັນສິນຄ້າຂອງ ສປປ ລາວ. ສຳລັບ ໝາກຖົ່ວລຽນລາວ ຄວາມຈິງແລ້ວລາວ ມີໝາກຖົ່ວລຽນມາດົນນານແລ້ວ ແຕ່ການຜະລິດເປັນສິນຄ້າສົ່ງອອກຍັງບໍ່ທັນພົ້ນເດັ່ນຍ້ອນບາງຂໍ້ຫຍຸ້ງຍາກດັ່ງກ່ວໃນໄລຍະຜ່ານມາ ແຕ່ປັດຈຸບັນຂະບວນການຜະລິດໝາກຖົ່ວ ລຽນ ເພື່ອເປັນສິນຄ້າກຳລັງມີທ່າກ້າວທີ່ແຂງແຮງ ແລະ ມີຄວາມເປັນມືອາຊີບ.

ທ່ານ ເອລາວັນ ລາດປາກດີ ຕົວແທນຜູ້ປະກອບການສວນຖົ່ວລຽນລາວ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ໃນກຸ່ມທີ່ຢູ່ໃນສະມາຄົມມີ 170 ສວນ, ມີເນື້ອທີ່ທັງໝົດ 20.000 ເຮັກຕາ. ໃນນີ້, ມີຈຳນວນໜຶ່ງທີ່ເລີ່ມເກັບກ່ຽວແລ້ວ 10.000 ກວ່າຕົ້ນ, ມີຜົນຜະລິດປະມານ 900 ໂຕນ, ເປົ້າໝາຍໃນປີ 2029 ຄາດວ່າຈະເກັບກ່ຽວປະມານ 270.000 ຕົ້ນ, ຄາດວ່າຈະເກັບກ່ຽວໄດ້ 24.300 ໂຕນ, ຄາດຄະເນມູນຄ່າ 155,5 ລ້ານກວ່າ ໂດລາສະຫະລັດ. ພ້ອມນີ້, ໃນກຸ່ມຜູ້ປະກອບການຊາວສວນຖົ່ວລຽນລາວ ຍັງມີຜູ້ຊ່ຽວຊານກ່ຽວກັບການປູກ ແລະ ເບິ່ງແຍງສວນຖົ່ວ ລຽນ ແບບມືອາຊີບ.

ທ່ານ ດວງດາວອນ ສຸລະຍະວົງສາ ຫລື ອາຈານເນ້ ຖົ່ວລຽນລາວ ແມ່ນນັກວິຊາການທີ່ມີປະສົບການສູງ ເຮັດວຽກຕົວຈິງ ໃນການຜະລິດໝາກຖົ່ວລຽນເປັນສິນຄ້າສົ່ງອອກ ເຊິ່ງໄດ້ເຮັດວຽກຕົວຈິງຢູ່ປະເທດໄທເກືອບ 20ປີ. ນອກນີ້, ຍັງມີທີມງານວິຊາການທ່ານອື່ນໆອີກທີ່ມີປະສົບການສູງ, ພາຍຫລັງໄດ້ກັບຄືນປະເທດ ມາເຮັດສວນໝາກຖົ່ວລຽນ ຢູ່ປະເທດລາວ ຈາກປະສົບການອັນຍາວນານອາຈານເນ້ ແລະ ປະຕິບັດຕົວຈິງຢູ່ລາວ ເຫັນວ່າໄດ້ຜົນດີຈຶ່ງມີຄວາມໝັ້ນໃຈວ່າສິນຄ້າໝາກຖົ່ວລຽນລາວ ຈະເປັນສິນຄ້າປາຍແຫລມທີ່ສຳຄັນ ໃນການສົ່ງອອກໄປຂາຍຢູ່ຕ່າງ ປະເທດ ເພື່ອນຳເອົາເງິນຕາເຂົ້າປະເທດໄດ້ເປັນຢ່າງດີ.

ທ່ານ ເຖົາ ຈ້ຽນ ນັກລົງທຶນຈາກ ສປ ຈີນ ທີ່ມາລົງທຶນເຮັດສວນໝາກຖົ່ວລຽນຢູ່ ສປປ ລາວ ໄດ້ກ່າວວ່າ: ຕົນເອງໄດ້ເອົາແນວພັນ ຈາກປະເທດມາເລເຊຍ ມາຕໍ່ກັບຕົ້ນໝາກຖົ່ວລຽນພື້ນເມືອງຂອງລາວ ເຊິ່ງຕົ້ນໝາກຖົ່ວ ລຽນ ໃນສວນ ປັດຈຸບັນເລີ່ມເປັນໝາກແລ້ວ ເຫັນວ່າຄຸນນະພາບດີຫລາຍ. ທ່ານຍັງໄດ້ເວົ້າອີກວ່າ: ດິນຂອງລາວເປັນທີ່ດິນທີ່ມີຄວາມອຸດົມສົມບູນ ມີຄວາມເໝາະສົມໃນການປູກໝາກຖົ່ວລຽນເປັນສິນຄ້າ.

ພ້ອມນີ້, ທ່ານ ຫວານຈີ່ນ ນັກທຸລະກິດຜູ້ນຳເຂົ້າສິນຄ້າກະສິກຳ ໂດຍສະເພາະໝາກຖົ່ວລຽນ ໄດ້ໃຫ້ຮູ້ວ່າ: ຕາມຕົວເລກສະຖິຕິ ຂອງກົມໃຫຍ່ພາສີຂອງ ສປ ຈີນ ໃຫ້ຮູ້ວ່າ ໃນປີ 2022 ປະເທດຈີນ ນຳເຂົ້າໝາກຖົ່ວລຽນ 800.000 ໂຕນ, ປີ 2023 ນຳເຂົ້າຈຳນວນ 1,3 ລ້ານໂຕນ. ສຳລັບ 6 ເດືອນຕົ້ນປິ 2024 ນຳເຂົ້າປະມານ 1,4 ລ້ານໂຕນ, ຄາດວ່າໝົດປີ 2024 ຈະມີສູງເຖິງ 2,3 ລ້ານໂຕນ, ຈາກຕົວເລກສະຖິຕິດັ່ງກ່າວ ເຫັນໄດ້ວ່າຄົນຈີນມີຄວາມນິຍົມບໍລິໂພກໝາກຖົ່ວລຽນສູງຂຶ້ນຢ່າງຕໍ່ເນື່ອງ. ສຳລັບປະເທດຈີນ ເຂດທີ່ສາມາດປູກໝາກຖົ່ວລຽນໄດ້ແມ່ນຢູ່ເຂດເກາະໄຫໜານ, ປັດຈຸບັນ ກໍມີການປູກຫລາຍສົມຄວນ, ແຕ່ທຽບກັບຄວາມຕ້ອງການຂອງຕະຫລາດແລ້ວແມ່ນຍັງບໍ່ພຽງພໍ ເຊິ່ງການນຳເຂົ້າສ່ວນຫລາຍແມ່ນນຳເຂົ້າຈາກປະເທດໄທ, ມາເລເຊຍ, ຫວຽດນາມ. ພ້ອມນີ້, ທ່ານຍັງໄດ້ມີຄຳເຫັນ ແລະ ຄຳແນະນຳວ່າ ໝາກຖົ່ວລຽນລາວ ກໍມີໂອກາດສູງທີ່ຈະເຂົ້າໄປຂາຍຢູ່ປະເທດຈີນ ແຕ່ຜູ້ປະກອບການລາວ ຍັງຕ້ອງໄດ້ເຮັດວຽກອີກຫລາຍຢ່າງເພື່ອໃຫ້ສິນຄ້າ (ໝາກຖົ່ວລຽນລາວ) ໄດ້ມາດຕະຖານຕາມເງື່ອນໄຂຂອງລະບຽບກົດໝາຍຂອງປະເທດຈີນ, ຜູ້ປະກອບການສວນຖົ່ວລຽນລາວ ຕ້ອງເອົາໃຈໃສ່ສ້າງມາດຕະ ຖານຕັ້ງແຕ່ການປູກ, ການບົວລະບັດດູແລ, ການປ້ອງກັນສັດຕູພືດ, ການເກັບກ່ຽວ, ການເກັບຮັກສາ, ການປຸງແຕ່ງ-ການຫຸ້ມຫໍ່ ແລະ ການຂົນສົ່ງ ແຕ່ລະຂະບວນການຕ້ອງມີມາດຕະຖານ, ຜູ້ປະກອບການສວນຖົ່ວລຽນລາວ ເຖິງຈະຍັງໃໝ່ ເມື່ອທຽບກັບຫລາຍປະເທດ ແຕ່ເຮົາເລີ່ມໃໝ່ເຮົາກໍຄວນເລີ່ມຕົ້ນດ້ວຍສິ່ງທີ່ດີເລີຍ; ທ່ານຍັງແນະນຳຕື່ມວ່າ ຜູ້ປະກອບການສວນຖົ່ວລຽນລາວ ຄວນເຕົ້າໂຮມກັນເປັນສະມາຄົມ ໃນການເຮັດວຽກຮ່ວມກັນ ເພື່ອສ້າງມາດຕະຖານດັ່ງກ່າວ. ນອກນີ້, ຍັງຕ້ອງໄດ້ປະສານກັບພາກລັດ ສະເໜີໃຫ້ລັດຖະບານ ໄດ້ພິຈາລະນາສະເໜີສິນຄ້າໝາກຖົ່ວລຽນ ເຂົ້າຢູ່ໃນລາຍການທີ່ຈະເຈລະຈາກັບລັດຖະບານຈີນ. ພ້ອມກັນນັ້ນ, ກໍຕ້ອງໄດ້ດຳເນີນການກະກຽມປະສານງານເພື່ອຂໍອະນຸຍາດຈາກກົມໃຫຍ່ພາສີ ສປ ຈີນ ເຊິ່ງວຽກງານດັ່ງກ່າວລ້ວນແຕ່ໃຊ້ເວລາພໍສົມຄວນ. ດັ່ງນັ້ນ, ຜູ້ປະກອບການສວນຖົ່ວລຽນ ຈຳເປັນຕ້ອງເຮັດວຽກລວມໝູ່.

ທ່ານ ບົວຈັນ ສີຫາວົງ ຮອງປະທານສະມາຄົມທຸລະກິດກະສິກຳລາວ, ທັງເປັນຜູ້ອຳນວຍການລັດວິສາຫະກິດບໍລິການກະສິກຳ ໄດ້ກ່າວວ່າ: ສະພາບປັດຈຸບັນ, ແມ່ນມີຄວາມເໝາະສົມ ແລະ ເອື້ອອຳນວຍທີ່ສຸດ ທີ່ລັດຖະ ບານ ໄດ້ແກ້ບັນຫາຂໍ້ຫຍຸ້ງຍາກໄດ້ຫລາຍແລ້ວ ເປັນຕົ້ນ ເສັ້ນທາງຄົມມະນາຄົມຂົນສົ່ງ, ບັນດາລະບຽບ ແລະ ນິຕິກຳທີ່ກ່ຽວຂ້ອງ, ທັງນະໂຍບາຍຂອງລັດຖະບານ ທີ່ມີການສົ່ງເສີມການຜະລິດກະສິກຳເປັນສິນຄ້າຢ່າງແຂງແຮງ. ດັ່ງນັ້ນ, ເຫັນໄດ້ວ່າທຸກຢ່າງມີຄວາມພ້ອມຫລາຍແລ້ວ ຍັງແຕ່ການຮ່ວມມືລະຫວ່າງສອງຝ່າຍລາວ-ຈີນ ຮ່ວມມືກັນເຮັດວຽກຮ່ວມກັນເພື່ອກະກຽມ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການສົ່ງສິນຄ້າກະສິກຳ ໂດຍສະເພາະແມ່ນໝາກຖົ່ວລຽນລາວ ໃຫ້ສາມາດເຂົ້າໄປຂາຍຢູ່ ສປ ຈີນ ໄດ້ນັບມື້ນັບຫລາຍຂຶ້ນ, ເຮັດໃຫ້ການຮ່ວມມືລະຫວ່າງລາວ ແລະ ຈີນ ມີຄວາມຍືນຍົງຕະຫລອດໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments