Tuesday, September 17, 2024
Homeຂ່າວໜ້າໜຶ່ງແມ່ຍິງອາຊຽນ ຫາລືສ້າງຄວາມເຂັ້ມແຂງດ້ານເສດຖະກິດໃຫ້ແມ່ຍິງ

ແມ່ຍິງອາຊຽນ ຫາລືສ້າງຄວາມເຂັ້ມແຂງດ້ານເສດຖະກິດໃຫ້ແມ່ຍິງ

ໃນວັນທີ 22 ສິງຫາ 2024 ນີ້, ສປປ ລາວ ໄດ້ສືບຕໍ່ ເປັນເຈົ້າພາບ ຈັດກອງປະຊຸມປິ່ນອ້ອມ ຮ່ວມກັບຜູ້ຕາງໜ້າຄະນະກຳມະການແມ່ຍິງອາຊຽນ, ຄະນະກຳມາທິການອາຊຽນ ເພື່ອສົ່ງເສີມ ແລະ ປົກປ້ອງສິດທິ ຂອງແມ່ຍິງ ແລະ ເດັກ, ຜູ້ຕາງໜ້າ ຂະແໜງການທີ່ກ່ຽວຂ້ອງຂອງອາຊຽນ, ກອງເລຂາອາຊຽນ ແລະ ຄູ່ຮ່ວມພັດທະນາ ເພື່ອຮ່ວມກັນປຶກສາຫາລື ຫລາຍຫົວຂໍ້ທີ່ສຳຄັນ ທີ່ແມ່ຍິງກຳລັງຜະເຊີນໜ້າຢູ່ໃນພາກພື້ນ ເພື່ອບັນລຸຄວາມສະເໝີພາບຍິງ-ຊາຍ ແລະ ບໍ່ປະໃຜໄວ້ເບື້ອງຫລັງ ເປັນຕົ້ນ ບັນຫາຄວາມຮຸນແຮງ, ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ທາງດ້ານເສດຖະກິດ ເພື່ອຫລຸດຜ່ອນຄວາມທຸກຍາກ, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ ເຊິ່ງບັນຫາດັ່ງກ່າວ, ຍັງສືບຕໍ່ເປັນບັນຫາຂົ່ມຄູ່ ແລະ ມີຜົນກະທົບຕໍ່ແມ່ຍິງ-ເດັກ ໃນພາກພື້ນອາຊຽນ ແລະ ເພື່ອແກ້ໄຂບັນຫາດັ່ງກ່າວ, ປະຊາຄົມອາຊຽນ ມີຄວາມຈຳເປັນຕ້ອງວາງຍຸດທະສາດ ຮ່ວມກັບຄູ່ຮ່ວມພັດທະນາ ໃນການເຊື່ອມສານ ວຽກງານປ້ອງກັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກ ແລະ ວຽກງານທີ່ກ່ຽວຂ້ອງ ກັບເສດຖະກິດການດູແລເບິ່ງແຍງ ເຂົ້າໃນຍຸດທະສາດລະດັບຊາດ ແລະ ພາກພື້ນ.

ໂອກາດດັ່ງກ່າວ, ທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ມີຄໍາເຫັນວ່າ: ລັດຖະບານແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ຕໍ່ການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ, ການພັດ ທະນາ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ. ໃນນັ້ນ, ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ມີນິຕິກຳ, ແຜນດຳເນີນງານແຫ່ງຊາດກ່ຽວກັບ ການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ (2021-2025) ແລະ ໄດ້ສ້າງມາດຕະຖານການດໍາເນີນງານ ສໍາລັບການບໍລິການດ້ານສຸຂະພາບ, ການບໍລິການດ້ານສັງຄົມ, ການບໍລິການດ້ານຂະບວນການຍຸຕິທໍາ ແລະ ການປະສານງານ-ສົ່ງຕໍ່ ເພື່ອເປັນບ່ອນອີງສໍາລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຮັດໜ້າທີ່ປົກປ້ອງ, ຊ່ວຍເຫລືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກ ຢູ່ ສປປ ລາວ.

ທ່ານ ນາງ ອາລີ ວົງໜໍ່ບຸນທຳ ຍັງກ່າວອີກວ່າ: ສປປ ລາວ ມີຄວາມພາກພູມໃຈ ທີ່ໄດ້ແລກປ່ຽນບົດຮຽນໃນການພັດທະນາ ແລະ ການຈັດຕັ້ງປະຕິບັດ “ມາດຕະຖານການດໍາເນີນງານ-SOPs” ເພື່ອໃຫ້ການປົກປ້ອງ ຊ່ວຍ ເຫລືອ ແກ່ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງທາງເພດ ແລະ ບັນຫາອື່ນໆ. ພ້ອມທັງຈະໄດ້ເປີດໂຕ “ຂໍ້ແນະນຳຂອງອາຊຽນ ກ່ຽວກັບ ການພັດທະນາມາດຕະຖານການດຳເນີນງານແຫ່ງຊາດ (SOPs) ສຳລັບການປະ ສານງານ ເພື່ອຕອບໂຕ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ລວມທັງກຸ່ມຜູ້ດ້ອຍໂອກາດ ຢ່າງເປັນທາງການ ໃນກອງປະຊຸມໃນຄັ້ງນີ້. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຫວັງວ່າ ການຮ່ວມປຶກສາຫາລືກັນໃນຄັ້ງນີ້, ຈະເຕັມໄປດ້ວຍເນື້ອໃນອັນອຸດົມສົມບູນ, ສ້າງສັນ ແລະ ມີແຜນບູລິມະສິດຍາວນານ ໃນການແກ້ໄຂບັນຫາທີ່ກ່ຽວຂ້ອງກັບເສດຖະກິດ, ການດູແລເບິ່ງແຍງ ທີ່ບໍ່ໄດ້ຮັບຄ່າຈ້າງ ແລະ ວຽກງານພາຍໃນຄົວເຮືອນ, ປະກອບສ່ວນເຂົ້າໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຄວາມເຂັ້ມແຂງໃຫ້ແມ່ຍິງ, ພ້ອມທັງການພັດທະນາມາດຕະຖານການດຳເນີນງານແຫ່ງຊາດ (SOPs) ສຳລັບການປະສານງານ ເພື່ອຕອບໂຕ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ລວມທັງກຸ່ມດ້ອຍໂອກາດ ຂອງປະເທດຕົນ ເພື່ອກ້າວໄປສູ່ປະຊາຄົມອາຊຽນ ທີ່ເຂັ້ມແຂງ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments