Thursday, September 19, 2024
Homeຂ່າວການເມືອງກະຊວງປ້ອງກັນປະເທດ ຫວນຄືນມູນເຊື້ອ 2 ວັນປະຫວັດສາດສໍາຄັນ

ກະຊວງປ້ອງກັນປະເທດ ຫວນຄືນມູນເຊື້ອ 2 ວັນປະຫວັດສາດສໍາຄັນ

ກະຊວງປ້ອງກັນປະເທດ ຈັດປາຖະກະຖາ 2 ວັນປະຫວັດສາດສໍາຄັນຂອງຊາດຄື: ວັນຍຶດອໍານາດທົ່ວປະເທດ 23 ສິງຫາ ຄົບຮອບ 49 ປີ (23 ສິງຫາ 1975-23 ສິງຫາ 2024) ແລະ ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ (15/8/1991-15/8/ 2024) ໃນວັນທີ 22 ສິງຫາ 2024 ໂດຍການເປັນປະທານ ແລະ ປາຖະກະຖາຂອງ ທ່ານ ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີສະຫາຍ ພົນໂທ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ຄະ ນະນຳກະຊວງປ້ອງກັນປະເທດ, ຄະນະນຳກົມໃຫຍ່, ຫ້ອງວ່າການ, ບັນດາວິທະຍາຄານ, ກົມກອງອ້ອມຂ້າງ ພ້ອມດ້ວຍພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

ທ່ານ ຈະເລີນ ເຍຍປາວເຮີ ໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງວັນຍຶດອຳນາດທົ່ວປະເທດ 23 ສິງຫາ ເຊິ່ງເປັນເຫດການສຳຄັນທາງດ້ານປະຫວັດສາດ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອການຕໍ່ສູ້ອັນພິລະອາດຫານບໍ່ຍອມຈຳນົນ, ມີໄຫວພິກ ແລະ ຄວາມປີຊາສາມາດ ຂອງນັກຮົບປະຕິວັດຮຸ່ນກ່ອນ ຕ້ານກັບຈັກກະພັດລ່າເມືອງຂຶ້ນ ໂດຍພາຍໃຕ້ການນຳພາຂອງພັກ ຈົນສາມາດຍຶດອຳນາດໄດ້ ໃນວັນທີ 23 ສິງຫາ 1975 ເຊິ່ງຮັກສາໄດ້ຄວາມເປັນເອກະ ລາດແຫ່ງຊາດ ແລະ ອິດສະຫລະພາບຂອງປະຊາຊົນລາວບັນດາເຜົ່າ ໄດ້ຢູ່ເຢັນເປັນສຸກ, ສ້າງສາພັດທະນາເສດຖະ ກິດ-ສັງຄົມຂອງຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລຂຶ້ນເປັນກ້າວໆ. ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ເຊິ່ງລັດຖະທຳມະນູນເປັນກົດໝາຍພື້ນຖານຂອງຊາດ, ທັງເປັນກົດໝາຍພື້ນຖານຂອງລະບອບປະຊາທິປະໄຕ ປະຊາຊົນລາວ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າ ໃຫ້ຍົກສຸງນ້ຳໃຈຮັກຊາດ, ຮັກລະບອບໃໝ່, ເພີ່ມທະວີຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ, ເຊີດຊູບົດບາດເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກຳນົດໄວ້, ການປະກາດໃຊ້ລັດຖະທຳມະນູນ ເປັນເຫດການທາງການເມືອງທີ່ສຳຄັນຂອງຊາດ, ທັງເປັນຂີດໝາຍໃໝ່ແຫ່ງການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ແລະ ສ້າງລັດແຫ່ງກົດໝາຍເທື່ອລະກ້າວ, ສ່ອງແສງໃຫ້ເຫັນເຖິງລັກສະນະທາດແທ້ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງລະບອບປະຊາທິປະໄຕ ປະຊາຊົນລາວ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກ, ທັງເປັນການຢັ້ງຢືນຕໍ່ຊາວໂລກກ່ຽວກັບຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ ຕາມແນວທາງການປ່ຽນແປງໃໝ່ ແນໃສ່ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ການຈັດປາຖະກະຖາຄັ້ງນີ້, ກໍເພື່ອເປັນການສຶກສາອົບຮົມໃຫ້ນາຍ ແລະ ພົນທະຫານໃນທົ່ວກອງທັບ ໂດຍສະເພາະພະນັກງານສະມາຊິກພັກ, ນາຍທະຫານຜູ້ສືບທອດໄດ້ຮັບຮູ້, ເຊື່ອມຊຶມ, ເຂົ້າໃຈເລິກເຊິ່ງກ່ຽວກັບມູນເຊື້ອ 2 ວັນປະຫວັດສາດສຳຄັນດັ່ງກ່າວ ເພື່ອພ້ອມກັັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງກົມກອງ ກໍຄື ກອງທັບປະຊາຊົນລາວ ໃຫ້ມີແບບແຜນທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບ: ປູນາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments