Tuesday, September 17, 2024
Homeຂ່າວໜ້າໜຶ່ງຮອງປະທານປະເທດ ກ່າວປາໄສ ຕໍ່ກອງປະຊຸມເວທີປຶກສາຫາລືແມ່ຍິງໂລກ ທີ່ນະຄອນຫລວງ ອູລານບາຕໍ ປະເທດມົງໂກລີ

ຮອງປະທານປະເທດ ກ່າວປາໄສ ຕໍ່ກອງປະຊຸມເວທີປຶກສາຫາລືແມ່ຍິງໂລກ ທີ່ນະຄອນຫລວງ ອູລານບາຕໍ ປະເທດມົງໂກລີ

ວັນທີ 22 ສິງຫາ 2024 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລື ແມ່ຍິງໂລກ (World Women’s Forum) ທີ່ນະຄອນຫລວງ ອູລານບາຕໍ ປະເທດມົງໂກລີ ຊຶ່ງມີ ທ່ານ ຄູເຣສສຸກຄ໌ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ, ພ້ອມດ້ວຍຮອງເລຂາທິການ ໃຫຍ່ ສປຊ, ມີບັນດາການນໍາເພດຍິງ ຈາກປະເທດຕ່າງໆ ແລະ ຕາງໜ້າຈາກອົງການຈັດຕັ້ງສາກົນ ເຂົ້າຮ່ວມ. ກອງປະຊຸມ ເວທີປຶກສາຫາລືແມ່ຍິງໂລກ ດໍາເນີນພາຍໃຕ້ຫົວຂໍ້: “ກ້າວໄປສູ່ອານາຄົດສີຂຽວ” ໂດຍມີຈຸດ ປະສົງ ເພື່ອເປັນເວທີໃຫ້ບັນດາການນໍາເພດຍິງຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ມີໂອ ກາດປຶກ ສາຫາລື ແລກປ່ຽນວາມຄິດຄວາມເຫັນ ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ຄວາມສະເໝີພາບລະ ຫວ່າງ ຍິງ-ຊາຍ ກໍຄື ບົດບາດຂອງແມ່ຍິງໃນທຸກຂົງເຂດວຽກງານ, ການປ່ຽນແປງດິນຟ້າອາກາດ ແລະ ການປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (SDG).

ທ່ານ ປານີ ຢາທໍ່ຕູ້ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ໂດຍໄດ້ເນັ້ນເຖິງຄວາມສໍາຄັນຂອງການສຶກສາ ໃນການສ້າງ ຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ, ການສຶກສາ ແມ່ນນະໂຍບາຍ, ພາຫະນະທີ່ສໍາຄັນ ແລະ ມີປະສິດທິຜົນໃນວຽກງານສຶກສາຂອງປະຊາຊາດໃນໂລກ ເພື່ອປົດປ່ອຍແມ່ຍິງອອກຈາກຄວາມຫລ້າຫລັງ ແລະ ທຸກຍາກ, ສ້າງຄວາມສະເໜີພາບຍິງ-ຊາຍ, ຮັບປະກັນຄວາມກ້າວໜ້າ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງໃນທຸກດ້ານ. ສໍາລັບ ລັດຖະບານ ສປປ ລາວ ໄດ້ມີຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດວາລະ ແລະ ແຜນດຳເນີນງານຂອງ ສາກົນ ລວມທັງເປົ້າໝາຍການພັດທະນາແບບຍືນຍົງ, ແຜນດຳເນີນງານສຳລັບປະເທດດ້ອຍພັດທະນາ ແລະ ປະ ເທດທີ່ບໍ່ມີຊາຍແດນຕິດທະເລ ໂດຍໄດ້ມີການເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຂະແໜງການໃນແຕ່ລະໄລຍະ ເພື່ອແນໃສ່ພັດທະນາປະເທດຕາມທິດສີຂຽວ ແລະ ຍືນຍົງ ແລະ ຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາຢ່າງມີຄຸນນະພາບ ແລະ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ. ລວມທັງການສົ່ງເສີມ ແລະ ປົກປ້ອງສິດທິ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ເປັນຕົ້ນແມ່ນການ ຈັດຕັ້ງປະຕິບັດແຜນຍຸດທະສາດພັດທະນາແມ່ຍິງ ຮອດປີ 2030 ແລະ ແຜນປະຕິບັດງານແຫ່ງຊາດ ເພື່ອຄວາມສະ ເໝີພາບຍິງ-ຊາຍ ໃນໄລຍະ 5 ປີ (2021-2025) ແລະ ອື່ນໆ. ປັດຈຸບັນ ແມ່ຍິງລາວ ໄດ້ມີຖານະບົດບາດທາງດ້ານ ການເມືອງ ແລະ ເສດຖະກິດ-ສັງຄົມຫລາຍຂຶ້ນ. ອັດຕາສ່ວນຂອງແມ່ຍິງ ໃນຕຳແໜ່ງບໍລິຫານທັງພາກລັດ ແລະ ເອກະຊົນ ນັບມື້ນັບເພີ່ມຂື້ນໃນທຸກລະດັບທຸກຂັ້ນ, ສະມາຊິກສະພາແຫ່ງຊາດ ທີ່ເປັນເພດຍິງ ກວມເອົາ 28,4% ຂອງ ຈໍານວນສະມາຊິກທັງໝົດ ແລະ ອື່ນໆ.

ສຳລັບ ການພັດທະນາການສຶກສາ, ສປປ ລາວ ພວມຈັດຕັ້ງຜັນຂະຫຍາຍບັນດານິຕິກໍາ, ຍຸດທະສາດ ແລະ ນະໂຍບາຍຕ່າງໆກ່ຽວກັບວຽກງານການສຶກສາ ເພື່ອແນໃສ່ການພັດທະນາຄຸນນະພາບການສຶກສາໃຫ້ທົ່ວເຖິງ ແລະ ເທົ່າທຽມ ເຊິ່ງສາມາດບັນລຸ ດັດສະນີຊັບສິນມະນຸດ ລື່ນຄາດໝາຍ ຕາມທີ່ອົງການສະຫະປະຊາຊາດວາງອອກ ເປັນຕົ້ນ ອັດຕາການເຂົ້າຮຽນຂອງແມ່ຍິງ ແລະ ເດັກຍິງໃນໄວຮຽນທຸກຊັ້ນທຸກສາຍ ບັນລຸໄດ້ຕາມຄາດໝາຍດ້ານ ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ໄວໜຸ່ມໄດ້ຮັບການຝຶກອົບຮົມດ້ານວິຊາຊີບເພີ່ມຂຶ້ນ ແລະ ສິ່ງອໍານວຍຄວາມ ສະດວກດ້ານການສຶກສາໄດ້ຮັບການປັບປຸງ ແລະ ຍົກລະດັບ.

ທ່ານ ນາງ ປານີ ຢາທໍ່ຕູ້ ຍັງໄດ້ສະແດງຄວາມເຊື່ອໝັ້ນຕໍ່ຜົນຂອງກອງປະຊຸມເວທີປຶກສາຫາລືແມ່ຍິງໂລກ ໃນຄັ້ງນີ້ ຈະປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການຮ່ວມມືລະດັບພາກພື້ນ ແລະ ສາກົນ ກ່ຽວກັບບົດບາດ ແມ່ຍິງໃນຂອບການຮ່ວມມືຕ່າງໆ ເຊິ່ງໃນປີ 2024 ນີ້, ສປປ ລາວ ເປັນປະທານໝູນວຽນອາຊຽນ ພາຍໃຕ້ຫົວຂໍ້ “ເພີ່ມທະວີການເຊື່ອມໂຍງ ແລະ ຄວາມເຂັ້ມແຂງ ອາຊຽນ” ຈະໄດ້ຈັດກອງປະຊຸມສຸດຍອດການນຳແມ່ຍິງອາຊຽນ ຄັ້ງທີ 3 ພາຍໃຕ້ຫົວຂໍ້ “ການສົ່ງເສີມວຽກງານເສດຖະກິດ, ການດູແລເບິ່ງແຍງ ແລະ ຄວາມເຂັ້ມແຂງ ເພື່ອກ້າວໄປ ສູ່ປະຊາຄົມອາຊຽນ ທີ່ຍືນຍົງ ຫລັງປີ 2025” ແລະ ກອງປະຊຸມສຸດຍອດອາຊຽນ ໃນເດືອນຕຸລາ ນີ້ ທີ່ນະຄອນ ຫລວງວຽງຈັນ.

ກອງປະຊຸມ ເວທີປຶກສາຫາລືແມ່ຍິງໂລກ ຈະດໍາເນີນເປັນເວລາ 2 ວັນ ແຕ່ວັນທີ 22-23 ສິງຫາ 2024 ໂດຍມີ 5 ຫົວຂໍ້ຄື: ສະພາບແວດລ້ອມ ແລະ ການນໍາພາຂອງແມ່ຍິງ ແລະ ການມີສ່ວນຮ່ວມໃນການຕ້ານການປ່ຽນ ແປງດິນຟ້າອາກາດ; ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ແມ່ຍິງ ໃນເຂດຊົນນະບົດຢູ່ເຂດຊົນນະບົດ; ບົດ ບາດຂອງແມ່ຍິງໃນການຄໍ້າປະກັນສະບຽງອາຫານອີງຕາມ FAO; ສິ່ງທ້າທາຍ ແລະ ໂອກາດທີ່ແມ່ຍິງຜະເຊີນໃນຂະ ແໜງກິລາ, ສິລະປະ ແລະ ວັດທະນະທຳ ແລະ ຄວາມສໍາຄັນຂອງການສຶກສາໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ ແມ່ຍິງ ແລະ ເດັກຍິງ ແລະ ຜົນກະທົບຂອງມັນ.

ຂ່າວ-ພາບ: ພອນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments