Monday, September 16, 2024
HomeUncategorizedບາງພື້ນທີ່ຂອງເມືອງຕົ້ນເຜິ້ງ ຖືກນໍ້າຖ້ວມຂັງ ໄດ້ຮັບຄວາມເສຍຫາຍ

ບາງພື້ນທີ່ຂອງເມືອງຕົ້ນເຜິ້ງ ຖືກນໍ້າຖ້ວມຂັງ ໄດ້ຮັບຄວາມເສຍຫາຍ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນຕອນກາງຄືນຂອງວັນທີ 21-22 ສິງຫາ 2024 ໄດ້ມີຝົນຕົກຕິດຕໍ່ກັນຫລາຍຊົ່ວໂມງ ເຮັດໃຫ້ພື້ນທີ່ບາງຈຸດຂອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຖືກນໍ້າຖ້ວມຂັງ ໂດຍສະເພາະ ເຂດພື້ນທີ່ຕໍ່າ, ຈຸດທີ່ບໍ່ມີຮ່ອງລະບາຍນໍ້າ, ຈຸດທີ່ຮ່ອງລະບາຍນໍ້າຖືກດິນຖົມ ແລະ ເຂດທີ່ຢູ່ຕິດກັບແຄມຫ້ວຍ, ຮ່ອງ. ຜົນກະທົບຈາກນໍ້າຖ້ວມຂັງຄັ້ງນີ້, ເຮັດໃຫ້ເຄື່ອງໃຊ້, ຍານພາຫະນະ, ໜອງປາ, ສັດລ້ຽງ, ໄຮ່, ນາ, ສວນ ຂອງພໍ່ແມ່ປະຊາຊົນ ໄດ້ຮັບຄວາມເສຍຫາຍຫລາຍສົມຄວນ. ສ່ວນມູນຄ່າເສຍຈະແຈ້ງໃຫ້ຊາບຕາມພາຍຫລັງ.

ຂ່າວ-ພາບ: ອຸໄທ ພູມມາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments