Tuesday, September 17, 2024
Homeຂ່າວກິລາຕະວັນ ປະກາດສັກດາ ຄວ້າ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ແຂ່ງຂັນເທຄວັນໂດ ຊີງແຊ໋ມເວທີນານາຊາດ...

ຕະວັນ ປະກາດສັກດາ ຄວ້າ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ແຂ່ງຂັນເທຄວັນໂດ ຊີງແຊ໋ມເວທີນານາຊາດ ທີ່ປະເທດໄທ

ສະໂມສອນ ເທຄວັນໂດ ຕະວັນ ທີມລະດັບແຖວໜ້າຂອງລາວ ແລະ ເປັນໜຶ່ງໃນສອງທີມຖັດຈາກສະໂມສອນພີເອັນເອັດ ເທຄວັນໂດ ຈາກສປປ ລາວ ສາມາດແຈ້ງເກີດ ສາມາດຄວ້າ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ທັງໝົດມາຈາກປະເພດຕໍ່ສູ້ປ້ອງກັນຕົວ ໃນການແຂ່ງຂັນເທຄວັນໂດຊີງແຊ໋ມນານາຊາດ ທີ່ນະຄອນຫຼວງ ບາງກອກ ປະເທດໄທ ຫຼື ລາຍການ The 7th Heroes Taekwondo International Championship 2024 ລະຫວ່າງວັນທີ 10-12 ສິງຫາ 2024 ຊຶ່ງລາຍການດັ່ງກ່າວ ມີນັກກິລາທັງໝົດ 3.069 ຄົນ ຈາກ 30 ປະເທດເຂົ້າຮ່ວມຊິງໄຊ.

ໃນງານດັ່ງກ່າວນີ້ ສະໂມສອນ ຕະວັນ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 15 ນ້ອງ, ຄູຝຶກ 4 ຄົນ ແລະ ຫົວໜ້າທີມ 1 ຄົນ ໂດຍໄດ້ຮັບການຕ້ອນຮັບ ແລະ ສະໜັບສະໜູນຢ່າງອົບອຸ່ນຈາກທ່ານເອກອັກຄະລັດຖະທູດລາວ ປະຈຳປະເທດໄທ ຊຶ່ງຜົນງານສາມາດຍາດໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ (ທັງໝົດມາຈາກປະເພດຕໍ່ສູ້) ກ່ອນໜ້ານີ້ ລະຫວ່າງວັນທີ 15-16/6/2024 ສະໂມສອນ ຕະວັນ ກໍຍັງໄດ້ເຂົ້າຮ່ວມງານແຂ່ງຂັນຊິງຂັນທ່ານເຈົ້າຄອງນະຄອນຫຼວງວຽງຈັນ ທີ່ສູນກິລາລາວ-ຍີ່ປຸ່ນ ຫຼື ສູນກິລາບູໂດເຊັນເຕີ ໃນຄັ້ງນັ້ນ ສະໂມສອນ ຕະວັນ ຍາດໄດ້ຂັນລວມອັນດັບທີ 1 ຈາກທັງໝົດ 20 ທີມ ທີ່ມາຈາກຫຼາຍແຂວງໃນທົ່ວປະເທດ ຖືເປັນການຄອງແຊ໋ມທ່ານເຈົ້າຄອງ ນະຄອນຫຼວງ 2 ສະໄໝຊ້ອນ ແລະ ເປົ້າໝາຍຈະຮັກສາແຊ໋ມໃຫ້ໄດ້ 3 ສະໄຫມຕິດຕໍ່ກັນ.

ສຳລັບຜົນງານ 3 ຫຼຽນຄຳ ໄດ້ຈາກທ້າວ ວິນະຣິນທອນ ໂງ່ນວໍຣະຣາດ ຮຸ່ນອາຍຸ 5-6 ປີ ຮຸ່ນນໍ້າໜັກ 18 ກິໂລ, ທ້າວ ນັດຊານົນ ສັນຕິວິລະກອນ ຮຸ່ນອາຍຸ 12-14 ປີ ຮຸ່ນນໍ້າໜັກ 45-49 ກິໂລ ແລະ ນາງ ເພັດໄພລິນ ສົດທະຈິດ ຮຸ່ນອາຍຸ 8 ປີ ນໍ້າໜັກ 20 ກິໂລ. ສ່ວນ 2 ຫຼຽນເງິນ ໄດ້ຈາກທ້າວ ວິນະຄະຣິນ ໂງ່ນວໍຣະຣາດ ຮຸ່ນອາຍຸ 8 ປີ ຮຸ່ນນໍ້າໜັກ 23 ກິໂລ ແລະ ນາງ ວິນະຣາທິມ ໂງ່ນວໍຣະຣາດ ຮຸ່ນອາຍຸ 12 ປີ ຮຸ່ນນໍ້າໜັກ 28 ກິໂລ. ຂະນະທີ່ 4 ຫຼຽນທອງ ໄດ້ຈາກທ້າວ ອັດສະວິນ ສີວິໄລ ຮຸ່ນອາຍຸ 8 ປີ ຮຸ່ນນໍ້າໜັກ 30 ກິໂລ, ທ້າວ ສຸລິຍາ ຈັນທະຈັກ ຮຸ່ນອາຍຸ 15-17 ປີ ຮຸ່ນນໍ້າໜັກ 51 ກິໂລ, ທ້າວ ພຸດທະສິນ ແກ້ວມະຫາວົງ ຮຸ່ນອາຍຸ 12-14 ປີ ຮຸ່ນນໍ້າໜັກ 38 ກິໂກ ແລະ ນາງ ວັນວິສາ ສັງຄະວິຈິດ ຮຸ່ນອາຍຸ 15-17 ປີ ຮຸ່ນນໍ້າໜັກ 63 ກິໂລ.

ພາຍຫຼັງສຳເລັດການແຂ່ງຂັນຈາກການເຂົ້າຮ່ວມ ຊີງແຊ໋ມນານາຊາດ ນັກກິລາທຸກຄົນແມ່ນສືບຕໍ່ເຂົ້າໃນການຝຶກຊ້ອມຢ່າງເປັນປົກກະຕິ ແລະ ເຂັ້ມງວດຂື້ນຕື່ມແນໃສ່ເພື່ອກຽມຄວາມພ້ອມເຂົ້າຮ່ວມງານແຂ່ງຂັນ ຊິງຂັນ ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງພະບາງ ໃນວັນທີ 6-8 ກັນຍາ 2024 ຊຶ່ງຄັ້ງນີ້ເປົ້າໝາຍຂອງສະໂມສອນ ຕະວັນ ຈະສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 45 ຄົນ ລວມຄູຝຶກ 6 ຄົນ ແລະ ປະທານອີກ 1 ຄົນ, ສ່ວນຜູ້ປົກຄອງ ແລະ ກອງເຊຍທີ່ຈະເດີນທາງໄປພ້ອມກັນປະມານ 25 ຄົນ ລວມທັງຫມົດ 75-80 ຄົນ.

ພາບ-ຂ່າວໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments