Tuesday, September 17, 2024
Homeຂ່າວໜ້າໜຶ່ງກອງປະຊຸມຕິດຕາມ, ທົບທວນ ແລະ ປະເມີນຜົນ ແຜນວຽກການເຊື່ອມຈອດອາຊຽນ MPAC 2025 ຄັ້ງທີ 7

ກອງປະຊຸມຕິດຕາມ, ທົບທວນ ແລະ ປະເມີນຜົນ ແຜນວຽກການເຊື່ອມຈອດອາຊຽນ MPAC 2025 ຄັ້ງທີ 7

ໃນວັນອັງຄານ ທີ 20 ສິງຫາ 2024 ທີ່ ນະຄອນຫຼວງພະບາງ, ທ່ານ ບໍວອນທັດ ດວງຈັກ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໃນນາມປະທານຄະນະກຳມະການດ້ານການເຊື່ອມຈອດອາຊຽນ ສໍາລັບປີ 2024 ໄດ້ເປັນປະທານກອງປະຊຸມຕິດຕາມ, ທົບທວນ ແລະ ປະເມີນແຜນວຽກດ້ານການເຊື່ອມຈອດອາຊຽນ 2025 ຄັ້ງທີ 7 “7th Master Plan on ASEAN Connectivity (MPAC) 2025 Monitoring, Review, and Evaluation (MRE) Meeting”. ຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ ປະກອບມີບັນດາສະມາຊິກຄະນະກໍາມາການດ້ານການ ເຊື່ອມຈອດອາຊຽນ, ຕີມໍແລັດສະເຕ ໃນນາມຜູ້ສັງເກດການ ແລະ ປະທານ ແລະ ບັນດາຜູ້ຕາງໜ້າບັນດາຂະແໜງການ ພາຍ ໃຕ້ແຜນວຽກດ້ານການເຊື່ອມຈອດອາຊຽນ ທັງຮູບແບບເຊິ່ງໜ້າ ແລະ ທາງໄກ.

ກອງປະຊຸມໄດ້ຮັບຟັງການລາຍງານຂອງແຕ່ລະຂະແໜງການໃນ 5 ຂົງເຂດຍຸດທະສາດການເຊື່ອມຈອດອາຊຽນ. ໃນນັ້ນ, ກອງປະຊຸມໄດ້ປຶກສາຫາລືທົບທວນຄືນຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025 ໂດຍພິຈາລະນາຊອກຫາຊ່ອງທາງເພື່ອແກ້ໄຂ ແລະ ຊຸກຍູ້ໃຫ້ສາມາດຈັດຕັ້ງປະຕິບັດຕົວຈິງ ໃນ 28 ມາດຕະການທີ່ກຳລັງຈັດຕັ້ງປະຕິບັດ ເຊິ່ງເຫັນວ່າບາງມາດຕະການ ຍັງມີຄວາມທ້າທາຍ ແລະ ຈຳກັດທາງດ້ານງົບປະມານ, ບຸກຄະກອນ, ເວລາທີ່ບໍ່ເອື້ອອຳນວຍ. ພ້ອມກັນນີ້, ກອງປະຊຸມຈະສືບຕໍ່ປຶກສາຫາລືກັບບັນດາຂະແໜງການທີ່ຮັບຜິດຊອບບັນດາມາດຕະການທີ່ຍັງຄົງຄ້າງ, ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນແມ່ນບົດດ້ານການເຊື່ອມຈອດອາຊຽນ 2025 ໃຫ້ສາມາດສຳ ເລັດໄດ້ຕາມຄາດໝາຍ.

ກອງປະຊຸມໄດ້ຊຸກຍູ້ໃຫ້ບັນດາຂະແໜງການທີ່ຮັບຜິດຊອບການຈັດຕັ້ງປະຕິບັດໃນແຕ່ລະຂົງເຂດຍຸດທະຍາດ ແລະ ແຕ່ລະບູລິມະສິດ ສືບຕໍ່ປະສານກັບຈຸດປະສານງານແຫ່ງຊາດຂອງຕົນເພື່ອຈັດຕັ້ງປະຕິບັດແຜນວຽກການເຊື່ອມຈອດອາຊຽນໃຫ້ສຳເລັດຕາມແຜນໃນປີ 2025 ແລະ ໃນທິດທາງດຽວກັນ.

ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ການກະກຽມການຮ່າງບົດລາຍງານທົບທວນໄລຍະສຸດທ້າຍຂອງແຜນວຽກການເຊື່ອມຈອດອາຊຽນ 2025 ແລະ ຮ່າງເອກະສານເພື່ອກະກຽມໃສ່ສ້າງຮ່າງແຜນຍຸດທະສາດດ້ານການເຊື່ອມຈອດອາຊຽນ ທີ່ຈະມາແທນເອກະສານແຜນວຽກດ້ານການເຊື່ອມຈອດອາຊຽນທີ່ຈະກຳນົດໃນປີ 2025 ທີ່ ບັນດາຂະແໜງການດ້ານການເຊື່ອມຈອດອາຊຽນ ຈະໄດ້ມີສ່ວນຮ່ວມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments