Tuesday, September 17, 2024
Homeທຸລະກິດມອບ-ຮັບທຶນ ພັດທະນາໂຄງການອ້ອມອາຊີສາກົນ-ໂຄງການວຽງຈັນນະຄອນສີຂຽວ

ມອບ-ຮັບທຶນ ພັດທະນາໂຄງການອ້ອມອາຊີສາກົນ-ໂຄງການວຽງຈັນນະຄອນສີຂຽວ

ພິທີມອບ-ຮັບ ທຶນພັດທະນາ ໂຄງການອ້ອມອາຊີສາກົນ-ໂຄງການວຽງຈັນ ນະຄອນສີຂຽວ ຊຸດທໍາອິດ ມູນຄ່າ 400 ລ້ານໂດລາສະຫະລັດ ລະຫວ່າງ ບໍລິສັດການຄ້າຮາມດາອຸຍ ໂຮນດິ້ງ ສາກົນ ແລະ ໂຄງການອ້ອມອາຊີສາກົນ-ໂຄງການວຽງຈັນ ນະຄອນສີຂຽວ ຈັດຂຶ້ນໃນວັນທີ 19 ສິງຫາ 2024 ຕາງໜ້າມອບໂດຍ ທ່ານ ຢຸນສ ຮາມດາອຸຍ ເອລ ບູ (Younes Hamdaoui Ei Bou) ປະທານ ບໍລິສັດການຄ້າ ຮາມດາອຸຍ ໂຮນດິ້ງ ສາກົນ ແລະ ຕາງໜ້າຮັບໂດຍ ທ່ານ ຫວັງ ຊິງ ອານ (Wang Qing an) ປະທານໂຄງການອ້ອມອາຊີສາກົນ-ໂຄງການວຽງຈັນ ນະຄອນສີຂຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ຢຸນສ ຮາມ ດາອຸຍ ເອລ ບູ ກ່າວວ່າ: ການຮ່ວມມືທາງກົນລະຍຸດ ລະຫວ່າງ ໂຄງການອ້ອມອາຊີສາກົນ-ໂຄງການວຽງຈັນ ນະຄອນສີຂຽວ ແລະ ບໍລິສັດການຄ້າ ຮາມດາອຸຍ ໂຮນດິ້ງ ສາກົນ ຈາກປະເທດແອັດສະປາຍ ຈະຊ່ວຍສົ່ງເສີມການແລກປ່ຽນທາງເສດຖະກິດ ແລະ ມິດຕະພາບຄວາມສໍາພັນ ລະຫວ່າງ ປະເທດ ຈີນ, ລາວ ແລະ ປະເທດ ແອັດສະປາຍ ເຊິ່ງທັງສອງຝ່າຍ ຈະຮ່ວມກັນສຳຫລວດໂອກາດທາງການຕະຫລາດໃໝ່ໆ ໂດຍສະເພາະ ໂຄງການອະສັງຫາລິມະຊັບ, ໂຄງສ້າງພື້ນຖານ ແລະ ພະລັງງານສີຂຽວ, ອໍານວຍຄວາມສະດວກ ໃນການໝູນວຽນຂອງເງິນທຶນ, ເຕັກໂນໂລຊີ, ສ້າງຊ່ອງທາງສື່ສານ ແລະ ກົນໄກການຮ່ວມມືທີ່ຊັດເຈນ.

ໂຄງການອ້ອມອາຊີສາກົນ ແລະ ໂຄງການວຽງຈັນ ນະຄອນສີຂຽວ ເລີ່ມກໍ່ສ້າງມາແຕ່ທ້າຍປີ 2019 ໂດຍໃຊ້ເວລາກໍ່ສ້າງເກືອບ 5 ປີ, ສະເພາະ ໂຄງການອ້ອມອາຊີສາກົນ ປະກອບມີ ອາຄານສໍານັກງານຫ້ອງການ, ອາຄານຄອນໂດມີນຽມ ແລະ ອາຄານອາພາດເມັ້ນ, ຊຶ່ງປັດຈຸບັນ ໂຄງຮ່າງຂອງອາຄານແມ່ນສ້າງສໍາເລັດແລ້ວ. ສ່ວນໂຄງການວຽງຈັນ ນະຄອນສີຂຽວ ປະກອບມີ: ອາຄານອາພາດເມັ້ນ, ອາຄານຄອນໂດມີນຽມ ປັດຈຸບັນ ໂຄງຮ່າງຂອງອາຄານດັ່ງກ່າວ ແມ່ນສ້າງສໍາເລັດແລ້ວເຊັ່ນກັນ.

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments