Tuesday, September 17, 2024
Homeຂ່າວໜ້າໜຶ່ງລັດຖະມົນຕີ ກະຊວງ ຜທ ເຂົ້າຢ້ຽນຂ່ຳນັບ ນາຍົກລັດຖະມົນຕີ ຫວຽດນາມ

ລັດຖະມົນຕີ ກະຊວງ ຜທ ເຂົ້າຢ້ຽນຂ່ຳນັບ ນາຍົກລັດຖະມົນຕີ ຫວຽດນາມ

ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ທັງເປັນປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນວັນທີ 19 ສິງຫາ 2024 ຜ່ານມາ ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ.

ໂອກາດດັ່ງກ່າວ, ທ່ານ ເພັດ ພົມພິພັກ ໄດ້ລາຍງານຈຸດປະສົງ ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໃນຄັ້ງນີ້ ໃຫ້ທ່ານ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຊາບ ໂດຍສະເພາະ ແມ່ນເຂົ້າຮ່ວມ ກອງປະຊຸມກາງສະໄໝ ຂອງຄະນະກໍາມະການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຫວຽດນາມ ປະຈໍາປີ 2024 ຢູ່ແຂວງເຫງະອານ ຊຶ່ງໄດ້ມີຜົນສໍາເລັດຢ່າງຈົບງາມ, ສາມາດປະຕິບັດສໍາເລັດໂດຍພື້ນຖານ ບັນດາຂໍ້ຕົກລົງການຮ່ວມມື ລະຫວ່າງສອງລັດຖະບານ ກໍຄືສອງກົມການເມືອງ, ອັນໄດ້ປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ແລະ ທິດທາງການຮ່ວມມືສອງຝ່າຍໃນຕໍ່ໜ້າ ແມ່ນສືບຕໍ່ຍຶດໝັ້ນ ແລະ ຈັດຕັ້ງຜັນຂະຫຍາຍສັນຍາ ວ່າດ້ວຍແຜນການຮ່ວມມື ໄລຍະ 2021-2025 ໂດຍການຜັນຂະຫຍາຍສັນຍາການຮ່ວມມື ລະຫວ່າງສອງລັດຖະບານ ໃຫ້ສອດຄ່ອງກັບທິດຊີ້ນໍາ ຂອງການນໍາຂັ້ນສູງຂອງສອງຝ່າຍ ແລະ ຕາມເງື່ອນໄຂຕົວຈິງຂອງທັງສອງປະເທດ ເພື່ອຈັດຕັ້ງຜັນຂະຫຍາຍຢ່າງມີປະສິດທິຜົນ ໂດຍສຸມໃສ່ບາງວຽກຈຸດສຸມ ຄື: ເພີ່ມທະວີການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ນໍາເອົາການພົວພັນດ້ານການເມືອງ ລາວ-ຫວຽດນາມ ເຂົ້າສູ່ລວງເລິກ, ປັບປຸງສະພາບແວດລ້ອມການລົງທຶນ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ ໂດຍສະເພາະ ນັກລົງທຶນຂະໜາດໃຫຍ່ຂອງຫວຽດນາມ ມາລົງທຶນຢູ່ລາວໃຫ້ຫລາຍຂຶ້ນ ພ້ອມທັງແກ້ໄຂຂາດຕົວບັນດາຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດໂຄງການ ຂອງນັກລົງທຶນຫວຽດນາມ, ສືບຕໍ່ພັດທະນາພື້ນຖານໂຄງລ່າງ ເຊື່ອມຈອດສອງພື້ນຖານເສດຖະກິດ ເປັນຕົ້ນ ເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟ ວຽງຈັນ-ຫວຸງອາງ.

ໂອກາດນີ້, ທ່ານ ຟ້າມ ມິງ ຈິງ ກໍໄດ້ຊົມເຊີຍຕໍ່ຜົນສໍາເລັດ ຂອງກອງປະຊຸມ ພ້ອມທັງຕີລາຄາການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງແຜນການຮ່ວມມື ປະຈໍາປີ 2024 ແລະ ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດສັນຍາແຜນການຮ່ວມມື ໄລຍະ 2021-2025 ລະຫວ່າງ ສອງຄະນະກໍາມະການຮ່ວມມືສອງປະເທດ ລາວ ແລະ ຫວຽດນາມ ແລະ ໄດ້ຕີລາຄາສູງຕໍ່ບົດບາດ ຂອງຄະນະກໍາມະການຮ່ວມມື ຂອງ 2 ປະເທດ ໃນຄວາມມານະພະຍາຍາມ ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະແດງຄວາມຍິນດີຊົມເຊີຍ ທີ່ມູນຄ່າການຄ້າ ລະຫວ່າງ ຫວຽດນາມ-ລາວ ບັນລຸຫລາຍກວ່າ 1 ຕື້ໂດລາສະຫະລັດ ພ້ອມນີ້, ສອງຝ່າຍ ຕ້ອງຍູ້ແຮງການເຊື່ອມຕໍ່ສອງພື້ນຖານເສດຖະກິດ ລະຫວ່າງ ສອງປະເທດ ເປັນຕົ້ນ ການເຊື່ອມຕໍ່ດ້ານຄົມມະນາຄົມ ລະຫວ່າງສອງປະເທດ ແລະ ສະເໜີຝ່າຍລາວ ຊຸກຍູ້ໃນການສ້າງເສັ້ນທາງດ່ວນ ຈາກລາວ ເຊື່ອມຈອດກັບທາງດ່ວນຂອງຫວຽດນາມ ເພື່ອອຳນວຍຄວາມສະດວກ ດ້ານການຄົມມະນາຄົມ ໃຫ້ວ່ອງໄວກວ່າເກົ່າ. ພ້ອມທັງ ແນະນຳໃຫ້ສອງຄະນະກຳມະການຮ່ວມມື ໃຫ້ຮີບຮ້ອນຈັດຕັ້ງປະຕິບັດ ຕໍ່ບັນດາໜ້າວຽກທີ່ໄດ້ຕົກລົງຮ່ວມກັນ ໃຫ້ມີຜົນສຳເລັດຕົວຈິງຫລາຍຂຶ້ນ.

ຂ່າວ-ພາບ: ກະຊວງ ຜທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments