Tuesday, September 17, 2024
Homeຂ່າວໜ້າໜຶ່ງກອງປະຊຸມເວທີພົບປະພາກທຸລະກິດແມ່ນໍ້າຂອງ - ສ ເກົາຫຼີ ຄັ້ງທີ 12

ກອງປະຊຸມເວທີພົບປະພາກທຸລະກິດແມ່ນໍ້າຂອງ – ສ ເກົາຫຼີ ຄັ້ງທີ 12

ໃນວັນທີ 20 ສິງຫານີ້ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສ ເກົາຫຼີ ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມເວທີພົບປະພາກທຸລະກິດແມ່ນໍ້າຂອງ – ສ ເກົາຫຼີ ຄັ້ງທີ 12 ຂຶ້ນທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້: “ການສ້າງຄວາມອາດສາມາດຂອງບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອສົ່ງເສີມການເຊື່ອມໂຍງໃນພາກພື້່ນແມ່ນ້ຳຂອງ – “Capacity Building of SMEs to Enhance Connectivity in the Mekong Region”, ໂດຍການເປັນປະທານຮ່ວມກ່າວເປີດກອງປະຊຸມຂອງ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ທ່ານຊຸງ ບະຍອງ ວອນ (Chung Byung-won) ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສ ເກົາຫຼີ; ມີບັນດາຜູ້ຕາງໜ້າຈາກພາກລັດ ແລະ ພາກເອກະຊົນ ຈາກບັນດາປະເທດສະມາຊິກແມ່ນໍ້າຂອງ (ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ) ແລະ ສ ເກົາຫຼີ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມເວທີພົບປະພາກທຸລະກິດແມ່ນໍ້າຂອງ – ສ ເກົາຫຼີ ຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ພາກລັດ ແລະ ພາກເອກະຊົນ ຂອງບັນດາປະເທດແມ່ນໍ້າຂອງ – ສ ເກົາຫຼີ ໄດ້ພົບປະປຶກສາຫາລື, ແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານໃນການແກ້ໄຂຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເພື່ອພັດທະນາຄວາມອາດສາມາດຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ກໍຄືພາກທຸລະກິດຈາກປະເທດສະມາຊິກແມ່ນ້ຳຂອງໃນການຂະຫຍາຍດ້ານການຕະຫຼາດ, ການເຊື່ອມໂຍງທາງດ້ານການຄ້າ ແລະ ສ້າງເຄື່ອຂ່າຍລະຫວ່າງພາກທຸລະກິດໃນພາກພື້ນແມ່ນໍ້າຂອງກັບ ສ ເກົາຫຼີ.ກອງປະຊຸມຄັ້ງນີ້ ໄດ້ແບ່ງວາລະປຶກສາຫາລືອອກເປັນ 2 ຫົວຂໍ້ສຳຄັນຄື:

1. ສະພາບການດໍາເນີນທຸລະກິດໃນປັດຈຸບັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງໃນພາກພື້ນແມ່ນໍ້າຂອງແລະ ສ ເກົາຫຼີ ແລະ ທິດທາງໃນການເພີ່ມທະວີການເຊື່ອມຈອດ.

2. ສົ່ງເສີມຄວາມອາດສາມາດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍຜ່ານກົນໄກການຮ່ວມມືແມ່ນໍ້າຂອງ – ສ ເກົາຫຼີ.

ຄ່ຽງຄູ່ກັບພາກປຶກສາຫາລືດ້ານວິຊາການ, ໃນຕອນບ່າຍຂອງວັນດຽວກັນ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສ ເກົາຫຼີ ໄດ້ຮ່ວມກັນຈັດການພົບປະພາກທຸລະກິດ (1:1 Business Meeting) ເພື່ອເປີດໂອກາດໃຫ້ບັນດາພາກທຸລະກິດ ຈາກປະເທດສະມາຊິກແມ່ນ້ຳຂອງ ແລະ ສ ເກົາຫຼີ ໄດ້ຮ່ວມກັນຊອກຫາຊ່ອງທາງຮ່ວມທຸລະກິດ ໂດຍສະເພາະ ດ້ານການນຳເຂົ້າ ແລະ ສົ່ງອອກສິນຄ້າ ກໍຄື ການຂະຫຍາຍຕະຫຼາດໃນພາກພື້ນ. ໃນໂອກາດນີ້, ວັນທີ 21ສິງຫາ 2024, ບັນດາຜູ້ເຂົ້າຮ່ວມທັງໝົດຍັງຈະໄດ້ໄປຢ້ຽມຢາມບໍລິສັດວຽງຈັນໂລຈິດຊະຕິກທ່າບົກ – ທ່ານາແລ້ງ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວຈຳນວນໜຶ່ງໃນນະຄອນຫຼວງວຽງຈັນຕື່ມອີກ.

ຂອບການຮ່ວມມືແມ່ນໍ້າຂອງ – ສ ເກົາຫຼີ ສ້າງຕັ້ງຂຶ້ນໃນປີ 2011 ໂດຍມີເປົ້າໝາຍເພື່ອຮັດແໜ້ນການຮ່ວມມືໃນການພັດທະນາດ້ານເສດຖະກິດ ແລະ ສັງຄົມ ລະຫວ່າງ ພາກພື້ນແມ່ນໍ້າຂອງ ແລະ ສ ເກົາຫຼີ, ໂດຍແນໃສ່ການຮ່ວມກັນສ້າງຄວາມຈະເລີນຮຸ່ງເຮືອງ ແລະ ຫຼຸດຜ່ອນຄວາມແຕກໂຕນກັນທາງດ້ານການພັດທະນາ ລະຫວ່າງບັນດາປະເທດແມ່ນໍ້າຂອງເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ ບົນພື້ນຖານ 3 ເສົ້້າຄໍ້າ (ເພື່ອປະຊາຊົນ, ເພື່ອຄວາມຈະເລີນຮຸ່ງເຮືອງ ແເລະ ເພື່ອຄວາມສະຫງົບສຸກ) ແລະ 7 ຂົງເຂດບຸລິມະສິດ (ວັດທະນະທໍາ ແລະ ການທ່ອງທ່ຽວ;ການພັດທະນາຊັບພະຍາກອນມະນຸດ; ກະສິກໍາ ແລະ ພັດທະນາຊົນນະບົດ; ພັດທະນາພື້ນຖານໂຄງລ່າງ; ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ; ສິ່ງແວດລ້ອມແລະ ສິ່ງທ້າທາຍແບບໃໝ່).

(ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments