Tuesday, September 17, 2024
Homeຂ່າວໜ້າໜຶ່ງກະຊວງ ຖວທ ຍົກລະດັບທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ II

ກະຊວງ ຖວທ ຍົກລະດັບທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ II

ພິທີເປີດຊຸດຮຽນ ທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ II ໃຫ້ສະມາຊິກພັກ-ພະນັກງານຫລັກແຫລ່ງ ແລະ ພະນັກງານສືບທອດ ອ້ອມຂ້າງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຂຶ້ນໃນວັນທີ 19 ສິງຫາ 2024 ໂດຍການເຂົ້າຮ່ວມຂອງ ສະຫາຍ ໂພສີ ແກ້ວມະນີວົງ ຄະນະປະຈໍາພັກ, ຮອງລັດຖະມົນ ຕີກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງເລຂາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສໍາມະນາກອນ ເຂົ້າຮ່ວມ. ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ດ້ານທິດສະດີການເມືອງ, ແນວຄິດ ໄກສອນ ພົມວິຫານ, ແນວ ທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ, ເຮັດໃຫ້ຜູ້ເຂົ້າຮ່ວມມີແນວຄິດ ທັດສະນະຫລັກໝັ້ນ ຊົນຊັ້ນກຳມະ ກອນ, ມີແນວຄິດເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການ ກໍຄື ພາລະກິດປ່ຽນແປງໃໝ່ຢ່າງມີຫລັກ ການຂອງພັກ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີ ຕໍ່ປະເທດຊາດຕໍ່ປະຊາຊົນ, ມີຄວາມຫ້າວຫັນເປັນແບບຢ່າງ ໃນທຸກວຽກງານ ທີ່ຕົນຮັບຜິດຊອບ, ສ້າງພະນັກງານ-ລັດຖະກອນ ໃຫ້ມີຄຸນທາດການເມືອງຢ່າງໜັກແໜ້ນ, ມີລະດັບຄວາມສາມາດ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຕາມແນວທາງ ນະໂຍບາຍ ຂອງພັກ ໃຫ້ເກີດດອກອອກຜົນຢ່າງແທ້ຈິງ ແນໃສ່ເຮັດໃຫ້ ພະນັກງານ-ລັດຖະກອນ ມີຄວາມຮູ້ສົມຄູ່ທາງດ້ານທິດສະດີ ແລະ ພຶດຕິກຳ, ນຳໃຊ້ຄວາມຮູ້ດັ່ງກ່າວ ເຂົ້າໃນວຽກງານຂອງຕົນ.

ຊຸດຮຽນທິດສະດີ ການເມືອງຂັ້ນຕົ້ນຄັ້ງນີ້, ຈະດຳເນີນໄປຮອດວັນທີ 22 ພະຈິກ 2024 ໂດຍຜູ້ເຂົ້າຮ່ວມຈະໄດ້ຄົ້ນຄວ້າຮໍ່າຮຽນ 7 ກຸ່ມວິຊາ ແລະ ຂຽນບົດທົບທວນຈົບຂັ້ນ ລວມທັງໝົດ 55 ບົດ, 420 ຊົ່ວໂມງ, ປະ ກອບມີ: ກຸ່ມວິຊາປັດຊະຍາມາກ-ເລນິນ, ເສດຖະສາດການເມືອງມາກ-ເລນິນ, ລັດທິສັງຄົມນິຍົມວິທະຍາສາດ, ແນວຄິດໄກສອນ ພົມວິຫານ, ພື້ນຖານການ ຄຸ້ມຄອງບໍລິຫານລັດ, ປະຫວັດສາດພັກ ແລະ ກໍ່ສ້າງພັກ. ນອກຈາກນີ້, ສໍາມະນາກອນຍັງຈະໄດ້ໄປທັດສະນະສຶກສາພາຍໃນ ນະຄອນຫລວງວຽງຈັນ ແລະ ຕ່າງແຂວງ, ເຄື່ອນໄຫວກິດ ຈະກຳຕ່າງໆ ຕື່ມອີກ.

ສະຫາຍ ໂພສີ ແກ້ວມະນີວົງ ໄດ້ກ່າວວ່າ: ເພື່ອເປັນການຊຸກຍູ້ສົ່ງເສີມ ໃຫ້ບັນດາສະຫາຍທີ່ຈະກາຍເປັນພະນັກງານຫົວຈັກຫລັກແຫລ່ງ, ສືບທອດປ່ຽນແທນ, ຊີ້ນໍາບັນຊາວຽກງານຕ່າງໆ ຢູ່ໃນກົມ, ກອງ ທີ່ຕົນສັງກັດຢູ່. ສະນັ້ນ, ການເຂົ້າຮ່ວມໃນຊຸດຮຽນຄັ້ງນີ້, ເປັນຂີດໝາຍ ຢັ້ງຢືນໃຫ້ເຫັນວ່າ ພັກ-ລັດ ແລະ ການຈັດຕັ້ງພ້ອມແລ້ວ ທີ່ຈະປະກອບຄວາມຮູ້ ແລະ ຄວາມພ້ອມທາງດ້ານທິດສະດີ ການເມືອງ-ແນວຄິດ ໃຫ້ແກ່ພວກສະຫາຍ ເພື່ອຈະໄດ້ເກັບກຳບົດຮຽນໄປໝູນໃຊ້ໃຫ້ຖືກຕ້ອງ ເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນ ໄດ້ເປັນຢ່າງດີໃນອະນາຄົດ ໃຫ້ມີຜົນປະໂຫຍດ ຕໍ່ການຈັດຕັ້ງ ຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ປະຊາຊົນ. ພ້ອມນີ້ ສະຫາຍຍັງ ໄດ້ຮຽກຮ້ອງ ໃຫ້ສຳມະນາກອນ ຈົ່ງຕັ້ງໃຈເຂົ້າຮ່ວມການຮຽນຊຸດນີ້ ຢ່າງເປັນປົກກະຕິ ເພື່ອຕິດຕາມ, ເກັບກໍາເອົາບົດຮຽນ, ຄວາມຮູ້ ແລະ ພຶດຕິກໍາຕົວຈິງຈາກຄູ-ອາຈານ ທີ່ຖ່າຍທອດໃຫ້ຢ່າງເຕັມເມັດເຕັມໜ່ວຍ, ເປັນລະບົບຕໍ່ເນື່ອງ ເລິກເຊິ່ງເຖິງຖອງ ເພື່ອເປັນພື້ນຖານ ຄວາມຮູ້ໃຫ້ແກ່ຕົນເອງ ໃນການນໍາໃຊ້ເຂົ້າໃນວຽກງານຕົວຈິງໃຫ້ໄດ້ຮັບຜົນດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments