Monday, September 16, 2024
Homeຂ່າວໜ້າໜຶ່ງເດັກມີສ່ວນຮ່ວມໃນແຜນງານການປ່ຽນແປງດິນຟ້າອາກາດ ກ້າວສູ່ການສ້າງຄວາມເຂັ້ມແຂງປະຊາຄົມອາຊຽນ

ເດັກມີສ່ວນຮ່ວມໃນແຜນງານການປ່ຽນແປງດິນຟ້າອາກາດ ກ້າວສູ່ການສ້າງຄວາມເຂັ້ມແຂງປະຊາຄົມອາຊຽນ

ກອງປະຊຸມເວທີເດັກອາຊຽນ ຄັ້ງທີ 8 (8th ACF) ພາຍໃຕ້ໃນຫົວຂໍ້: “ເດັກເປັນເຈົ້າການມີສ່ວນຮ່ວມໃນແຜນງານການປ່ຽນແປງດິນຟ້າອາກາດ ກ້າວໄປສູ່ການສ້າງຄວາມເຂັ້ມແຂງປະຊາຄົມອາຊຽນ” ຈັດຂຶ້ນໃນວັນທີ 19 ສິງຫາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍຈັດໃນຮູບແບບເຊິ່ງໜ້າ ແລະ ທາງໄກ, ມີທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຜູ້ປະຈໍາການ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ແຫ່ງ ສປປ ລາວ, ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ບັນດາຜູ້ຕາງໜ້າເຈົ້າໜ້າທີ່ອາວຸໂສດ້ານສະຫວັດດີການສັງຄົມ ແລະ ການພັດທະນາ, ຜູ້ຕາງໜ້າຈາກ ຄະນະກຳມະການວ່າດ້ວຍການສົ່ງເສີມ ແລະ ການປົກປ້ອງສິດຜົນ ປະໂຫຍດ ຂອງແມ່ຍິງ ແລະ ເດັກ ອາຊຽນ ທັງສິດທິແມ່ຍິງ ແລະ ສິດທິເດັກລວມທັງ ຜູ້ຕາງໜ້າເດັກ ແລະ ຜູ້ນຳພາເດັກ ຈາກ 10 ປະເທດ ອາຊຽນ ແລະ ຕີມໍແລັດສະເຕ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ຝຫ້ຮູ້ວ່າ: ເພື່ອປະຕິບັດ ຄຳໝັ້ນສັນຍາໃນການຮັບປະກັນໃຫ້ເດັກມີສ່ວນຮ່ວມ ແລະ ໄດ້ຮັບຜົນປະໂຫຍດຢ່າງເຕັມສ່ວນ, ບັນດາການນຳອາຊຽນ ໄດ້ຮັບຮອງ “ຖະ ແຫລງການຮ່າໂນ້ຍ ກ່ຽວກັບການເພີ່ມທະວີສະຫວັດດີການ ແລະ ພັດທະນາແມ່ຍິງ ແລະ ເດັກອາຊຽນ ກໍຄື ການຜັນຂະຫຍາຍສົນທິສັນຍາວ່າດ້ວຍສິດທິເດັກ ຊຶ່ງເປັນຈຸເລີ່ມຕົ້ນໃນການສ້າງຕັ້ງເວທີເດັກອາ ຊຽນ(ACF) ເພື່ອເປັນການເປີດໂອກາດໃຫ້ເດັກຈາກປະເທດສະມາຊິກອາຊຽນ ໄດ້ມີໂອກາດແລກ ປ່ຽນທັດສະນະ ແລະ ແນວຄວາມຄິດ ກ່ຽວກັບບັນຫາຕ່າງໆ ທີ່ກ່ຽວພັນເຖິງຊີວິດການເປັນຢູ່ຂອງເຂົາ ເຈົ້າ, ທັງເປັນການນຳເອົາຄວາມຄິດເຫັນ ກໍຄື ສຽງຂອງເຂົາເຈົ້າ ນຳສະເໜີໃຫ້ການນຳທີ່ຕາງໜ້າໃຫ້ລັດ ຖະບານແຕ່ລະປະເທດໄດ້ຮັບຮູ້, ເຂົ້າໃຈຄວາມຕ້ອງການຂອງເດັກ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນກັບເຂົາເຈົ້າ ໂດຍໃຫ້ເດັກໄດ້ມີສ່ວນຮ່ວມ ແລະ ປະກອບສ່ວນແນໃສ່ຊຸກຍູ້, ສົ່ງເສີມ, ພັດທະນາ ແລະ ປົກປ້ອງພວກເຂົາເຈົ້າ; ເນື່ອງຈາກວ່າ ເປັນຊັບພະຍາກອນທີ່ສຳຄັນ ທີ່ເປັນອະນາຄົດຂອງຊາດ ປຽບເໝືອນດັ່ງເມັດພືດ ແລະ ເປັນໜໍ່ແໜ່ງສຳຄັນ ທີ່ລັດຖະບານຕ້ອງການລົງທຶນ ເພື່ອສ້າງໃຫ້ເດັກໄດ້ຮັບການພັດ ທະນາທຸກດ້ານ ເພື່ອໃຫ້ເຂົາເຈົ້າເຕີບໂຕຢ່າງມີຄຸນນະພາບທາງຮ່າງກາຍ, ຈິດໃຈ ແລະ ຄວາມຮູ້ຄວາມສາມາດ ມີຄວາມພ້ອມທຸກດ້ານເພື່ອເປັນອະນາຄົດອັນແຈ່ມໃສຂອງປະເທດຊາດ ຂອງບັນດາປະຊາຊາດໃນຂົງເຂດພາກພື້ນອາຊຽນ ກໍຄື ໃນທົ່ວໂລກໃນວັນຂ້າງໜ້າ.

ເວທີເດັກດັ່ງກ່າວ ແມ່ນເປັນເວທີສໍາຄັນຈັດຂຶ້ນສໍາລັບເດັກໃນພາກພື້ນອາຊຽນ ເພື່ອຊຸກຍູ້ສົ່ງ ເສີມສິດທິເດັກ ແລະ ເປັນເວທີເປີດໂອກາດໃຫ້ເດັກໃນອາຊຽນ ໄດ້ຮ່ວມກັນແລກປ່ຽນຄວາມຄິດເຫັນ, ສະເໜີຂໍ້ຄິດເຫັນ ແລະ ບັນຫາຕ່າງໆ ທີ່ມີຜົນກະທົບຕໍ່ຄວາມເປັນຢູ່ທີ່ດີຂອງເຂົາເຈົ້າ. ນອກນັ້ນ, ຍັງເປັນການສະໜັບສະໜູນໃຫ້ເດັກ ໂດຍສະເພາະເດັກທີ່ດ້ອຍໂອກາດ ໃຫ້ໄດ້ຮັບການປົກປ້ອງ ແລະ ໄດ້ຮັບຜົນປະໂຫຍດສູງສຸດ ແລະ ທຸກຂໍ້ສະເໜີຂອງເດັກຈາກເວທີເດັກອາຊຽນ ຈະຖືກນໍາສະເໜີຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ດ້ານສະຫວັດດີການສັງຄົມ ແລະ ການພັດທະນາ, ກອງປະຊຸມລັດຖະມົນຕີອາຊຽນດ້ານສະຫວັດດີການສັງຄົມ ແລະ ການພັດທະນາ ກໍຄື ຄະນະກຳມາທິການອາ ຊຽນ ເພື່ອສົ່ງເສີມ ແລະ ປົກປ້ອງສິດທິແມ່ຍິງ ແລະ ເດັກ ເພື່ອພິຈາລະນາຄວາມເປັນໄປໄດ້ ໃນການແກ້ໄຂບັນຫາທີ່ຕິດພັນກັບຕົວເດັັກເອງ ຍິ່ງໄປກວ່ານັ້ນ, ຍັງເປັນການຊຸກຍູ້ພາລະບົດບາດຂອງແຕ່ລະພາກສ່ວນ ໂດຍສະເພາະ ພໍ່ແມ່, ຊຸມຊົນ, ໂຮງຮຽນ, ຂົງເຂດການສຶກສາ, ລັດຖະບານ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ພາກສ່ວນເອກະຊົນອື່ນໆ ທີ່ເຮັດວຽກກ່ຽວຂ້ອງກັບສິດທິເດັກ ໄດ້ເອົາໃຈໃສ່ໃນການສົ່ງເສີມສິດທິຂອງເດັກ ໂດຍໃຫ້ເຂົາເຈົ້າໄດ້ມີຊີວິດການເປັນຢູ່ທີ່ດີຕາມສິດທີ່ເຂົາຄວນຈະໄດ້ຮັບ.

ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ຍັງໃຫ້ຮູ້ອີກວ່າ: ສະພາບການປ່ຽນແປງດິນຟ້າອາກາດ ທີ່ນັບມື້ນັບເພີ່ມທະວີຂຶ້ນໄດ້ກາຍເປັນໄພຄຸກຄາມຕໍ່ຊີວິດການເປັນຢູ່ຂອງມະນຸດ ເປັນຕົ້ນ ສະພາບຄື້ນຄວາມຮ້ອນທີ່ເພີ່ມຂຶ້ນທຸກປີ, ຄວາມແຫ້ງແລ້ງໃນຫລາຍພາກພື້ນທີ່ກໍ່ໃຫ້ເກີດອັກຄີໄພ-ໄຟໄໝ້ປ່າ ທັງພາໃຫ້ເກີດບັນຫາຝຸ່ນຄວັນ, ມົນລະພິດ ແລະ ສັດນານາພັນຂາດທີ່ຢູ່ອາໄສ, ຝົນຕົກບໍ່ຖືກຕາມລະດູການເຮັດໃຫ້ຊາວກະສິກອນບໍ່ສາມາດທຳການຜະລິດໄດ້ຕາມລະດູການ ເກີດສະພາວະຂາດແຄນສະບຽງອາຫານ, ຂາດນໍ້າສະອາດນຳໃຊ້ໃນຄົວເຮືອນພາໃຫ້ເກີດພະຍາດ ທັງເປັນສາຍເຫດໃຫ້ເກີດສະພາວະຂາດສານອາຫານໃນເດັກ ເຮັດໃຫ້ເດັກມີພັດທະນາການທາງຮ່າງກາຍຊ້າ. ພ້ອມນີ້, ການປ່ຽນແປງດິນຟ້າອາກາດ ຍັງເຮັດໃຫ້ເດັກຂາດໂອກາດໃນການພັດທະນາຕົນເອງ ເດັກຈຳນວນບໍ່ໜ້ອຍທີ່ຕ້ອງປະລະຈາກການຮຽນ ຈຳນວນໜຶ່ງກາຍເປັນແຮງງານເຄື່ອນຍ້າຍທີ່ບໍ່ຖືກຕ້ອງຕາມກົດໝາຍ ເຮັດເຂົາເຈົ້າຕົກໃນສະພາ ວະຖືກກົດຂີ່ຂູດຮີດຈາກການໃຊ້ແຮງງານ ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ການໃຊ້ຄວາມຮຸນແຮງ; ເຫັນໄດ້ວ່າ ຈາກສະພາບການປ່ຽນແປງດິນຟ້າອາກາດ ພາໃຫ້ເກີດບັນຫາຕ່າງໆທີ່ສົ່ງຜົນກະທົບໂດຍກົງ ຕໍ່ການເປັນຢູ່ທີ່ດີ ຂອງເດັກ. ດັ່ງນັ້ນ, ເວທີຄັ້ງນີ້ ຈຶ່ງເປັນເວທີ່ສຳຄັນທີ່ສຸດທີ່ພວກເຮົາຈະໄດ້ມາຮັບຮູ້ ແລະ ເຂົ້າໃຈບັນຫາການປ່ຽນແປງດິນຟ້າອາກາດທີ່ສົ່ງຜົນກະທົບຕໍ່ເດັກ ໂດຍຜ່ານການສົນທະນາແລກ ປ່ຽນຄວາມຄິດເຫັນຂອງເຂົາເຈົ້າ ລວມທັງແນວຄວາມຄິດກ່ຽວກັບການແກ້ໄຂບັນຫາໃນອະນາ ຄົດຂອງເຂົາເຈົ້າຈາກສິ່ງທ້າທາຍ ທີ່ເຂົາເຈົ້າຜະເຊີນຕໍ່ການປ່ຽນແປງດິນຟ້າອາກາດ. ພ້ອມນີ້, ລັດຖະ ບານ ແຕ່ລະປະເທດ ຕ້ອງຮັບປະກັນການປົກປ້ອງ ແລະ ສ້າງຄວາມປອດໄພໃຫ້ເດັກ ໂດຍສະເພາະ ເດັກພິການ ແລະ ເດັກທີ່ອາໄສຢູ່ໃນເຂດມີຄວາມສ່ຽງ ພວກເຂົາແມ່ນມີຄວາມຕ້ອງການທີ່ຈະໄດ້ຮັບການພັດທະນາຄວາມສາມາດ ເພື່ອຮັບມືກັບສະພາບການປ່ຽນແປງດິນຟ້າອາກາດໃນຕໍ່ໜ້າ.

ຂ່າວ: ສົມຫວັງ

ພາບ: ກົມສື່ມວນຊົນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments