Tuesday, September 17, 2024
Homeຂ່າວໜ້າໜຶ່ງກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 8

ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 8

ໃນຕອນເຊົ້າຂອງວັນທີ 18 ສິງຫາ 2024 ທີ່ນະຄອນຫຼວງພະບາງ, ທ່ານ ບໍວອນທັດ ດວງຈັກ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໃນນາມປະທານຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ສໍາລັບປີ 2024 ໄດ້ເປັນປະທານກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 8 (Eight Meeting of the Committee of Permanent Representatives to ASEAN (CPR) – 8/2024 CPR Meeting). ເຂົ້າຮ່ວມກອງປະຊຸມມີບັນດາຜູ້ຕາງໜ້າຖາວອນປະຈໍາອາຊຽນ, ຕີມໍແລັດສະເຕ ໃນນາມຜູ້ສັງ ເກດການ ແລະ ກອງເລຂາອາຊຽນ.

ກອງປະຊຸມໄດ້ຮັບຊາບຜົນກອງປະຊຸມລັດຖະມົນຕີຕ່າງປະເທດຄັ້ງທີ 57 ແລະ ກອງປະຊຸມກ່ຽວຂ້ອງ ທີ່ ໄດ້ຈັດຂຶ້ນໃນວັນທີ 21-27 ກໍລະກົດ 2024 ທີ່ນະຄອນຫຼວງວຽງຈັນ ໂດຍສະເພາະເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ບັນດວຽກງານທີ່ມອບໝາຍໃຫ້ CPR. ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ທົບທວນຄືນຄວາມຄືບໜ້າຂອງວຽກງານການສ້າງປະຊາຄົມອາຊຽນ, ການພົວພັນ ແລະ ຮ່ວມມືກັບພາຍນອກຂອງອາຊຽນ, ພິຈາລະນາຮັບຮອງເອົາບັນດາອົງການຈັດຕັ້ງພາກພື້ນທີ່ກ່ຽວ ຂ້ອງກັບອາຊຽນ (ASEAN Entities), ການປັບປຸງແຜນວຽກປະຈໍາປີຂອງຄະນະກໍາ ມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ລວມທັງການກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຈັດຂຶ້ນໃນວັນທີ 21-22 ສິງຫາ 2024 ທີ່ນະຄອນຫຼວງພະບາງ ກ່ອນກ້າວໄປສູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2024 ທີ່ນະຄອນຫຼວງວຽງຈັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments