Monday, September 16, 2024
Homeຂ່າວໜ້າໜຶ່ງກອງປະຊຸມຄະນະທີ່ປືກສາສະຖາບັນສັນຕິພາບ ແລະ ຄວາມປອງດອງອາຊຽນ ຄັ້ງທີ 15 ແລະ ກອງປະຊຸມພົບປະລະຫວ່າງ ສະພາບໍລິຫານ ແລະ ຄະນະທີ່ປືກສາ ສະຖາບັນສັນຕິພາບ ແລະ...

ກອງປະຊຸມຄະນະທີ່ປືກສາສະຖາບັນສັນຕິພາບ ແລະ ຄວາມປອງດອງອາຊຽນ ຄັ້ງທີ 15 ແລະ ກອງປະຊຸມພົບປະລະຫວ່າງ ສະພາບໍລິຫານ ແລະ ຄະນະທີ່ປືກສາ ສະຖາບັນສັນຕິພາບ ແລະ ຄວາມປອງດອງ ອາຊຽນຄັ້ງທີ 10

ໃນວັນທີ 18 ສິງຫາ 2024, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມ ຄະນະທີ່ປືກສາສະຖາບັນ ສັນຕິພາບ ແລະ ຄວາມປອງດອງອາຊຽນ ຄັ້ງທີ 15 (15th Meeting of the Advisory Board of the ASEAN Institute for Peace and Reconciliation), ທີ່ ໂຮງແຮມ ພູແມນ, ແຂວງຫລວງພະບາງ, ໂດຍການເປັນທານຂອງ ທ່ານ ຄຳເຟື້ອງ ພັນທະໄຊ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ອິນໂດເນເຊຍ, ຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຄະນະທີ່ປຶກສາສະຖາບັນສັນຕິພາບ ແລະ ຄວາມປອງດອງອາຊຽນ, ຊື່ງມີຜູ້ເຂົ້າ ຮ່ວມຈາກປະເທດສະມາຊິກອາຊຽນທັງໝົດປະມານ 35 ທ່ານ. ຈຸດປະສົງກອງປະຊຸມ ເພື່ອຮັບຮອງເອົາລາຍງານ ຫຍໍ້ຂອງກອງປະຊຸມຄັ້ງທີ 14 ຜ່ານມາ ແລະ ສືບຕໍ່ຕິດຕາມໂຄງການຄົ້ນຄວ້າບູລິມະສິດຂອງ ASEAN-IPR ທີ່ປະເທດສະມາຊິກເປັນຜູ້ຈັດຕັ້ງປະຕິບັດ, ລາຍງານຄວາມຄືບໜ້າຂອງໂຄງການສະເໜີໃໝ່, ເອກະສານແນວ ຄວາມຄິດໃໝ່, ການປັບປຸງລາຍຊື່ສະຖາບັນຄັງປັນຍາ ແລະ ໂຄງການຢ້ຽມຢາມມະຫາວິທະຍາໄລ. ພ້ອມດຽວກັນ ນີ້, ກໍໄດ້ມີການປືກສາຫາລືບັນຫາລະອຽດຈຳນວນໜຶ່ງ ເພຶ່ອກະກຽມເນື້ອໃນຕ່າງໆໄປລາຍງານໃຫ້ແກ່ ສະພາ ບໍລິຫານສະຖາບັນສັນຕິພາບ ແລະ ຄວາມປອງດອງອາຊຽນ.

ໃນຕອນບ່າຍຂອງວັນດຽວກັນນັ້ນ, ກໍໄດ້ສືບຕໍ່ເປັນປະທານຮ່ວມ ຂອງກອງປະຊຸມພົບປະລະຫວ່າງສະພາບໍ ລິຫານ ແລະ ຄະນະທີ່ປືກສາ ສະຖາບັນສັນຕິພາບ ແລະ ຄວາມປອງດອງອາຊຽນຄັ້ງທີ 10 (10th Interface Meeting between the Governing Council and the Advisory Board of the ASEAN Institute for Peace and Reconciliation), ຈຸດປະສົງ ເພື່ອຮັບຮອງເອົາບົດລາຍ ງານຂອງກອງປະຊຸມຄັ້ງທີ່ 9 ຜ່ານມາ. ປະທານຄະນະທີ່ປືກສາ ໄດ້ມີການລາຍງານຄວາມຄືບໜ້າຂອງຂົງເຂດຄົ້ນຄ້ວາ ທີ່ເປັນບູລິມະສິດຂອງ ASEAN-IPR ນັບແຕ່ກອງປະຊຸມຄະນະທີ່ປືກສາ ຄັ້ງທີ່ 14 ແລະ ຄັ້ງທີ 15, ໄດ້ມີການສະເໜີ ຂໍ້ລິເລີ່ມໃໝ່ຂອງຄະນະທີ່ປືກສາ ແລະ ສະເໜີເອກະສານແນວຄວາມຄິດ ກ່ຽວກັບການສະເຫລີມສະຫລອງ ຄົບຮອບ 50 ປີ ສົນທິສັນຍາມິດຕະພາບ ແລະ ການຮ່ວມມືໃນອາຊີຕາ ເວັນອອກສ່ຽງໃຕ້: ອະດິດ, ປະຈຸບັນ ແລະ ອານາຄົດ “ASEAN-IPR Regional Conference – 50th Anniversary of the Treaty of Amity and Cooperation in Southeast Asia (TAC): Past, Present and Future.

ນອກຈາກນັ້ນ ສະພາບໍລິຫານ ແລະ ຄະນະທີ່ປືກສາ ກໍໄດ້ມີການປືກສາຫາລືແລກປ່ຽນຄຳຄິດເຫັນ ກ່ຽວກັບການຈັດຕັ້ງປະຕິບັດ ໂຄງການຄົ້ນຄວ້າບູລິມະສິດຂອງ ASEAN-IPR ແລະ ທິດທາງການດຶງດູດການຮ່ວມມືຂອງບັນດາຄູ່ຮ່ວມພັດ ທະນາໃນຂົງເຂດສັນຕິພາບ ແລະ ຄວາມປອງດອງອາຊຽນ.

ການເປັນເຈົ້າພາບຈັດກອງປະຊຸມໃນຄັ້ງນີ້, ສປປລາວ ສາມາດສຳເລັດການເປັນປະທານ ແລະ ກອງປະຊຸມ ສຳເລັດຕາມຄາດໝາຍເປັນຢ່າງດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments