Tuesday, September 17, 2024
Homeຂ່າວໜ້າໜຶ່ງລາວ-ຈີນ ພົບປະສອງຝ່າຍ ໃນກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 9 ທີ່ປະເທດໄທ

ລາວ-ຈີນ ພົບປະສອງຝ່າຍ ໃນກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 9 ທີ່ປະເທດໄທ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ກັບ ທ່ານ ຫວາງ ອີ້ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ໃນກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 9 ທີ່ໄດ້ຈັດຂຶ້ນໃນວັນທີ 16 ສິງຫາ 2024 ທີ່ແຂວງຊຽງໃໝ່ ປະເທດໄທ.

ການພົບປະຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນແຕກດອກອອກຜົນຢ່າງງົດງາມ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງໃນລວງກວ້າງ ແລະ ລວງເລິກ.

ການພົບປະດັ່ງກ່າວ, ສອງຝ່າຍ ໄດ້ແຈ້ງສະພາບຄວາມຄືບໜ້າຂອງການຮ່ວມມືໃນໄລຍະຜ່ານມາ ກໍຄືການຈັດຕັ້ງຜັນຂະຫຍາຍຜົນການພົບປະສອງຝ່າຍ ໃນໂອກາດທີ່ ທ່ານ ລັດຖະມົນຕີຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໃນເດືອນກໍລະກົດ 2024 ທີ່ຜ່ານມາ.

ໃນໂອກາດດັ່ງກ່າວນີ້, ຝ່າຍລາວ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນຂອງ ລັດຖະບານ ແລະ ປະຊາຊົນ ຈີນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ທີ່ໄດ້ກວມເອົາຫຼາຍຂົງເຂດບູລິມະສິດຂອງ ສປປ ລາວ, ພິເສດ ກໍແມ່ນການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ 2024.

ພ້ອມດຽວກັນນັ້ນ, ຝ່າຍຈີນ ກໍໄດ້ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນ ເພື່ອສືບຕໍ່ຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນຊຸມປີຕໍ່ໜ້າ, ນອກຈາກນັ້ນ ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍໃຫ້ຄວາມສົນໃຈຮ່ວມກັນ.

ທີ່ມາ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments