Tuesday, September 17, 2024
Homeທ່ອງທ່ຽວບໍລິສັດທ່ອງທ່ຽວ ເວີດວາຍ ຈະນໍານັກທ່ອງທ່ຽວ ເຂົ້າມາທ່ຽວລາວ ໃຫ້ໄດ້ 1 ພັນຄົນ ໃນທ້າຍປີ 2024

ບໍລິສັດທ່ອງທ່ຽວ ເວີດວາຍ ຈະນໍານັກທ່ອງທ່ຽວ ເຂົ້າມາທ່ຽວລາວ ໃຫ້ໄດ້ 1 ພັນຄົນ ໃນທ້າຍປີ 2024

ໃນທ້າຍປີ 2024 ນີ້, ບໍລິສັດ ທ່ອງທ່ຽວເວີດວາຍ (worldwidetravel) ຈະນໍານັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ 1 ພັນຄົນ ເພື່ອປະກອບສ່ວນເຂົ້າໃນປີທ່ອງທ່ຽວລາວ 2024 ໃຫ້ເປັນຂະບວນຟົດຟື້ນ, ທັງດຶງດູດເອົາເງິນຕາຕ່າງປະເທດເຂົ້າມາ ສປປ ລາວໃຫ້ຫລາຍຂຶ້ນ ແລະ ເຮັດໃຫ້ການທ່ອງທ່ຽວມີທ່າອ່ຽງນັບມື້ນັບເພີ່ມຂຶ້ນເລື່ອຍໆ.

ທ່ານ ກິພອນ ວົງສະຫວັດ ປະທານບໍລິສັດ ທ່ອງທ່ຽວເວີດວາຍ (worldwidetravel) ໄດ້ໃຫ້ຮູ້ວ່າ: ບໍລິສັດ ທ່ອງທ່ຽວເວີດວາຍ ໃຫ້ບໍລິການນໍາທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາແຕ່ປີ 2019 ມີທຸລະກິດໃນເຄືອເຊັ່ນ: ຮ້ານອາຫານໂທພິໂຄແມ່ຂອງພຣິດຊາ(Troppical Mekong), ເຮືອເວີດວາຍໂທພິໂຄແມ່ຂອງກຣຸດ(worldwide lndego Mekong cruise), ຮ້ານອາຫານເວີດບຣູສະປອດບາຫລວງພະບາງ. ພ້ອມນີ້, ຍັງມີບໍລິການທີ່ປຶກສາແລ່ນວິຊາ, ບໍລິການເຊົ່າລົດທັງພາຍໃນ ແລະ ຕ່າງປະເທດ ແລະ ບໍລິການຈອງທີ່ພັກ, ປີ້ຍົນ, ປີ້ລົດໄຟ ເຊິ່ງໄລຍະຜ່ານມາໄດ້ນໍາເອົານັກທ່ອງທ່ຽວຈາກຕ່າງປະເທດທົ່ວທຸກມູມໂລກ ເປັນຕົ້ນ ນັກທ່ອງທ່ຽວຈາກເອີຣົບ ແລະ ຢູ່ໃນອາຊຽນ, ປີນີ້ກໍເປັນປີທ່ອງທ່ຽວລາວ 2024 ແລະ ເພື່ອໃຫ້ບັນຢາກາດການທ່ອງທ່ຽວຟົດຟື້ນ ທາງບໍລິສັດທ່ອງທ່ຽວເວີດວາຍ ຈະນໍານັກທ່ອງທ່ຽວຫວຽດນາມ ເຂົ້າມາທ່ອງທ່ຽວບັນດາແຂວງ ໃນຂອບເຂດທົ່ວປະເທດລາວ ຫລາຍຂຶ້ນ ແລະ ນໍານັກທ່ອງທ່ຽວຈາກລາວໄປທ່ຽວຕ່າງປະເທດ.

ທ່ານ ກິພອນ ວົງສະຫວັດ ຍັງໃຫ້ຮູ້ອີກວ່າ: ການເຂົ້າມາຮ່ວມກອງປະຊຸມສົ່ງເສີມການທ່ອງທ່ຽວລາວ-ດາໜັງ ສສ ຫວຽດນາມ Roadshow 2024. ໃນຄັ້ງນີ້, ເພື່ອເປັນການກະຕຸ້ນການທ່ອງທ່ຽວ ຢູ່ສປປ ລາວ ທີ່ຈະນໍາເອົານັກທ່ອງທ່ຽວຈາກ ສສ ຫວຽດນາມເຂົ້າໄປທ່ຽວຢູ່ລາວ ເຊິ່ງໄດ້ຮ່ວມກັບບໍລິສັດທ່ອງທ່ຽວຢູ່ ຮ່າໂນຍ, ໂຮຈີ່ມິນ, ດາໜັງ ສສ ຫວຽດນາມ. ທັງນີ້, ກໍເພື່ອໃຫ້ເຂົ້າເຈົ້າມີຄວາມສະດວກສະບາຍ ແລະ ສົນໃຈຢາກໄປທ່ອງທ່ຽວປະເທດລາວຫລາຍຂຶ້ນ. ປັດຈຸບັນເສັ້ນທາງການໄປ-ມາກໍມີຄວາມສະດວກສະບາຍ, ມີເສັ້ນທາງລົດໄຟລາວ-ຈີນ ເຊິ່ງເປັນບັນຍາກາດໜຶ່ງເຮັດໃຫ້ນັກທ່ອງທ່ຽວຢາກມາທ່ຽວລາວ, ຂີ່ລົດໄຟຈາກນະຄອນຫລວງວຽງຈັນໄປທ່ອງທ່ຽວໃນສະຖານທີ່ທາງດ້ານວັດທະນະທໍາ ທໍາມະຊາດ ແລະ ປະຫວັດສາດຢູ່ບັນດາແຂວງພາກເໜືອ.

ຂ່າວ-ພາບ:ວີລະວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments