Saturday, September 21, 2024
Homeຂ່າວໜ້າໜຶ່ງລາຍງານຄວາມຄືບໜ້າກະກຽມກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21

ລາຍງານຄວາມຄືບໜ້າກະກຽມກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21

ກອງເລຂາອາຊຽນ ກົມພົວພັນຕ່າງປະເທດ ຈັດກອງປະຊຸມລາຍງານຄວາມຄືບໜ້າໃນການກະກຽມຄວາມພ້ອມ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນຄັ້ງທີ 21 ແລະ ກອງປະຊຸມປິ່ນອ້ອມ ໃນວັນທີ 15 ສິງຫາ 2024 ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຄະນະກໍາມະການ, ກອງເລຂາອາຊຽນກະ ຊວງປ້ອງກັນປະເທດ, ອະນຸກໍາມະການ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າໜ່ວຍງານວິຊາການເຈົ້າໜ້າທີ່ອາວຸໂສ ກະຊວງປ້ອງກັນປະເທດອາຊຽນຂອງ ສປປ ລາວ, ຫົວໜ້າກອງເລຂາອາຊຽນ ກະຊວງປ້ອງກັນປະເທດ ໄດ້ລາຍງານຄວາມຄືບໜ້າການກະກຽມຄວາມພ້ອມ ຂອງກອງປະ ຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ແລະ ກອງປະຊຸມປິ່ນອ້ອມ. ໃນນີ້, ໄດ້ເຮັດສໍາເລັດຮ່າງເອກະສານ ພ້ອມທັງຈັດສົ່ງຈົດໝາຍເຊີນ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງ ໃຫ້ບັນດາປະເທດສະມາຊິກອາຊຽນ, ສໍາເລັດຮ່າງເນື້ອໃນບົດປະກອບຄໍາເຫັນ ແລະ ເອກະສານຫລັກຂອງກອງປະຊຸມ, ສໍາເລັດວຽກປະສານງານຂອງກອງປະຊຸມ, ສໍາເລັດແຜນວຽກງານຮັບປະກັນດ້ານພິທີການ ແລະ ວຽກງານຮັບປະກັນອະນຸກຳມະການຕ່າງໆ ເປັນຕົ້ນ ສະຖານທີ່, ພາຫະນະຮັບໃຊ້, ຄວາມປອດໄພ, ງົບປະ ມານ, ສື່ສານ, ນະໂຍບາຍ, ໂຄສະນາ, ເຊື້ອໄຟ ແລະ ການຈັດກິດຈະກໍາຈະກໍາອື່ນໆ. ຈາກນັ້ນ, ບັນດາອະນຸກໍາມະການດ້ານຕ່າງໆ ໄດ້ລາຍງານການກະກຽມຄວາມພ້ອມຂອງຕົນ ໃນກອງປະຊຸມຕື່ມອີກ.

ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ໂອ້ລົມ ແລະ ເນັ້ນໃຫ້ກອງເລຂາອາ ຊຽນ, ບັນດາຄະນະກຳມະການ ແລະ ອະນຸກຳມະການດ້ານຕ່າງໆ ສືບຕໍ່ປະຕິບັດາໜ້າວຽກທີ່ຍັງບໍ່ທັນສຳເລັດສົມບູນ ແລະ ຈັດຕັ້ງປະຕິບັດຕາມແຜນການທີ່ໄດ້ກຳນົດໄວ້, ພ້ອມກັນເອົາໃຈໃສ່ປະຕິບັດຕາມໜ້າທີ່ຮັບຜິດຊອບຂອງຕົນໃຫ້ດີ, ສືບຕໍ່ເຮັດສຳເລັດການກະກຽມເນື້ອໃນທີ່ສຳຄັນ ເປັນຕົ້ນ ຮ່າງຖະ ແຫລງການຮ່ວມ, ແຜນການສອງປີ, ບາດກ້າວດຳເນີນກອງປະຊຸມ ແລະ ອື່ນໆ. ພ້ອມນີ້, ໃຫ້ເອົາໃຈໃສ່ດ້ານວຽກງານປ້ອງກັນຮັກສາຄວາມປອດໄພ ໃຫ້ລົງກວດກາ ແລະ ຈັດວາງກຳລັງຢູ່ສະຖານທີ່ຕ່າງໆໃຫ້ຮັດກຸມ ແລະ ປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ໄດ້ຄວາມປອດໄພ 100% ແລະ ເຮັດສໍາເລັດຕາມຄາດໝາຍ ທີ່ກໍານົດໄວ້.

ຂ່າວ: ໄພນາລິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments