Friday, September 20, 2024
Homeຂ່າວໜ້າໜຶ່ງກະຊວງ ຖວທ ຈັດກິດຈະກຳບໍລິຈາກເລືອດໂອກາດ 74 ວັນສື່ມວນຊົນ ແລະ ວັນພິມຈໍາໜ່າຍ

ກະຊວງ ຖວທ ຈັດກິດຈະກຳບໍລິຈາກເລືອດໂອກາດ 74 ວັນສື່ມວນຊົນ ແລະ ວັນພິມຈໍາໜ່າຍ

ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ສູນເລືອດແຫ່ງຊາດ ຈັດກິດຈະກຳບໍລິຈາກເລືອດຊ່ວຍເຫລືອສັງຄົມ ໃນວັນທີ 15 ສິງຫາ 2024 ທີ່ສະຖາບັນເລືອດ ເນື່ອງໃນໂອກາດຊົມເຊີຍວັນສື່ມວນຊົນ ແລະ ວັນພິມຈຳໜ່າຍຄົບຮອບ 74 ປີ ເຊິ່ງເປັນກິດຈະກຳໜຶ່ງທີ່ມີຄວາມສຳຄັນ ແລະ ປະກອບສ່ວນເຂົ້າໃນການສະເຫລີມສະຫລອງວັນສື່ມວນຊົນ ແລະ ວັນພິມຈຳໜ່າຍ ຄົບຮອບ 74 ປີ, ທັງເປັນການປະກອບສ່ວນຊຸກຍູ້ ຕໍ່ວຽກງານມະນຸດສະທຳ, ເພື່ອຊ່ວຍຊີວິດຂອງເພື່ອນມະນຸດດ້ວຍກັນ ໂດຍສະເພາະ ໄລຍະໄຂ້ເລືອດອອກລະບາດ ແລະ ຄົນເຈັບທີ່ຕ້ອງການເລືອດໃນແຕ່ລະວັນ ເຊັ່ນ: ການຜ່າຕັດ, ອຸບັດເຫດ, ແມ່ຍິງຖືພາ, ການເກີດລູກທີ່ມີອາການສົນ, ມະເຮັງ, ໄຂຫລັງຊຸດໂຊມ ແລະ ອື່ນໆ ເຊິ່ງການມີເລືອດສໍາຮອງ ຢູ່ໃນສະຖາບັນເລືອດແຫ່ງຊາດ, ສູນເລືອດແຂວງ ແລະ ບັນດາໜ່ວຍເກັບຮັກສາເລືອດຂັ້ນເມືອງ ແມ່ນມີຄວາມຈຳເປັນຫລາຍ ເພື່ອຕອບສະໜອງເລືອດທີ່ປອດໄພໃຫ້ແກ່ ຄົນເຈັບເຫລົ່ານັ້ນໃຫ້ທັນເວລາ.

ໃນໂອກາດນີ້, ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ຮູ້ສຶກດີໃຈຫລາຍທີ່ໄດ້ປະກອບສ່ວນບໍລິຈາກເລືອດຊ່ວຍເຫລືອສັງຄົມ ໃນໂອກາດວັນສື່ມວນຊົນ ແລະ ວັນພິມຈຳໜ່າຍ ຄົບຮອບ 74 ປີ, ການບໍລິຈາກເລືອດແມ່ນມີຄວາມສຳຄັນ ທີ່ສາມາດຊ່ວຍເຫລືອຊີວິດເພື່ອນມະນຸດດ້ວຍກັນ ທັງເປັນການປະກອບສ່ວນຊ່ວຍເຫລືອສັງຄົມ ໂດຍບໍ່ຫວັງຜົນຕອບແທນ ເຊິ່ງທາງວິທະຍາສາດການແພດ ໃຫ້ຮູ້ວ່າເລືອດມີຄວາມສຳຄັນຕໍ່ກັບຮ່າງກາຍຂອງຄົນ, ສາມາດຫລຸດຜ່ອນອັດຕາການຕາຍ ເຊິ່ງຄົນເຈັບທີ່ຢູ່ໃນໂຮງໝໍຕ່າງໆ ຍັງມີຄວາມຕ້ອງການເລືອດຈຳນວນຫລາຍ ການມີເລືອດສໍາຮອງຢູ່ໃນສະຖາບັນເລືອດແຫ່ງຊາດ, ສູນເລືອດແຂວງ ແລະ ບັນດາໜ່ວຍເກັບຮັກສາເລືອດຂັ້ນເມືອງ ແມ່ນມີຄວາມຈຳເປັນ ເພື່ອຕອບສະໜອງເລືອດທີ່ປອດໄພໃຫ້ແກ່ຄົນເຈັບໃຫ້ທັນເວລາ.

ທ່ານ ຄຳເຜີຍ ພິລາພາ ຍັງໄດ້ຖືໂອກາດນີ້, ເຊີນຊວນບຸກຄົນທີ່ມີຄວາມພ້ອມ ທາງດ້ານຮ່າງ ກາຍ, ມີສຸຂະພາບແຂງແຮງ, ຜູ້ທີ່ມີເງື່ອນໄຂ ຈົ່ງພ້ອມກັນສະໝັກໃຈຮ່ວມບໍລິຈາກເລືອດ ຢູ່ສູນເລືອດແຫ່ງຊາດ, ສູນເລືອດແຂວງ ທີ່ໃກ້ບ້ານ ເພື່ອໃຫ້ມີເລືອດພຽງພໍ, ປອດໄພ ແລະ ຕອບສະໜອງໃຫ້ໄດ້ທັນເວລາ.

ຂ່າວ: ກິດຕາ

ພາບ: ອ່າຍຄໍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments