Home ຂ່າວໜ້າໜຶ່ງ ປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 33 ປີ

ປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 33 ປີ

0
37

ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 33 ປີ (15/8/1991-15/8/2024) ເຊິ່ງເປັນກິດຈະກຳໜຶ່ງທີ່ມີຄວາມໝາຍສຳຄັນໃນການຫວນຄືນເຖິງຂະບວນການສ້າງ ແລະ ປັບປຸງ ກໍຄືການເຕີບໃຫຍ່ຂະຫຍາຍຕົວຂອງລັດຖະທຳມະນູນແຫ່ງ ສປປລາວ ໃນໄລຍະຜ່ານມາ, ສະພາແຫ່ງຊາດ (ສພຊ) ຈຶ່ງໄດ້ຈັດພິທີປາຖະກະຖາວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 33 ປີ ໃນຕອນເຊົ້າວັນທີ 14 ສິງຫາ ຜ່ານມາ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ -ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ພ້ອມດ້ວຍຄະນະກົມ, ສູນ, ຫ້ອງການ, ພະແນກ ແລະ ພະນັກງານ-ລັດຖະກອນ ພາຍໃນ ສພຊ ແລະ ຜູ້ຕາງໜ້າຈາກບັນດາກະຊວງ-ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ມີຄໍາເຫັນກ່າວໄຂວ່າ: ໂດຍປົກກະຕິແລ້ວ ການຈັດພິທີປາຖະກະຖາ ແມ່ນຈະມີລັກສະນະເລົ່າຄືນມູນເຊື້ອ, ຂະບວນວິວັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ການເຕີບໃຫຍ່ຂະຫຍາຍຕົວຂອງບຸກຄົນ, ການຈັດຕັ້ງ ຫຼື ວັນສຳຄັນຕ່າງໆຂອງຊາດ. ແຕ່ສຳລັບພິທີໃນມື້ນີ້ ແມ່ນຈັດຂຶ້ນໃນຈຸດພິເສດທີ່ຕິດພັນກັບຂະບວນການປັບປຸງລັດຖະທຳມະນູນ ສະບັບປີ 2015 ຂອງຄະນະກຳມະການລະດັບຊາດ; ສະນັ້ນ, ຈະດຳເນີນໃນລັກສະນະເປັນການແລກປ່ຽນຄວາມຄິດເຫັນກ່ຽວກັບການສ້າງ ແລະ ປັບປຸງລັດຖະທຳມະນູນໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະ ກໍເພື່ອເປັນການເກັບກຳຂໍ້ມູນທີ່ເປັນປະໂຫຍດໃນການກະກຽມປັບປຸງລັດຖະທຳມະນູນ ໃນຕໍ່ໜ້າ ໃຫ້ມີຄວາມສອດຄ່ອງ, ຮັດກຸມ, ແທດຕົວຈິງ. ດັ່ງນັ້ນ, ຈຶ່ງຂໍໃຫ້ບັນດາທ່ານຈົ່ງຕັ້ງໃຈຮັບຟັງ, ຄົ້ນຄວ້າ ແລະ ມີຄຳເຫັນຕໍ່ກັບບົດສະຫຼຸບການປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015 ເພື່ອເປັນຂໍ້ມູນປັບປຸງບົດສະຫຼຸບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ກ່ອນຈະສະເໜີລາຍງານຂໍທິດຊີ້ນຳຈາກກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກ ໃນທ້າຍເດືອນສິງຫານີ້.

ໃນພິທີ, ທ່ານ ຄຳແພງ ວິລະພັນ ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ ໄດ້ສະເໜີບົດສະຫຼຸບການປະເມີນຜົນ ການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015 ແລະ ຮັບຟັງການປາຖະກະຖາວັນ ລັດຖະທໍາມະນູນແຫ່ງຊາດ ຄົບຮອບ 33 ປີ ຈາກທ່ານ ປອ. ສຈ. ຈະເລີນ ເຍຍປາວເຮີ ໂດຍທ່ານໄດ້ເລົ່າຄືນເລີ່ມຕັ້ງ ແຕ່ມື້ລົງມືສ້າງ, ບຸກຄົນຢູ່ໃນຄະນະສ້າງ, ປັບປຸງ ແລະ ເຫດຜົນຂອງການປະກາດເປັນວັນລັດຖະທໍາມະນູນແຫ່ງຊາດ ຈົນຮອດປັດຈຸບັນ.

(ສອນສັກ ວັນວິໄຊ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here