Tuesday, September 17, 2024
HomeທຸລະກິດVietJet ນໍາ Joyful Elephant ມອບໃຫ້ຜູ້ໂດຍສານຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈິີມິງ

VietJet ນໍາ Joyful Elephant ມອບໃຫ້ຜູ້ໂດຍສານຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈິີມິງ

ນະຄອນຫຼວງວຽງຈັນ ວັນທີ 14 ສິງຫາ 2024 VietJet ໄດ້ສືບຕໍ່ຍົກລະດັບປະສົບການຂອງລູກຄ້າຢ່າງຕໍ່ເນື່ອງ ດ້ວຍການແນະນໍາໄກ້ນໍາທ່ຽວສະເໝືອນຈິງ “Joyful Elephant” (ຊ້າງທີ່ມີຄວາມສຸກ) ເພື່ອເປັນການສະແດງຕ້ອນຮັບຜູ້ໂດຍສານໃນຖ້ຽວບິນຂອງຕົນ ເຊິ່ງກົງກັບພິທີສະເຫຼີມສະຫຼອງ 200 ລ້ານຜູ້ໂດຍສານຂອງຕົນ.

ໃນທ້າຍອາທິດຜ່ານມາ ຂອງຖ້ຽວບິນຈາກນະຄອນຫຼວງ ວຽງຈັນ ເມືອງຫຼວງແຫ່ງ “ແຜ່ນດິນລ້ານຊ້າງ” ໄປນະຄອນໂຮ່ຈິີມິງ ບໍລິສັດ Vietjet ໄດ້ສ້າງສັນບັນຍາກາດຄວາມມ່ວນຊື່ນເພື່ອສະເຫຼີມສະຫຼອງວັນຊ້າງໂລກ (12 ສິງຫາ) ວັນຊ້າງໂລກ ເປັນການເຕືອນໃຈຄົນທົ່ວໂລກ ກ່ຽວກັບຄວາມສໍາຄັນຂອງການປົກປັກຮັກສາ ແລະ ອະນຸລັກຊ້າງ ຖ້ຽວບິນຂອງ Vietjet ໄດ້ເຮັດໃຫ້ວັນສຳຄັນນີ້ ກາຍເປັນປະສົບການທີ່ມີຄວາມມ່ວນຊື່ນ ແລະ ມີຄວາມໝາຍສຳຄັນສຳລັບຜູ້ໂດຍສານ ໂດຍມອບການສະແດງທີ່ໜ້າຕື່ນເຕັ້ນ ການວາງພວງດອກໄມ້ ແລະ ຂອງຂວັນສຸດພິເສດ ທີ່ຈະເຮັດໃຫ້ທຸກຄົນຮູ້ສຶກວ່າເປັນສ່ວນໜຶ່ງຂອງງານທີ່ແທ້ຈິງ.

ຫ້ອງໂດຍສານຂອງເຮືອບິນ ໄດ້ຖືກຕົບແຕ່ງຢ່າງເປັນເອ ກະລັກ ດ້ວຍຮູບແບບຂອງ “Joyful Elephant” ຢູ່ທົ່ວທຸກແຫ່ງ ນັບແຕ່ເຄື່ອງໃຊ້ໃນຫ້ອງອາຫານ ຈົນເຖິງບ່ອນ ນັ່ງ ການສໍາຜັດທີ່ໃສ່ໃຈເຫຼົ່ານີ້ ໄດ້ເພີ່ມບັນຍາກາດໃຫ້ເບີກ ບານມ່ວນຊື່ນ ແລະ ເປັນກັນເອງ ເຮັດໃຫ້ການເດີນທາງ ໄດ້ປະສົບການທີ່ມີຄວາມສຸກ.

ຜູ້ໂດຍສານໄວໜຸ່ມບາງຄົນ ຮູ້ສຶກດີໃຈທີ່ໄດ້ຮັບຕຸກກະຕາຊ້າງ ແລະ ສະແດງຄວາມຕື່ນເຕັ້ນຕໍ່ກັບເຄື່ອງຂອງຕົບແຕ່ງເປັນຮູບແບບຊ້າງຢູ່ໃນຖ້ຽວບິນ ປະສົບການນີ້ຍັງໄດ້ຊຸກຍູ້ຄວາມສົນໃຈຂອງເຂົາເຈົ້າ ໃນການຮຽນຮູ້ເພີ່ມເຕີມກ່ຽວ ກັບສັດເຫຼົ່ານີ້ ແລະ ຄວາມປາຖະໜາທີ່ຈະຊ່ວຍປົກປ້ອງພວກມັນໃນອະນາຄົດ.

Vietjet ຂະຫຍາຍການສະເຫຼີມສະຫຼອງຖ້ຽວບິນ ເຊິ່ງໄດ້ສ້າງຄວາມຍິນດີໃຫ້ຜູ້ໂດຍສານທີ່ຢູ່ໃນສະ ໜາມບິນ TON SON NHAT (ນະຄອນໂຮ່ຈີມິງ) ແລະ ສະໜາມບິນນະ ຄອນຫຼວງວຽງຈັນ (ປະເທດລາວ) ດ້ວຍລະຫັດ AR ທີ່ຮ່ວມລາຍການ ສິ່ງເຫຼົ່ານີ້ເຮັດໃຫ້ຜູ້ໂດຍສານສາມາດຖ່າຍ ຮູບກັບ “Joyful Elephant” ເປັນການສ້າງໄລຍະເວລາທີ່ສະໜຸກສະໜານ ແລະ ຊຸກຍູ້ໃຫ້ທຸກຄົນ “CHECK-IN” ແມ່ນແຕ່ຜູ້ໂດຍສານອາຍຸສູງ ກໍຍັງເພີດເພີນກັບການໄດ້ຫຼິ້ນຕຸກກະຕາຂອງ Joyful Elephant ເປັນຄັ້ງທໍາອິດ.

ເນື່ອງໃນໂອກາດວັນຊ້າງໂລກ Vietjet ຂໍເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງໃນລະດູຮ້ອນ ເພື່ອປົກປັກຮັກ ສາສັດປ່າ ເຫດການໃນວັນຊ້າງໂລກ ໄດ້ນຳມາເຊິ່ງຄວາມ ເບີກບານມ່ວນຊື່ນ ແລະ ສ້າງຄວາມຜູກພັນໃຫ້ຜູ້ໂດຍສານຂອງ Vietjet ກິດຈະກຳດັ່ງກ່າວຈັດຂຶ້ນຕໍ່ເນື່ອງຈາກກິດ ຈະກຳຂອງຫົວຂໍ້ທີ່ຜ່ານມາ ທີ່ມີນົກຍຸງ ໃນປະເທດອິນເດຍ ແລະ Panda ໃນປະເທດຈີນ ການສະຫຼອງຄັ້ງນີ້ຍັງສືບຕໍ່ຄໍາໝັ້ນສັນຍາຂອງສາຍການບິນ ເພື່ອປູກຈິດສໍານຶກໃນການອະນຸລັກສັດປ່າ ໂດຍການເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວ ຜູ້ໂດຍສານ VietJet ສາມາດໄດ້ສຳຜັດປະສົບ ການສຸດພິເສດ ພ້ອມທັງມີສ່ວນຮ່ວມປົກປັກຮັກສາສິ່ງ ແວດລ້ອມ ແລະ ພັດ ທະນາແບບຍືນຍົງ ເພື່ອເປັນການສະໜັບສະໜູນຊ່ວຍໃຫ້ເປົ້າໝາຍຂອງສາຍການບິນບັນລຸການຫຼຸດຜ່ອນການປ່ອຍອາຍມົນລະພິດສຸດທິ ຮອດປີ 2050 ເພື່ອອະນາຄົດທີ່ດີກວ່າເກົ່າ.

ສາຍການບິນດັ່ງກ່າວ ມີຖ້ຽວບິນຈາກນະຄອນຫຼວງວຽງ ຈັນ-ນະຄອນໂຮ່ຈິີມິງ 4 ຖ້ຽວບິນໄປ-ກັບ (ຈັນ ພຸດ ສຸກ ອາທິດ) ເຊິ່ງໃຊ້ເວລາບິນພຽງ 1 ຊົ່ວໂມງ 45 ນາທີ ນອກນີ້ນັກທ່ອງທ່ຽວ ຍັງສາມາດໄປເຖິງສະຖານທີ່ທ່ອງທ່ຽວອື່ນໆໃນພາກພື້ນອາຊີປາຊີຟິກ ໄດ້ຢ່າງງ່າຍດາຍ ໂດຍຜ່ານຈຸດເຊື່ອມຕໍ່ຢູ່ນະຄອນໂຮ່ຈິີມິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments