Monday, September 16, 2024
HomeUncategorizedກອງທຶນແຫ່ງຊາດນອກແວ ມີຜົນກຳໄລເພີ່ມຂຶ້ນ ຈາກຮຸ້ນເຕັກໂນໂລຊີ

ກອງທຶນແຫ່ງຊາດນອກແວ ມີຜົນກຳໄລເພີ່ມຂຶ້ນ ຈາກຮຸ້ນເຕັກໂນໂລຊີ

ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 14 ສິງຫາ ຜ່ານມາ ກອງທຶນເພື່ອການລົງທຶນແຫ່ງຊາດ ນອກແວ ປະກາດວ່າ: ຜົນກຳໄລໃນ 6 ເດືອນຕົ້ນປີ 2024 ໄດ້ເພີ່ມຂຶ້ນເປັນ 138 ຕື້ໂດລາ ໃນສະພາບທີ່ຕະຫຼາດຫຼັກຊັບເພີ່ມຂຶ້ນ.

ຂ່າວລະບຸວ່າ: ຜົນຕອບແທນລວມຂອງກອງທຶນເພື່ອການລົງທຶນແຫ່ງຊາດ ນອກແວ ທີ່ກ່າວມາຂ້າງເທິງ ມີມູນຄ່າ 1.700 ຕື້ໂດລາ ໃນໄລຍະ 6 ເດືອນທຳອິດຂອງປີ 2024 ຢູ່ລະດັບ 8,6% ຊຶ່ງຕ່ຳກວ່າຜົນຕອບແທນຈາກດັດສະນີອ້າງອີງຂອງກອງທຶນ 0,04%.

ທ່ານ ນິໂຄລາຍ ເທນເຈນ ຜູ້ອຳນວຍການກອງທຶນກ່າວວ່າ: ຜົນກໍາໄລທີ່ສູງໃນເຄິ່ງປີທໍາອິດຂອງ ປີນີ້ສ່ວນໃຫຍ່ແມ່ນມາຈາກຮຸ້ນເຕັກໂນໂລຊີທີ່ເພີ່ມຂຶ້ນ ໃນສະພາບການທີ່ມີການເພີ່ມຂຶ້ນໃໝ່ຂອງຄວາມຕ້ອງການນຳໃຊ້ ປັນຍາປະດິດ (AI).

ກອງທຶນເພື່ອການລົງທຶນແຫ່ງຊາດ ນອກແວ ສ້າງຕັ້ງຂຶ້ນໃນປີ 1996, ແມ່ນກອງທຶນແຫ່ງຊາດທີ່ໃຫຍ່ທີ່ສຸດໃນໂລກ. ກອງທຶນນີ້ມີລາຍຮັບຈາກການຜະລິດນ້ໍາມັນເພື່ອລົງທຶນໃນຫຼັກຊັບ, ພັນທະບັດ, ອະສັງຫາລິມະສັບ ແລະ ໂຄງການພະລັງງານທົດແທນ.

ປັດຈຸບັນ, ກອງທຶນດັ່ງກ່າວຖືຫຸ້ນຢູ່ໃນບໍລິສັດລະດັບໂລກ ຫຼາຍກວ່າ 9.200 ບໍລິສັດ, ໂດຍຖືຫຸ້ນ 1,5% ຂອງຫຸ້ນຈົດທະບຽນທັງໝົດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments