Home ຂ່າວຕ່າງປະເທດ ໄທ ຈະຮຽກຮ້ອງບັນດາປະເທດແມ່ນ້ຳຂອງ ສາມັກຄີກັນຕ້ານອາດຊະຍາກຳຂ້າມຊາຍແດນ

ໄທ ຈະຮຽກຮ້ອງບັນດາປະເທດແມ່ນ້ຳຂອງ ສາມັກຄີກັນຕ້ານອາດຊະຍາກຳຂ້າມຊາຍແດນ

0
35

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ, ທ່ານ ເສດຖາ ທະວີສິນ, ນາຍົກລັດຖະມົນຕີໄທ ຈະຮຽກຮ້ອງການຮ່ວມມືພາກພື້ນຢ່າງແຂງແຮງ ເພື່ອຕ້ານຄືນພວກອາດຊະຍາກຳຂ້າມຊາດ ແລະ ຫລອກລວງຜ່ານທາງໂທລະສັບ. ປັດຈຸບັນລັດຖະບານໄທ ພວມສຸມໃສ່ ການປາບປາມ ພວກອາດຊະຍາກຳ ປະເພດນີ້ ພ້ອມທັງ ປະສານ ສົມທົບກັບ ບັນດາປະເທດ ບ້ານໃກ້ ເຮືອນຄຽງ ເພື່ອຮ່ວມມື ປາບປາມ ອາດຊະຍາກຳ ເຫລົ່ານີ້.

ໂດຍອີງໃສ່ ວາລະການດຳເນີນ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ຮ່ວມມື ແມ່ຂອງ – ລ້ານຊ້າງ (MLC) ຄັ້ງທີ 9 ດ້ວຍຫົວຂໍ້ “ມຸ່ງໄປເຖິງ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປອດໄພ ແລະ ສະອາດກວ່າ” ຈະຈັດຂຶ້ນຢູ່ ນະຄອນ ຊຽງໃໝ່ຂອງ ໄທ ລະຫວ່າງ ວັນທີ 15- 16 ສິງຫານີ້. ສຳລັບ MLC ແມ່ນຂອບເຂດ ຫລາຍຝ່າຍ ໂດຍໄດ້ສ້າງຕັ້ງໃນປີ 2016 ເພື່ອຊຸກຍູ້ ການຮ່ວມມື ລະຫວ່າງ 6 ປະເທດ ທີ່ມີແມ່ນ້ຳຂອງ ໄຫລຜ່ານ ລວມມີ: ສປ ຈີນ, ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here